ຕອນເຊົ້າຂອງວັນທີ 25 ມີນາ 2025 ນີ້; ຢູ່ທີ່ເດີ່ນເຕະບານໂຮງຮຽນ ມ.ສ ນະຄອນໄຊ ໄດ້ຈັດພິທີເປີດການແຂ່ງຂັນກິລາ-ສິລະປະຕ້ານຢາເສບຕິດ ຄັ້ງທີ IV ປະຈຳສົກຮຽນ 2024-2025 ເພື່ອສົ່ງເສີມໃຫ້ນັກຮຽນມາຫຼິ້ນກິລາຫ່າງໄກຢາເສບຕິດ, ແນໃສ່ສ້າງໂຮງຮຽນເປັນຕົວແບບ ແລະ ຮັກສາໄດ້ນາມມະຍົດໂຮງຮຽນປອດຢາເສບຕິດ ໃຫ້ໝັ້ນຄົງ. ພາຍໃຕ້ການເປັນປະທານຂອງທ່ານ ຄຳສີງ ບຸນມະນີ ຜູ້ອຳນວຍການໂຮງຮຽນ ມ.ສ ນະຄອນໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ແສງທອງ ລໍມະນີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີແຂກຖືກເຊີນ ພ້ອມດ້ວຍຄູ, ອາຈານ ແລະ ນ້ອງນັກຮຽນ, ນັກກິລາ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີໄດ້ຮັບຊົມການເດີນສວນສະໜາມຂອງ 8 ກ້ອນກໍາລັງຂອງນັກກິລາ, ນັກຮຽນ. ຫຼັງຈາກນັ້ນ, ທ່ານ ຄຳສີງ ບຸນມະນີ ຜູ້ອຳນວຍການໂຮງຮຽນ ມ.ສ ນະຄອນໄຊ ກໍ່ໄດ້ລາຍງານການຫ້າງຫາກະກຽມການເປີດງານກິລາຄັ້ງນີ້: ງານກິລາຕ້ານຢາເສບຕິດຂອງໂຮງຮຽນ ມ.ສ ນະຄອນໄຊ ມີນັກກິລານັກຮຽນ ມໍ1 ຫາ ມໍ7 ເຂົ້າຮ່ວມແຂ່ງຂັນ. ເຊິ່ງຈະໄດ້ມີການແຂ່ງຂັນກິລາ 4 ປະເພດຄື: ກິລາກະຕໍ້ ຊາຍ ( ມໍຕົ້ນ ແລະ ມໍປາຍ ), ເປຕັ່ງຍິງ-ຊາຍ ( ມໍຕົ້ນ ແລະ ມໍປາຍ ), ບານສົ່ງຍິງ-ຊາຍ (ມໍປາຍ ), ແລະ ບານເຕະຊາຍ ( ມໍຕົ້ນ ແລະ ມໍປາຍ ), ເຊິ່ງຜົນການແຂ່ງຂັນມີດັ່ງນີ້:
1 ກະຕໍ້ ( ຊາຍ ) ມໍຕົ້ນ ປະເພດ 1 ຫ້ອງມໍ 4/3, ປະເພດ 2 ຫ້ອງມໍ 4/1 ແລະ ປະເພດ 3 ຫ້ອງມໍ 3/2.
2 ກະຕໍ້ ( ຊາຍ ) ມໍປາຍ ປະເພດ 1 ຫ້ອງມໍ 7/1, ປະເພດ 2 ຫ້ອງມໍ 7/3 ແລະ ປະເພດ 3 ຫ້ອງມໍ 6/3.
3 ເປຕັ່ງ ( ຊາຍ ) ມໍຕົ້ນ ປະເພດ 1 ຫ້ອງມໍ 1/4, ປະເພດ 2 ຫ້ອງມໍ 3/2 ແລະ ປະເພດ 3 ຫ້ອງມໍ 4/4.
4 ເປຕັ່ງ ( ຊາຍ ) ມໍປາຍ ປະເພດ 1 ຫ້ອງມໍ 7/2, ປະເພດ 2 ຫ້ອງມໍ 6/3 ແລະ ປະເພດ 3 ຫ້ອງມໍ 4/4.
5 ເປຕັ່ງ ( ຍິງ ) ມໍປາຍ ປະເພດ 1 ຫ້ອງມໍ 5/2, ປະເພດ 2 ຫ້ອງມໍ 7/2 ແລະ ປະເພດ 3 ຫ້ອງມໍ 6/1.
6 ບານສົ່ງ ( ຊາຍ ) ມໍປາຍ ປະເພດ 1 ຫ້ອງມໍ 6/4, ປະເພດ 2 ຫ້ອງມໍ 6/1 ແລະ ປະເພດ 3 ຫ້ອງມໍ 7/3.
7 ບານສົ່ງ ( ຍີງ ) ມໍປາຍ ປະເພດ 1 ຫ້ອງມໍ 7/2, ປະເພດ 2 ຫ້ອງມໍ 6/3 ແລະ ປະເພດ 3 ຫ້ອງມໍ 7/3.
– ສ່ວນກິລາ ບານເຕະ ທັງມໍຕົ້ນ ແລະ ມໍປາຍແມ່ນຍັງມີການແຂ່ງຂັນກັນຢູ່.
ຈາກນັ້ນທ່ານ ແສງທອງ ລໍມະນີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ກໍ່ໄດ້ກ່າວເປີດພິທີການແຂ່ງຂັນກິລາ-ສິລະປະຕ້ານຢາເສບຕິດ ຄັ້ງທີ IV ປະຈຳສົກຮຽນ 2024-2025 ຂອງໂຮງຮຽນ ຂຶ້ນຢ່າງເປັນທາງການ, ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນຳຂອງໂຮງຮຽນ ມ.ສ ນະຄອນໄຊ, ຄູ, ອາຈານ ແລະ ນ້ອງນັກຮຽນທີ່ໄດ້ພ້ອມພຽງກັນຈັດງານກິລາຕ້ານຢາເສບຕິດຄັ້ງນີ້ຂຶ້ນ ແລະ ຮຽກຮ້ອງໃຫ້ປະຕິບັດຕາມກົດລະບຽບຂອງການແຂ່ງຂັນຢ່າງເຂັ້ມງວດ ເພື່ອຮັກສາໄດ້ຄວາມສາມັກຄີໄມຕີຈິດ, ມິດຕະພາບແລະ ໄປຕາມ 3 ລັກສະນະ, 5 ຫຼັກມູນຂອງການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ.
ທ້າຍພິທີຍັງໄດ້ຮັບຊົມການສະແດງສິນລະປະຂອງນ້ອງນັກຮຽນຈຳນວນ 2 ລາຍການຕື່ມອີກ.
ພາບ-ຂ່າວ: ວິເສດສັກ








