ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພະນັກງານ 11 ຄົນຈາກສອງທະນາຄານ ຖືກດຳເນີນຄະດີ

Mar 25, 2025

​ຫວ່າງມໍ່ໆມານີ້​, ອົງການ​ກວດກາ​ແຫ່ງ​ລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ສົມທົບ​ກັບກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ພົບເຫັນການກະທຳຜິດຂອງເຈົ້າໜ້າທີ່ລັດ ແລະ ໄດ້ນໍາໃຊ້ມາດຕະການກັກຕົວພະນັກງານທີ່ມີສ່ວນກ່ຽວຂ້ອງຢູ່ໃນທະ ນາຄານແຫ່ງ ສປປ ລາວ ແລະ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ຈຳນວນ 11 ຄົນ, ຍິງ 5 ຄົນ.
ໃນນີ້, ພະນັກງານຂັ້ນຫົວໜ້າກົມ 3 ຄົນ, ຂັ້ນຫົວໜ້າພະ ແນກ 1 ຄົນ, ຂັ້ນຫົວໜ້າຂະແໜງ 1 ຄົນ, ຂັ້ນຮອງຫົວໜ້າຂະ ແໜງ 2 ຄົນ ແລະ ພະນັກງານວິຊາການ 4 ຄົນ. ໃນ​ຂໍ້​ກ່າວ​ຫາ: ການ​ສໍ້​ລາດ​ບັງ​ຫຼວງ, ການ​ສວຍ​ໃຊ້​ຖານະ​ຕໍ​າ​ແໜ່ງ, ສິດ​ອໍານາດ, ໜ້າ​ທີ່ ​ເພື່ອ​ຫາ​ຜົນ​ປະ​ໂຫຍດສ່ວນ​ຕົວ ສ້າງ​ຄວາມ​ເສຍ​ຫາຍ​ທາງ​ດ້ານ​ຊັບ​ສິນ​ໃຫ້ແກ່​ລັດ.
​ປະຈຸ​ບັນ​ ເຈົ້າໜ້າທີ່ ພວມດໍາເນີນການສືບສວນ-ສອບສວນ ເພີ່ມເຕີມເພື່ອສະຫຼຸບສໍານວນຄະດີສົ່ງຕໍ່ໃຫ້ອົງການໄອຍະການປະຊາຊົນເພື່ອສັ່ງຟ້ອງຂຶ້ນສານ.
ທີ່ມາ: ວາລະສານກວດກາ
May be an image of text