ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ ສປ ຈີນ​ ກ່າວ​ວ່າ: ​ການ​ວາງເປົ້າ​ໝາຍ​ການ​ເຕີບ​ໂຕ​​ດ້ານ​ເສດ​ຖະ​ກິດໃຫ້​ຢູ່​ໃນ​ລະ​ດັບ 5% ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໝັ້ນ​ໃຈ​ທີ່​ເດັດ​ດ່ຽວ​ໃນ​ການ​ພັດ​ທະ​ນາ​ຂອງ​ຈີນ

Mar 25, 2025

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິບັດລາວຄົບ ຮອບ 70 ປີ ທ່ານສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປຈີນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ CMG ກ່ຽວກັບການຂະຫຍາຍຕົວຂອງພັກ ປປ ລາວ ແລະຜົນງານທີ່ ສປປ ລາວ ​ຍາດ​ມາໄດ້ພາຍໃຕ້ການນຳພາຂອງພັກ ປປ ລາວຕະຫຼອດໄລຍະຜ່ານມາ.
ໂດຍທ່ານກ່າວວ່າ, ພາຍຫຼັງ ພັກ ປປ ລາວໄດ້ຮັບການກຳເນີດແລະສ້າງຕັ້ງຂຶ້ນມາ, ພັກໄດ້ຊີ້ນຳນຳພາການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ແລະ ສາມາດຍາດ ເອົາໄຊຊະນະໄດ້ໃນປີ 1975 ອັນນີ້ເປັນປະຫວັດສາດອັນສຳຄັນທີ່ສຸດ, ເປັນຂີດ ໝາຍອັນສຳຄັນຂອງປະຊາຊາດລາວທີ່ຫຼາຍພັນປີມາບໍ່ເຄີຍມີ, ພາຍໃຕ້ການນຳ ພາຂອງພັກພວກເຮົາສາມາດຍຶດອຳນາດໄດ້, ຍາດເອົາເອກະລາດສົມບຸນ, ຍາດເອົາສິດເສລີພາບຢ່າງແທ້ຈິງມາໃຫ້ປະຊາຊົນລາວບັນດາເຜົ່າ, ແລະສາມາດ ເຮັດໃຫ້ບົດບາດອິທິພົນຂອງລາວນັບມື້ນັບພົ້ນເດັ່ນຂຶ້ນ. ສຳຄັນນັ້ນແມ່ນພາລະ ກິດປົກປັກຮັກສາໝາກຜົນການປະຕິວັດໄດ້ຮັບການຮັບປະກັນຢ່າງແໜ້ນແຟ້ນ, ປະຊາ ຊົນລາວຢູ່ພາຍໃຕ້ການນຳພາຂອງພັກ ກໍ່ມີຊີວິດການເປັນຢູ່ທີ່ດີຂຶ້ນ, ສະຫຼຸບແລ້ວ, ຜ່ານມາໃນໄລຍະ 70 ປີ, ພັກໄດ້ເປັນຜູ້ຈັດຕັ້ງ ແລະນຳພາທຸກ ໄຊຊະນະຂອງການປະຕິບັດລາວ, ນຳພາໄຊຊະນະໃນການປົດປ່ອຍຊາດ, ໃນພາລະກິດປົກປັກຮັກສາສ້າງສາປະເທດ ຊາດສູ່ຈຸດໝາຍສັງຄົມນິຍົມ.
ເຊັ່ນດຽວກັນກັບພັກກອມມູນິດຈີນທີ່ນຳພາ​ປະ​ເທດຈີນ ກ້າວເຂົ້າສູ່ຍຸກໃໝ່ນັ້ນ, ພັກ ປປ ລາວກໍ່ເປັນພັກການເມືອງທີ່ເລີ່ມຈາກປະຊາຊົນ, ດ້ວຍປະຊາຊົນ ແລະເພື່ອປະຊາຊົນ, ທັງໝົດແມ່ນເພື່ອຜົນປະໂຫຍດທີ່ເປັນແກນ, ຜົນປະໂຫຍດ ອັນຊອບ ທຳຂອງປະຊາຊົນ, ເຮັດທຸກ​ຢ່າງເພື່ອປະຊາຊົນ.
ກ່ຽວກັບການພັດທະນາຂອງຈີນ, ທ່ານ ທູດສົມພອນ ເຫັນວ່າ, ການຫັນເປັນທັນສະໄໝແບບຈີນແມ່ນພຶດຕິກຳທີ່ມີຊີວິດ ຊີວາທີ່ລັດທິມາກຫັນເປັນແບບຈີນ, ອັນໄດ້ ສະໜອງແບບຢ່າງໃຫ້ແກ່ບັນດາປະເທດທີ່ສະແຫວງຫາການພັດທະນາ ໃນໂລກ. ຈີນໄດ້ກຳນົດເປົ້າໝາຍພັດທະນາເສດຖະກິດໃນປີ 2025 ໃຫ້ຢູ່ໃນ ລະດັບ 5%, ນີ້ໄດ້ສະແດງໃຫ້ເຫັນຄວາມໝັ້ນໃຈອັນເດັດດ່ຽວໜຽວແໜ້ນຂອງຈີນ ໃນການເດີນໄປສູ່ຄວາມເປັນທັນສະໄໝແບບຈີນ.
ທ່ານ ສົມພອນ ສີຈະເລີນ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ແລະ​ປິດກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ປະ​ຈຳ​ປີ 2025 ຕາມ​ຄຳ​ເຊີນ. ທ່ານ​ກ່າວ​ວ່າ:“ເຖິງວ່າ​ສະ​ພາບ​ແວດ​ລ້ອມ​ສາ​ກົນມີ​ຄວາມ​ຫຍຸ້ງ​ຍາກ, ມີ​ການ​ປ່ຽນ​ແປງ​ໃນ​ຮອບ​ຮ້ອຍ​ປີ​ທີ່​ບໍ່​ເຄີຍ​ມີ, ຈີນ​ຍັງ​​ສືບ​ຕໍ່​ຕັດ​ສິນ​ໃຈ​ເຮັດ​ໃຫ້​ການ​ພັດ​ທະ​ນາເສດ​ຖະ​ກິດ​ສືບ​ຕໍ່​ໃນ​ຈັງ​ຫວະ 5% ອີກໃນ​ປີ 2025, ນີ້​ບໍ່​ແມ່ນ​ເລື່ອງ​ງ່າຍ, ແຕ່​ວ່າ​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນວ່າ​ ຈີນຈະ​ສືບ​ຕໍ່​ບັນ​​ລຸຍຸດ​ທະ​ສາດ​ໃນ​ການ​ຫັນ​ເປັນ​ທັນ​ສະ​ໄໝ.”
ທ່ານ ສົມພອນ ສີຈະເລີນ ເຫັນ​ວ່າ: ວິ​ທີ​ການ​ຂອງ​ຈີນ​ທີ່​ເບິ່ງກວ້າງມອງ​ໄກ, ສະແຫວງຫາສັດຈະທຳຈາກຄວາມຈິງ, ມີ​ການ​ຄົ້ນ​ຄວ້າ​ຄົບ​ຊຸດເລິກ​ເຊິ່ງ ກໍ່​ເປັນ​ບົດ​ຮຽນໃຫ້​ແກ່​ການ​ພັດ​ທະ​ນາ​ໂລກ. ປັດ​ຈຸ​ບັນ, ຈີນໄດ້​ປະ​ກອບ​ສ່ວນເກືອບ 40% ​ເຂົ້າ​ໃນ ​ການ​ເຕີບ​ໂຕ​ຂອງເສດ​ຖະ​ກິດ​ໂລກ, ​ນີ້ແມ່ນ​ເລື່ອງ​ໃຫຍ່​ທີ່ບໍ່​ທຳ​ມະ​ດາ​ໃນ​ປະ​ຫວັດ​ສາດ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ.
ນັບ​ແຕ່​ທ້າຍ​ເດືອນ​ພະ​ຈິກ​ປີ 2023 ທີ່​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ​ປະ​ຈຳ​ຈີນ​ເປັນ​ຕົ້ນ​ມາ, ທ່ານ ສົມພອນ ສີຈະເລີນ ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່ແຫ່ງ​ຕ່າງ​ໆ​ ຂອງ​ຈີນ ເປັນ​ຕົ້ນ: ​ນະ​ຄອນ​ຢຽນ​ອ່ານ, ບ້ານ​ສິບ​ແປດ​ຖ້ຳ ແລະ ນະ​ຄອນ​ໜິງ​ເຕີ. ຢູ່​ໃນເຮືອນ​ຖ້ຳ​ຂອງ​ຢຽນ​ອ່ານ, ເພິ່ນ​ໄດ້​​ສັງ​ເກດເຫັນ​ປື້ມ​ທີ່​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນເຄີຍ​ອ່ານ​ໃນຍາມ​ເປັນ​ໄວ​ໜຸ່ມ, ທ່ານກ່າວ​ວ່າ:“ຢູ່​ໃນ​ຕູບ​ນ້ອຍໆ​ເຮົາ​ໄດ້​ສັງ​ເກດ​ເຫັນ​ປື້ມ​ມາກ​ປື້ມ​ເລ​ນິງ​ພາ​ສາ​ຈີນ​ແດ່​ພາ​ສາ​ອັງ​ກິນ​ແດ່, ​ຂ້າ​ພະ​ເຈົ້​າ​ຈິ່ງ​ມີ​ຄວາມ​ເຂົ້າ​ໃຈ​ວ່າ ການ​ນຳ​ຜູ້​ໜຶ່ງ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນຫຼໍ່ຫຼອມ ກິ້ງ​ເກືອກ​ລີ​ເລືອ​ນຳ​ປະ​ຊາ​ຊົນ​ແນວ​ນັ້ນ. ເລີ່ມ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຖື​ເອົາ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ກາງ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ສະ​ຫາຍ​ກໍ​ໄດ້​ເປັນ​ຄັນ​ທຸງໃນ​ການ​ຊີ້​ນຳ​ນຳ​ພາ​ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄິດ​ສີ​ຈິ້ນ​ຜິງ​ທີ່​ເວົ້າ​ເລື່ອງ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ໃນ​ຍຸກ​ໃໝ່, ​ການ​ນຳ​ພາ​ແລະ​ການ​ຊີ້​ນຳ​ແມ່ນ​ຄົບ​ຊຸດ​ຮອບ​ດ້ານ​ມີ​ສາຍ​ຕາ​ທີ່ກວ້າງ​ໄກ, ຈີນ​ຕ້ອງ​ໄດ້​ຫັນ​ເປັນ​ທັນ​ສະ​ໄໝ.”
ທ່ານ ສົມພອນ ສີ​ຈະ​ເລີນ ໄດ້ສະ​ແດງ​ຄວາມ​​ຊົມ​ເຊີຍ​ເປັນ​ພິ​ເສດ​ຕໍ່​ພັກ​ຄອມ​ມູ​ນິດ​ຈີນ​ພາຍ​​ໃຕ້​ການ​​ຊີ້​ນຳນຳ​ພາ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ທີ່​ໄດ້​ເອົາ​ຊະ​ນະ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ. ທ່ານ​ເຫັນ​ວ່າ: ນີ້​ເປັນເຫດການທີ່ບໍ່ເຄີຍມີໃນ​ປະ​ຫວັດ​ສາດ​ຂອງມວນມະນຸດ, ເປັນ​ແບບ​ຢ່າງ​ທີ່​ດີ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ເຊິ່ງ​ລວມ​ທັງ​ປະ​ເທດ​ລາວ ເພື່ອ​ຊອກ​ເຫັນ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ.
ເດືອນ​ເມ​ສາ​ ປີ 2019, ສອງ​ປະ​ເທດຈີນ-ລາວ​ໄດ້​ຮ່ວມ​ກັນ​ລົງ​ລາຍ​ເຊັນ​ໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນ- ລາວລະຫວ່າງພັກກອມມູນິດຈີນກັບພັກປະຊາຊົນປະຕິວັດລາວ. ໃນ​ຖາ​ນະ​ເປັນ​ຜູ້ມີ​ສ່ວນ​ຮ່ວມ ແລະ ​ເປັນ​​ສັກ​ຂີ​ພິ​ຍານ​ຂອງ​ແຜນ​ ແ​ມ່​ບົດ​ດັ່ງ​ກ່າວ, ທ່ານສົມພອນກ່າວ​ວ່າ:“​ການ​ພົວ​ພັນ​ຮ່ວມ​ມື​ລາວ -ຈີນ ນັບ​ແຕ່​ນັ້ນ​ມາ ຈະ​ບໍ່​​ເປັນ​ການ​ຮ່ວມ​ມື​ແບບ​ທົ່ວ​ໄປ. ການ​​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ແທ້ເຖິງ​ປະ​ຊາ​ຊົນ​ແທ້. ໂດຍ​ສ​ະ​ເພາະບັນ​ດາ​ໂຄງ​ການ​ຕ່າງໆ ຕົວ​ຢ່າງ​ຄື ​ທາງລົດ​ໄຟ​ນີ້ ກໍ່​ເປັນ​ສະ​ຫາຍ​ຈີນເປັນ​ຜູ້​ສ້າງ​ໃຫ້​ພວກ​ເຮົາ, ສຳ​ຄັນ​ກໍ່​ແມ່ນ​ໄດ້​ເຮັດ​ໃຫ້​ຄວາມ​ຝັນ​ຂອງ​ລັດ​ຖະ​ບານ ຄວາມ​ຝັນ​ຂອງ​ປະ​ຊາ​ຊົນ​ລາວພວກ​ເເຮົາທີ່ຄອງຄອຍຫຼາຍ​ພັນ​ປີ​ປາ​ກົດ​ຄວາມເປັນ​ຈິງ.”
ທ່ານ​ ສົມ​ພອນ​ ເຫັນ​ວ່າ: ​ຜົນ​ສຳ​ເລັດ​ທີ່​ອຸ​ດົມ​ສົມ​ບູນ​ໃນ​ການ​ຊຸກ​ຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳລາວ-ຈີນ ບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຍັງ​ເປັນ​ຕົວ​ແບບ​ຂອງ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ແລະ ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.
ປີ 2025 ແມ່ນ​ປີມ້ວນ​ທ້າຍ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 14 ຂອງ​ຈີນ, ທັງ​ເປັນ​ປີ​ມ້ວນ​ທ້າຍ​ຂອງ​ການ​ປະ​ຕິ​ບັດ​ແຜນ​ການ 5 ປີ​ຄັ້ງ​ທີ 9 ຂອງ​ລາວ. ທ່ານ​ສົມ​ພອນ​ເຫັນ​ວ່າ: ສາຍ​ພົວ​ພັນ​ລາວ-ຈີນ​ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ. ການ​ຮ່ວມ​ມື​ລາວ- ຈີນ​ໄດ້​ໄປຕາມ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ​ຢ່າງບໍ່​ຢຸດ​ຢັ້ງ. ​ເດືອນ​ກຸມ​ພາ​ປີ​ນີ້, ຈີນ-ລາວ​ໄດ້​ເຊັນ​ສັນ​ຍາ​ເພື່ອ​ຮ່ວມ​ກັນ​ສ້າງ​ສູນ​ການ​ຮ່ວມ​ມື ​ແລະ​ ປະ​ດິດ​ສ້າງ​ບັນ​ຍາ​ປະ​ດິດ​ຈີນ-ລາວ. ນີ້​ແມ່ນ​ເວ​ທີ​ການ​ຮ່ວມ​ມື​ດ້ານ​ບັນ​ຍາ​ປະ​ດິດ​ແຫ່ງ​ທຳ​ອິດ​​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ຮ່ວມ​ກັນ​ສ້າງ​ຂຶ້ນ.
ຕໍ່​ກັບ​ເລື່ອງ​ນີ້, ທ່ານ​ ສົມ​ພອນ​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໝາກ​ຜົນ​ແຫ່ງການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ບັນ​ຍາ​ປະ​ດິດ​ຂອງ​ຈີນ, ພ້ອມ​ທັງ​ຝາກ​ຄວາມ​ຫວັງ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຕໍ່​ໜ້າ​ອີກວ່າ:“ຈີນ​ແມ່ນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ພັດ​ທະ​ນາ​ສີ​ຂຽວ, ໃນ​ການ​ພັດ​ທະ​ນາ​ກາ​ນ​​ຫັນ​ເປັນ​ທັນ​ສະ​ໄໝ, ທັດ​ສະ​ນະຍຸດ​ທະ​ສາດ​ຂອງ​ຈີນ ແມ່​ນ​ຖືກ​ຕ້ອງ​ສອດ​ຄ່ອງ ໜຶ່ງ​ກໍ່​ຄື ປັນ​ຍາ​ປະ​ດິດ​​ຕ້ອງຮັບ​ໃຊ້​ມວນ​ມະ​ນຸດ, ຕ້ອງ​ເພື່ອມວນ​ຊົນ​ສ່ວນ​ໃຫຍ່ ເພື່ອ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ. ສຳ​ລັບປະ​ເທດ​ທີ່​ພວມ​ພັດ​ທະ​ນາ, ອັນ​ນີ້​ຈະ​ຊ່ວຍ​ໃຫ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້ ເຮັດ​ໃຫ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ເຫຼົ່າ​ນັ້ນ​ມີ​ຄວາມ​ກ້າວ​ໜ້າ.”
ນອກ​ຈາກ​ນີ້, ທ່ານ​ ສົມ​ພອນ​ ຍັງ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ພົ້ນ​ເດັ່ນ​ໃນ​ການ​ຊຸກ​ຍູ້​ການ​ປະ​ສານ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ລາວ- ຈີນ​ວ່າ:“ຜ່ານສື່ນີ້(CMG) ແຕ່ໄດ້ສ້າງຕັ້ງຂຶ້ນມາຮອດປະຈຸບັນ, ປະຊາຊົນລາວແມ່ນໄດ້ ຮັບສາລະປະໂຫຍດ ສຳຄັນມັນໄດ້ເຊື່ອມ ຊຶມພວກສະຫາຍ ເປັນຂົວຕໍ່ມິດຕະພາບລະ ຫວ່າງປະຊາຊົນ ໂດຍສະເພາະແມ່ນຊາວໜຸ່ມລາວ. ໂອກາດນີ້ ອວຍພອນໃຫ້ພວກ ສະຫາຍສືບຕໍ່ໄດ້ຮັບຜົນສຳເລັດໃນວຽກງານທຸກດ້ານ. ຖືວ່ານີ້ເປັນອົງປະກອບທີ່ ສຳຄັນ, ເປັນສື່ທີ່ສຳຄັນໃນປະຈຸບັນກໍ່ຄືໃນໄລຍະຍາວນານ ຕໍ່ໄປ. ສະຖານທູດ ສປປ ລາວຍິນດີສືບຕໍ່ຮ່ວມ ມືກັບພວກສະຫາຍ.
ໂອ​ກາດ​ດັ່ງ​ກ່າວ, ຢູ່​ໃນ​ສະ​ຖານ​ທູດ​ລາວ​ປະ​ຈຳ​ຈີນ​ໄດ້​ຈັດ​ພິ​ທີ​ມອບ​-ຮັບປື້ມ ເຊິ່ງທ່ານ​ສົມ​ພອນ ສີ​ຈະ​ເລີນໄດ້​ຮັບ​ປື້ມຕ່າງໆທີ່​ຮຽບ​ຮຽງ​ ແລະ​ ແປ​ໂດຍ​ CMG ເປັນ​ຕົ້ນ: “ເສັ້ນ​ທາງ​ປະ​ສານ​ໃຈ” ສະ​ບັບ​ພາ​ສາ​ລາວ​ແລະ​ພາ​ສາ​ຈີນ, ປື້ມ “ກະ​ວີ​ເພື່ອ​ເຈົ້າ: ບົດ​ກະ​ວີ​ຈີນ​ສະ​ໄ​ໝ​ປັດ​ຈຸ​ບັນ​ຮ້ອຍ​ບົດ” ແລະ ປື້ມ “ສອນ​ໃຈ​ໄວ​ເດັກ” ຈຳ​ນວນ​ທັງ​ໝົດ 125 ຫົວ.
ທີ່ມາ: CMG