ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາໂຄງການຟື້ນຟູປ່າ ແລະ ປູກໝາກຖົ່ວລຽນເປັນສິນ ຄ້າຢູ່ເມືອງສະໜາມໄຊ

Mar 25, 2025

ວັນທີ 24 ມີນາ 2025 ທີ່ຫອ້ງປະຊຸມພະແນກແຜນການ ແລະ ການລົງທຶນແຂວງອັດຕະປື ໄດ້ຈັດພິທີເຊັນສັນຍາອະນຸມັດໂຄງ ການຟື້ນຟູປ່າໄມ້ ດ້ວຍການປູກໝາກຖົ່ວລຽນເປັນສິນຄ້າ ໂດຍແມ່ນພາກລັດ ແລະ ບໍລິສັດ ສຸກສະຫວັດພັດທະນາກະເສດຈຳກັດຜູ້ດຽວ ສໍາປິທານໃນເນື້ອ 99 ເຮັກຕາ, ຢູ່ເຂດ ບ້ານໜອງຫີນ ເມືອງສະໜາມໄຊ. ໂດຍການເຂົ້າຮ່ວມຂອງ ທ່ານ ມີໄຊ ສີສະແຫວງສຸກ ວ່າການຫົວໜ້າພະແນກແຜນການ ແລະ ການລົງທືນແຂວງ, ທ່ານ ພອນໄຊ ປິ່ນແກ້ວ ອໍານວຍການ ບໍລິສັດສຸກສະຫວັດພັດທະນາກະເສດຈຳກັດຜູ້ດຽວ ແລະ ຂະແໜງການທີ່ກຽ່ວຂ້ອງ.
ຂ່າວ: ມະນີວອນ