ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປີຜ່ານມາ ມູນຄ່າການຄ້າຂອງ ແຂວງຈໍາປາສັກ ບັນລຸ ທັງໝົດ 812 ລ້ານກວ່າໂດລາສະຫະລັດ

Mar 25, 2025

ທ່ານ ບຸນຍະເດດ ທອງສະຫວັນ, ຫົວໜ້າພະແນກອຸດສາຫະ ກຳ ແລະ ການຄ້າ ແຂວງຈໍາປາສັກ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາວຽກງານອຸດສະຫະກຳ ແລະ ການຄ້າ ປະຈໍາປີ ປີ 2024 ແລະ ວາງທິດທາງແຜນການປີ 2025 ຈັດຂຶ້ນຢູ່ພະແນກດັ່ງກ່າວໃນວັນທີ 25 ມີນານີ້ ວ່າ: ມາຮອດປະຈຸບັນແຂວງຈໍາປາສັກ ມີໂຮງງານອຸດສາຫະກໍາ ແລະ ຫັດຖະກໍາ ຈໍານວນ 1.746 ແຫ່ງ ລວມມູນຄ່າລົງທືນທັງໜົດ 3.198,14 ຕື້ກີບ. ລວມຍອດການຜະລິດຕະພັນອຸດສາຫະກໍາ ແລະ ຫັດຖະກໍາ ໃນປີ 2024 ປະຕິບັດໄດ້ 6.421,68 ຕື້ກີບ ທຽບໃສ່ໄລຍະດຽວຂອງປີເພີ່ມຂື້ນ 114,78 % ທຽບໃສ່ແຜນການເພີ່ມຂຶ້ນ 110,47 %.
ລວມຍອດການຈໍາໜ່າຍຜະລິດຕະພັນອຸດສາຫະກໍາ ແລະ ຫັດຖະກໍາ ໃນປີ 2024 ປະຕິບັດໄດ້ 8.575,53 ຕື້ກີບ ທຽບໃສ່ໄລຍະດຽວຂອງປີເພີ່ມຂື້ນ 113,48 % ທຽບໃສ່ແຜນການເພີ່ມຂຶ້ນ 109 %.
ໃນປີ 2024 ແຂວງຈໍາປາສັກ ມີມູນຄ່າການຄ້າທັງໝົດ 812.607.973,85 ໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນ ເພີ່ມຂຶ້ນ 1%, ທຽບໃສ່ແຜນປີ 2024 ລື່ນແຜນ 1%, ໃນນັ້ນ: ມູນຄ່າການສົ່ງອອກທັງໝົດ ມີມູນຄ່າ 434.849.902,94 ໂດລາສະຫາລັດ, ທຽບໃສ່ໄລຍະດຽວກັນ ຫູຸດລົງ 7%, ທຽບໃສ່ແຜນປີ 2024 ປະຕິບັດໄດ້ 90%.
ສິນຄ້າທີ່ສົ່ງອອກຕົ້ນຕໍ ແມ່ນ: ສິນຄ້າກະສິກໍາ (ວັດຖຸດິບ), ພຶດຜັກທີ່ນອນໃນໂຄງການສັນຍາສອງສົ້ນ, ຜະລິດຕະພັນອຸດສາຫະກໍາປຸງແຕ່ງ (ສໍາເລັດຮູບ); ມູນຄ່າການນໍາເຂົ້າສິນຄ້າທັງໝົດ ມີມູນຄ່າ 377.758.070,91 ໂດລາສະຫະ ລັດ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 14%, ທຽບໃສ່ແຜນ ປີ 2024 ລື່ນແຜນ 17%, ສິນຄ້ານໍາເຂົ້າສ່ວນໃຫຍ່ແມ່ນ: ໝວດນໍ້າມັນເຊື້ອໄຟ, ພາຫານະ , ອາໄລ່, ເຄື່ອງກໍ່ສ້າງ, ເຄື່ອງສະບຽງ ແລະ ເຄື່ອງໂຄງການຮັບໃຊ້ພາຍໃນ (ເກີນດູນ ການຄ້າ 57.091.832,03 ໂດລາສະຫະລັດ)
ຂ່າວ,ພາບ: ເກດສະໜາ ແກ້ວສຸວັນນະແສງ.