ທ່ານ ນາງ ສຸກສາຄອນ ດາວົງ, ເລຂາພັກບ້ານ-ນາຍບ້ານຜານົມ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນ ຫລວງພະບາງ ຄັ້ງທີ VIII ໃນວັນທີ 24 ມີນາ 2025 ວ່າ: ເພື່ອປະຕິບັດຕາມມະຕິກອງປະຊຸມໃຫຍ່ ໃນການສ້າງບ້ານຜານົມ ໃຫ້ກາຍເປັນບ້ານພັດທະນາຮອບດ້ານ, ຄະນະໜ່ວຍພັກ-ອົງ ການປົກຄອງບ້ານ ຈຶ່ງໄດ້ຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງເບຕົງເສີມເຫລັກ ຢູ່ພາຍໃນບ້ານ ໂດຍລິເລີ່ມຈາກການພັດທະນາພື້ນຖານໂຄງລ່າງຂອງບ້ານ ບວກກັບຄວາມຕ້ອງການ ແລະ ຄວາມສາມັກຄີຂອງປະຊາຊົນພາຍໃນບ້ານ.
ມາຮອດປີ 2021 ອົງການປົກຄອງບ້ານ ຈຶ່ງໄດ້ເປີດກອງປະືຊຸມ ຮ່ວມກັບພໍ່ແມ່ປະຊາຊົນພາຍໃນບ້ານ ເພື່ອຕັດສິນໃຈຮ່ວມກັນວາງແຜນກໍ່ສ້າງທາງເບຕົງ ດ້ວຍທຶນສົມທົບຂອງພາກລັດ ແລະ ປະຊາຊົນ ດຳເນີນການກໍ່ສ້າງມາແຕ່ລະປີ ຈົນເຖິງປີ 2024 ໄດ້ສຳເລັດການກໍ່ສ້າງທາງຮ່ອມ 11 ເສັ້ນ ໃຫ້ເປັນທາງເບຕົງ ສໍາເລັດ ມີລວງຍາວ 1.663 ແມັດ, ມູນຄ່າການກໍ່ສ້າງທັງ ໝົດຫລາຍກວ່າ 1,4 ຕື້ກວ່າລ້ານກີບ.
ປັດຈຸບັນບ້ານຜານົມ ມີປະຊາກອນ 1.682 ຄົນ, ຍິງ 857 ຄົນ, ມີ 380 ຄອບຄົວ, ມີສະມາຊິກ 28 ຄົນ, ຍິງ 12 ຄົນ, ສະມາຊິກພັກບໍານານ 12 ຄົນ, ຍິງ 02 ຄົນ, ການດໍາລົງຊີວິດຂອງປະຊາຊົນ ພາຍໃນບ້ານສ່ວນໃຫຍ່ ແມ່ນມີມູນເຊື້ອໃນການ ເຮັດຫັດຖະກຳຕ່ຳແຜ່ນແພ, ການຄ້າຂາຍ ແລະ ບໍລິການ, ເຊິ່ງສາມາດສ້າງລາຍຮັບສະເລ່ຍ 26,4 ລ້ານກີບ/ຄົນ/ປີ.
ນອກນີ້, ພາຍໃນບ້ານ ໄດ້ມີກອງທຶນໜູນວຽນພາຍໃນບ້ານ 100 ກວ່າລ້ານກີບ. ການປັບປຸງກໍ່ສ້າງພາຍໃນຄະນະພັກ ແລະ ສະມາຊິພັກ ມີຄວາມສາມັກຄີເປັນເອກະພາບ, ມີສະຕິຕໍ່ການຈັດຕັ້ງ, ຕໍ່ລະບຽບວິໄນຂອງພັກ ແລະ ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ ເປັນແບບຢ່າງນໍາພາ ໃຫ້ມະຫາຊົນໃນສິ່ງທີ່ດີ, ມີຄວາມຮັບຜິດຊອບສູງ ແລະ ເຮັດສໍາເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ.
ຂ່າວ: ອາພຸດເດດ ບຸບຜາ, ພາບ: ທະນູສີນ ອິດທິພົນ





