ກອງປະຊຸມໃຫຍ່ ຄັ້ງທີ IX ອົງຄະນະພັກເມືອງຊະນະສົມບູນ ແຂວງ ຈຳປາສັກ ໄດ້ໄຂຂຶ້ນ ວັນທີ 26 ມີນາ 2025 ທີ່ສະໂມສອນເມືອງ. ກອງປະຊຸມຄັ້ງນີ້ພາຍໃຕ້ການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ, ສະຫາຍ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ, ປະທານກວດກາພັກແຂວງ, ສະຫາຍ. ນາງ ພູໄພທອງ ພິມມະວົງສາ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ, ມີສະຫາຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ມີແຂກເຊີນການນຳ, ອະດີດການນຳຂັ້ນແຂວງ, ການນຳນະຄອນ, ເມືອງ, ຜູ້ແທນສົມບູນເຊິ່ງເປັນຕົວແທນໃຫ້ສະມາຊິກພັກ ໃນທົ່ວເມືອງ ຊະນະສົມບູນ ເຂົ້າຮ່ວມ 171 ສະຫາຍ
ສະຫາຍ. ພູໄພທອງ ພິມມະວົງສາ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ IX ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ໄດ້ສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງເປັນຂະບວນຫ້າວຫັນເວົ້າລວມ; ເວົ້າສະເພາະແມ່ນປະຊາຊົນຊາວເມືອງຊະນະສົມບູນ ໄດ້ມີຄວາມ ເບີກບານມ່ວນຊື່ນຕໍ່ຜົນສໍາເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ ຕະຫລອດ ໄລຍະ 5 ປີ ຜ່ານມາ, ເຊິ່ງເຫັນວ່າ: ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ທົ່ວສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ມີການພັດທະນາດ້ວຍບາດກ້າວ ແລະ ຖ່ວງທ່າໃໝ່, ປະຊາ ຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ທັງມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ສິດເສລີພາບ ແລະ ປະຊາທິປະໄຕຂອງພົນລະເມືອງ ໄດ້ຮັບການເສີມຂະຫຍາຍ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈ ໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນກ້າວໆ.
ເສດຖະກິດຂອງເມືອງ ຂະຫຍາຍຕົວສະເລ່ຍຢູ່ໃນລະດັບ 6,81% (ແຜນ 7,72%). ລວມຍອດມູນຄ່າຜະລິດຕະພັນຕາມລາຄາໃນປີປະຕິບັດໄດ້ 5.253,31 ຕື້ກີບ (ແຜນ 4.440,88 ຕື້ກີບ), ທຽບໃສ່ແຜນລື່ນ 18,29%, ໂຄງປະກອບເສດຖະກິດຫັນປ່ຽນດັ່ງນີ້: ຂົງເຂດກະສິກຳ ຂະຫຍາຍຕົວສະເລ່ຍ 8,66%, ກວມເອົາ 42,01%, ຂົງເຂດອຸດສາຫະກຳຂະຫຍາຍຕົວສະເລ່ຍ 6,8%, ກວມເອົາ 36,92%, ຂົງເຂດການບໍລິການຂະຫຍາຍຕົວສະເລ່ຍ 4,5%, ກວມເອົາ 21,07%, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 13,5 ລ້ານກີບ ຫຼື ເທົ່າ ກັບ 916 ໂດລາ, ໃນອັດຕາແລກປ່ຽນສະເລ່ຍ 15.411 ກີບ/ໂດລາ (ແຜນ 11.81 ລ້ານກີບ ຫຼື ເທົ່າກັບ 1.381 ໂດລາ, ໃນອັດຕາແລກປ່ຽນ 8.556 ກີບ/ໂດລາ)
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງນີ້ ແມ່ນມີຄວາມສໍາຄັນຍິ່ງ ເຊິ່ງຈະໄດ້ພິຈາລະນາ ຕົກລົງຮັບຮອງເອົາທິດທາງ, ຄາດໝາຍສູ້ຊົນ, ແຜນວຽກຮອບດ້ານ ສໍາລັບການນໍາພາເມືອງກ້າວຂຶ້ນສູ່ຄວາມເຂັ້ມແຂງ, ນໍາເອົາຄວາມຢູ່ດີກິນດີມາໃຫ້ປະຊາຊົນ; ພ້ອມດຽວກັນນັ້ນ ກໍ່ຈະໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງ ໜັກແໜ້ນ ສູ່ຈຸດໝາຍທີ່ວາງໄວ້. ທັງໝົດນັ້ນແມ່ນໜ້າທີ່ສໍາຄັນ ທີ່ກອງປະຊຸມໃຫຍ່ຂອງພວກເຮົາຄັ້ງນີ້ ຕ້ອງປະຕິບັດດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຜົນສໍາເລັດຢ່າງຈົບງາມ. ພາຍຫຼັງກອງປະຊຸມໄຂຂຶ້ນເປັນທາງການ ສະຫາຍ ນາງ ພູໄພທອງ ພິມມະວົງສາ ຍັງໄດ້ຜ່ານຮ່າງບົດລາຍງານການເມືອງ ທັງ 2 ພາກ, ສະຫາຍ ບຸນເພັງ ສີລິວັດ ກຳມະການພັກເມືອງ ຮອງເຈົ້າເມືອງໄດ້ຜ່ານ ແຜນພັດທະນາ ເສດຖະກິດ – ສັງຄົມ 5 ປີຕໍໜ້າ. ຈາກນີ້ບັນດາຫ້ອງການ, ຮາກຖານພັກ, ຫົວໜ່ວຍການຜະລິດທຸລະກິດ, ຄອບຄົວຕົວແບບດີເດັ່ນຈາກກຸ່ມ, ບ້ານຕ່າງໆ ກໍມີຄຳເຫັນ ນໍາເອົາຜົນງານໄຊຊະນະຂອງຕົນທີ່ຍາດໄດ້ມາເອກອ້າງ ຊົມເຊີຍຕໍ່ກອງປະຊຸມໃຫຍ່ໃຫ້ມີເນື້ອໃນຄວາມໝາຍ, ຄວາມສຳຄັນຢ່າງເລິກເຊິ່ງ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະສົມບູນ ຈະເລີນສຸກ ຄັ້ງທີ IX ດຳເນີນໄປເປັນເວລາ 2 ວັນ ຄືວັນທີ 26-27 ມີນາ 2025 ຈິ່ງຈະສໍາເລັດ.
ເກດສະໜາ ແກ້ວສຸວັນນະແສງ





