ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວເມືອງຫົງສາ ຄັ້ງທີ VI

Mar 26, 2025

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຫົງສາ ແຂວງໄຊຍະບູລີ ຄັ້ງທີ VI ໄດ້ໄຂຂຶ້ນ ແລະ ອັດລົງໃນວັນທີ 25 ມີນາ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນປະທານຂອງທ່ານ ປ່ຽນ ຈິນດາ ກໍາມະການແນວລາວສ້າງຊາດແຂວງ, ກໍາມະການປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາສີ ແພງສະຫວັນ ກໍາມະການສູນກາງແນວລາວສ້າງຊາດ, ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງໄຊຍະບູລີ, ທ່ານ ພອນສະຫວັນ ໄຊສົມພັນ ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຫົງສາ, ມີທິມງານຂອງແຂວງ, ແຂກຖືກເຊີນ ແລະ ຜູ້ແທນເຂົ້າຮ່ວມທັງໝົດ 110 ທ່ານ, ຍິງ 06 ທ່ານ, ພະສົງ 03 ອົງ, ໃນນີ້, ຜູ້ແທນສົມບູນ 65 ທ່ານ, ຍິງ 06 ທ່ານ.
ກອງປະຊຸມໃຫຍ່ໄດ້ຄົ້ນຄວ້າປະກອບຄຳເຫັນ ແລະ ປະຊາມະຕິ ຮັບຮອງເອົາຮ່າງບົດລາຍງານການເມືອງ ທີ່ໄດ້ຕີລາຄາຜົນສຳເລັດຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະກຳມະການແນວລາວສ້າງຊາດເມືອງ ແຕ່ປີ 2019-2024 ແລະ ທິດທາງແຜນການໃນ 5 ປີ ຕໍ່ໜ້າ (2025-2029) ທີ່ໄດ້ວາງ 5 ຄາດໝາຍສູ້ຊົນ ແລະ 6 ວຽກງານຈຸດສຸມ ແລະ ບົດສຳຫຼວດການນຳພາລວມຂອງຄະນະກຳມະການແນວລາວສ້າງຊາດເມືອງ ຄັ້ງທີ V, ຊຶ່ງໄດ້ຕີລາຄາທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະທີ່ຜ່ານມາ.
ກອງປະຊຸມໄດ້ປືກສາຫາລື ຢ່າງມີປະຊາທິປະໄຕ ເປັນເອກະພາບຮັບຮອງເອົາ ຄະນະກໍາມະການແນວລາວສ້າງຊາດ ເມືອງຫົງສາ ຊຸດທີ VI ຈຳນວນ 65 ທ່ານ, ຍິງ 06 ທ່ານ, ພະສົງ 03 ອົງ ຊຶ່ງເປັນຕົວແທນໃຫ້ແກ່ອົງການຈັດຕັ້ງການເມືອງ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດໄວ ໃນທົ່ວເມືອງ, ໃນນີ້, ເປັນຕົວແທນສໍານັກງານ, ອົງການອ້ອມຂ້າງເມືອງ 16 ທ່ານ, ພະນັກງານບໍານານ 03 ທ່ານ, ເປັນຕົວແທນນັກທຸລະກິດ 06 ທ່ານ, ເປັນຕົວແທນກໍາລັງປະກອບອາວຸດ 02 ທ່ານ; ເປັນຕົວແທນມາຈາກຮາກຖານບ້ານ 35 ທ່ານ ແລະ ເປັນຕົວແທນພຸດພະສາສະໜາ 03 ອົງ.
ກອງປະຊຸມຄັ້ງປະຖົມມະລຶກໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາ ທ່ານ ປ່ຽນ ຈິນດາ ເປັນປະທານແນວລາວສ້າງຊາດເມືອງຊຸດໃໝ່, ທ່ານ ບຸນທັນ ຈັນທະລັງສີ ແລະ ທ່ານ ອຸດອນ ສີມຸນຕີ ເປັນຮອງປະທານ, ຮັບຮອງເອົາທ່ານ ບຸນທັນ ຈັນທະລັງສີ ເປັນປະທານກວດກາ, ທ່ານ ຫຸມເພັງ ທະນະຂັນ ເປັນຮອງປະທານກວດກາ ແລະ ທ່ານ ນາງ ສາຍລົມ ສີບົວວັນ ເປັນຜູ້ຊ່ວຍກວດກາ.
ກອງປະຊຸມໄດ້ເປັນກຽດຢ່າງສູງ ຮັັບຟັງການໂອ້ລົມ ຂອງທ່ານ ຄໍາສີ ແພງສະຫວັນ ກໍາມະການສູນກາງແນວລາວສ້າງຊາດ, ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ທີ່ເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍ, ຄວາມສຳຄັນອັນໜັກແໜ້ນເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ຄະນະກຳມະການແນວລາວສ້າງຊາດເມືອງຊຸດໃໝ່ ແລະ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການນຳພາ-ຊີ້ນຳຂອງຄະນະພັກ, ຄະນະກຳມະການສູນກາງແນວລາວສ້າງຊາດຊຸດເກົ່າ ທີ່ໄດ້ນຳພາຊີ້ນຳຄະນະກຳມະການ, ພະນັກງານ, ສະມາຊິກພັກຕະຫຼອດຮອດປະຊາຊົນບັນດາເຜົ່າ, ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ພ້ອມດຽວກັນນັ້ນ, ກໍ່ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ບັນດາດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະກຳມະການແນວລາວສ້າງຊາດເມືອງຊຸດໃໝ່ ສືບຕໍ່ນຳພາ-ຊີ້ນຳຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງແນວລາວສ້າງຊາດເມືອງ ໃຫ້ມີຜົນງານໃໝ່ຍິ່ງໃຫຍ່ກວ່າເກົ່າ.
ຂ່າວ-ພາບ: ຖວທ ຫົງສາ