ພິທີິປະກາດຮັບຮອງ ບ້ານຫ້ວຍໄມ້ຊາງ ເມືອງປາກທາ ແຂວງບໍ່ແກ້ວ ເປັນບ້ານສາມັກຄີປອງດອງ ຈັດຂຶ້ນໃນວັນທີ 25 ມີນາ 2025 ທີ່ໂຮງຮຽນປະຖົມບ້ານຫ້ວຍໄມ້ຊາງ ໂດຍມີທ່ານ ຄຳຈັນ ອິນທະຈັກ ຮອງເລຂາພັກເມືອງ, ທ່ານ ທອງຈັນ ອິນທະພອນ ປະທານແນວລາວສ້າງຊາດເມືອງ ພ້ອມດ້ວຍອົງການຈັດຕັ້ງບ້ານ, ເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ທ່ານ ຄຳດີ ຊົງ ນາຍບ້ານຫ້ວຍໄມ້ຊາງ ໄດ້ກ່າວວ່າ: ບ້ານຫ້ວຍໄມ້ຊາງ ເປັນບ້ານໜຶ່ງໃນຈຳນວນ 34 ບ້ານ ຂອງເມືອງປາກທາ ເປັນບ້ານຊົນເຜົ່າມົ້ງກວມເອົາ 95%, ຕັ້ງຫ່າງຈາກເທສະບານເມືອງປາກທາ 45 ກິໂລແມັດ, ປັດຈຸບັນ ບ້ານຫ້ວຍໄມ້ຊາງມີ 4 ໜ່ວຍ, ມີ 45 ຫລັງຄາ, ມີພົນລະເມືອງ 218 ຄົນ ຍິງ 101 ຄົນ, ປະຊາຊົນສ່ວນໃຫຍ່ຢຶດຖືອາຊີບ ກະສິກໍາປູກຝັງ, ລ້ຽງສັດເປັນຕົ້ນຕໍ ແລະ ບໍລິການຄ້າຂາຍເປັນສໍາຮອງ, ສະເລ່ຍລາຍຮັບຂອງພໍ່ແມ່ປະຊາຊົນພາຍໃນບ້ານ ໄດ້ 10 ລ້ານກວ່າກີບຕໍ່ຄົນຕໍ່ປີ. ຜ່ານຂະບວນການສ້າງຄອບຄົວ, ບ້ານສາມັກຄີປອງດອງ ເຊິ່ງສະຫລຸບຕີລາຄາໄດ້ ປະຊາຊົນພາຍໃນບ້ານມີຄວາມຕື່ນຕົວ ທາງດ້ານການເມືອງແນວຄິດ, ບັນດາປະກົດການຫຍໍ້ທໍ້ໄດ້ຮັບການແກ້ໄຂຢ່າງຂາດຕົວ, ພາຍໃນບ້ານມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນພາຍໃນບ້ານມີຄວາມສາມັກຄີເປັນເອກະພາບ, ຄະນະປົກຄອງບ້ານ ພ້ອມກັນປະຕິບັດຕາມແນວທາງນະໂຍບາຍ ຂອງພັກ-ລັດໄດ້ເປັນຢ່າງດີ, ມີຄອບຄົວໄດ້ຄະແນນດີເລີດ ໃນ 4 ມາດຖານ ມີ 15 ຄອບຄົວ ແລະ ໄດ້ຄະແນນດີ ໃນ 4 ມາດຖານ ມີ 30 ຄອບຄົວ.
ໃນພິທີໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າເມືອງປາກທາ ວ່າດ້ວຍ ການຢັ້ງຢືນຮັບຮອງເອົາຄອບຄົວສາມັກຄີປອງດອງປະຈໍາປີ 2025 ຈໍານວນ 45 ຄອບຄົວ ແລະ ຜ່ານຂໍ້ຕົກລົງຂອງເຈົ້າແຂວງບໍ່ແກ້ວ ວ່າດ້ວຍການຮັບຮອງເອົາບ້ານຫ້ວຍໄມ້ຊາງ ເປັນບ້ານສາມັກຄີປອງດອງ.
ທ່ານ ຄຳຈັນ ອິນທະຈັກ ໄດ້ຍ້ອງຍໍຊົມເຊີຍອົງການຈັດຕັ້ງທຸກໆຂັ້ນ ທີ່ສາມາດຍາດມາໄດ້ເປັນບ້ານສາມັກຄີປອງດອງ ເເລະ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ວຽກງານສຶກສາອົບຮົມ ການເມືອງແນວຄິດເປັນບັນຫາສຳຄັນ ຕິດພັນກັບວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບສຸກຂອງບ້ານ, ຮັກສາມູນເຊື້ອຄວາມສາມັກຄີ ໃນການສ້າງສາພັດທະນາບ້ານຂອງຕົນ ເປັນຕົ້ນ ສ້າງເສດຖະກິດຄອບຄົວໃນການປູກ-ການລ້ຽງໃຫ້ກຸ້ມຢູ່ກຸ້ມກິນ ໃຫ້ກາຍເປັນຄອບຄົວຮັ່ງມີຜາສຸກ ເພື່ອລຶບລ້າງຄວາມທຸກຍາກໃຫ້ໝົດໄປໃນອະນາຄົດ ແລະ ພ້ອມກັນສືບຕໍ່ຮັກສາມູນເຊື້ອນີ້ໄວ້ໃຫ້ໝັ້ນຄົງຕະຫລອດໄປ.
ຂ່າວ-ພາບ: ວັນນະເດດ





