ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ IX ຂອງເມືອງຊະນະສົມບູນ ແຂວງຈໍາປາສັກ ທີ່ເປີດຂຶ້ນ ໃນວັນທີ 26 ມີນາ 2025 ຢູ່ສະໂມສອນເມືອງ.
ເວລາພັກຜ່ອນ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານານພັກແຂວງ ເຈົ້າແຂວງຈຳປາສັກ ພ້ອມການນໍາ ແລະ ແຂກທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ເຄື່ອນໄຫວຢ້ຽມຢາມຮ້ານວາງສະແດງຜະລິດຕະພັນຫັດຖະກໍາຜ້າຝ້າຍ ແລະ ຫັດຖະກໍາຈັກສານ ທີ່ເຂົ້າຮ່ວມວາງສະແດງໃນໄລຍະດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຊະນະສົມບູນ.
ຂ່າວ-ພາບ: ທູນທອງໃຈ







