ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງສາລະວັນ ຄັ້ງທີ X

Mar 26, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສາລະວັນ ຄັ້ງທີ X ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ, ພາຍຫຼັງໄດ້ດໍາເນີນມາແຕ່ວັນທີ 25-26 ມີນາ 2025, ຢູ່ທີ່ສະໂມສອນແຂວງ, ໂດຍມີຜູ້ແທນສົມບູນເຂົ້າຮ່ວມ 159 ສະຫາຍ ຍິງ 21 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງ 3.050 ສະຫາຍ, ກອງປະຊຸມຄັ້ງນີ້ ໄດ້ໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ສະໄໝທີ X, ມີຜູ້ອອກຮັບສະໝັກເລືອກຕັ້ງ 32 ສະຫາຍ, ຍິງ 5 ສະຫາຍ, ເລືອກໄດ້ 27 ສະຫາຍ, ຍິງ 4 ສະຫາຍ. ທັງປ່ອນບັດຄັດເລືອກເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສາລະວັນ ຄັ້ງທີ X ຈໍານວນ 23 ສະຫາຍ, ຍິງ 4 ສະຫາຍ ແລະ ຜູ້ແທນສໍາຮອງ 5 ສະຫາຍ, ຍິງ 1 ສະຫາຍ. ຜ່ານການດຳເນີນກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນຮັບຮອງເອົາຄະນະປະຈໍາພັກເມືອງ 9 ສະຫາຍ, ຍິງ 1 ສະຫາຍ ໂດຍເຫັນດີເລືອກເອົາ ສະຫາຍ ຈັນສີລອນ ສີສົມບູນ ເປັນເລຂາຄະນະບໍລິຫານງານພັກເມືອງສາລະວັນຊຸດໃໝ່, ສະຫາຍ ບຸນສາ ຄ່ຽມມະນີຂັນໄຊ ແລະ ສະຫາຍ ກໍ່າສະໃໝ ແສນແທຫຼວງ ເປັນຮອງເລຂາພັກເມືອງ, ເລືອກເອົາ ສະຫາຍ ສົມບັດ ໄຕຍະລາດ ເປັນປະທານກວດກາພັກເມືອງ, ສະຫາຍ ແສງສະຫັວນ ອິນທະວົງສີ ແລະ ສະຫາຍ ນາງ ຫຼຽນທອງ ຈັນທະວົງ ເປັນຮອງປະທານກວດກາພັກເມືອງ.
ສະຫາຍ ຈັນສີລອນ ສີສົມບູນ ໄດ້ຕີລາຄາສູງວ່າ: ກອງປະຊຸມໃຫຍ່ ໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ເປັນເອກະສັນກັນຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງຄາດໝາຍສູ້ຊົນໃນແຕ່ລະດ້ານກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ, ໃນນັ້ນ ໄດ້ຕີລາຄາດ້ານດີ ທົ່ວເມືອງສາລະວັນ ມີຄວາມສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ບ້ານທົ່ວເມືອງໄດ້ຮັບນາມມະຍົດເປັນບ້ານປ້ອງກັນຊາດ-ເຂັ້ມແຂງ, ບ້ານເຮັດວຽກປ້ອງກັນຄວາມສະຫງົບດີ, ເສດຖະກິດສືບຕໍ່ຂະຫຍາຍຕົວໃນລະດັບ 6,87%, ລວມຍອດຜະລິດຕະພັນພາຍໃນ ບັນລຸໄດ້ 8,204 ຕື້ກວ່າກີບ, ລາຍຮັບສະເລ່ຍ 16 ລ້ານກີບ ຫຼື 776 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ລື່ນຄາດໝາຍໃນແຕ່ລະປີ, ຄຸ້ມຄອງລາຍຈ່າຍ ໃຫ້ສອດຄ່ອງກັບວິໄນການເງິນຢ່າງເຂັ້ມງວດ, ການລົງທຶນກໍ່ເພີ່ມຂຶ້ນ, ບ້ານ ແລະ ຄອບຄົວທຸກຍາກກໍ່ໄດ້ຮັບການແກ້ໄຂຫຼຸດລົງເທື່ອລະກ້າວ, ການປັບປຸງ-ກໍ່ສ້າງພັກ ຮາກຖານພັກທົ່ວເມືອງໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຫຼາຍປີຕໍ່ເນື່ອງ, ການຂະຫຍາຍພັກເພີ່ມຂື້ນທາງດ້ານປະລິມານ ແລະ ຄຸນນະພາບ ວຽກງານບູລະນະກົງຈັກລັດ ແລະ ອົງການປົກຄອງ ກໍ່ມີຄວາມໜັກແໜ້ນເຂັ້ມແຂງ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ກໍ່ໄດ້ອອກແຮງເສີມຂະຫຍາຍມູນເຊື້ອຂອງພັກຂອງຊາດ ເຂົ້າໃນຂະບວນການຕ່າງໆ ຂອງມະຫາຊົນໄດ້ເປັນຢ່າງດີແນວທາງການຕ່າງປະເທດ ທີ່ພັກວາງອອກໄດ້ປະຕິບັດຢ່າງຖືກຕ້ອງ, ຮອບດ້ານເຮັດໃຫ້ແນວທາງນະໂຍບາຍ ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກເມືອງໄດ້ຮັບການຈັດຕັ້ງປະຕິບັດໃຫ້ບັນລຸຜົນຕາມລະດັບຄາດໝາຍ.
ກອງປະຊຸມໄດ້ອັດລົງໃນວັນທີ 26 ມີນານີ້, ຢູ່ທີ່ສະໂມສອນແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນສີລອນ ສີສົມບູນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງສາລະວັນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສາລະວັນ ສະຫາຍ ສົມໃຈ ອຸ່ນຈິດ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານຮອບດ້ານເມືອງສາລະວັນ ສະຫາຍ ແຫວນເພັດ ລັດດາວົງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍການນໍາຂັ້ນແຂວງ, ເມືອງພະນັກງານອາວຸໂສບໍານານ, ການນໍາໃນ 7 ຕົວເມືອງຂອງແຂວງ ແຂກຖືກເຊີນຈາກເມືອງອ້ອມຂ້າງ ຄືເມືອງທ່າແຕງ ແລະ ເມືອງກະລືມ ແຂວງເຊກອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານສະຫາຍຜູ້ແທນສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງເຂົ້າຮ່ວມ.
ພາບ-ຂ່າວ: ທິດລານີ ໂຄດໂຍທາ.