ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພົບປະກັບ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ທີ່ ແຂວງໄຮນານ

Mar 26, 2025

ໃນວັນທີ 26 ມີນາ 2025, ທີ່ ແຂວງໄຮນານ, ສປ ຈີນ, ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຕິ່ງ ເຊຍຊຽງ, ກໍາມະການປະຈໍາກົມການເມືອງສູນກາງພັກ, ຜູ້ປະຈໍາການຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີ ປະຈໍາ 2025 ໃນລະຫວ່າງວັນທີ 26-28 ມີນາ 2025.
ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການດໍາເນີນກອງປະຊຸມສອງສະພາ ຄັ້ງທີ 3 ສະໄໝທີ 14 ຂອງ ສປ ຈີນ ກໍຄື ຜົນສໍາເລັດຂອງການຈັດເວທີປຶກສາຫາລືໂບອາວ, ເຊິ່ງເປັນເວທີສໍາຄັນໃນການສົ່ງເສີມການຮ່ວມມື ແລະ ສອດຄ່ອງກັບນະໂຍບາຍ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອສົ່ງເສີມການພັດທະນາ ແລະ ການເຊື່ອມໂຍງທາງດ້ານເສດຖະກິດ; ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວ ເຖິງ ສະຫາຍ ຫຼີ ສຽງ, ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ.
ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ ໃຫ້ກັນຊາບ ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ທີ່ໄດ້ຮັບການເສີມຂະຫຍາຍໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ໂດຍເຫັນໄດ້ຈາກມີການແລກປ່ຽນການຢ້ຽມຢາມ ແລະ ພົບປະຂອງການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ; ໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດຂອງການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ ປີ 2025 ກໍຄື ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ ທີ່ຍາດໄດ້ຜົນສໍາເລັດທີ່ເປັນຮູບປະທໍາ; ພ້ອມທັງໄດ້ສະແດງຄວາມຊົມເຊີຍທີ່ສອງຝ່າຍໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການສົ່ງເສີມການຮ່ວມມືດ້ານຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ (GSI) ໃນໂອກາດຢ້ຽມຢາມ ສປ ຈີນ ຂອງ ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ພ້ອມນັ້ນ, ສອງຝ່າຍເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ການພັດທະນາໂຄງການລົດໄຟ ລາວ-ຈີນ ກໍຄື ບັນດາທ່າແຮງບົ່ມຊ້ອນຂອງສອງຝ່າຍ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.
ໃນໂອກາດນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ເນັ້ນຢໍ້າຄວາມສໍາຄັນເປັນພິເສດ ແລະ ເອົາໃຈໃສ່ຢ່າງສູງຂອງພັກ-ລັດແຫ່ງ ສປປ ລາວ ໃນການພັດທະນາ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບ ສປ ຈີນ, ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນແກ່ ສປປ ລາວ ມາໂດຍຕະຫຼອດ, ໂດຍສະເພາະແມ່ນການຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ- ການເງິນ ແລະ ການເປັນປະທານໝູນວຽນອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ.
ໃນຂະນະດຽວກັນ, ສະຫາຍ ກໍາມະການປະຈໍາການກົມການເມືອງສູນກາງພັກ, ຜູ້ປະຈໍາການຮອງນາຍົກລັດຖະມົນຕີ ຕິ່ງ ເຊຍຊຽງ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງໄປເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືໂບອາວເພື່ອອາຊີ ປະຈໍາປີ 2025 ຂອງ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ແລະ ຄະນະ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ຈີນ-ລາວ ລາວ-ຈີນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.