ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫນັງສືແຈ້ງເຊີນປະມູນ

Mar 27, 2025

1. ຫ້ອງການ ສຶກສາທິການ ແລະ ກິລາ ເມືອງຄຳເກີດ ຂໍເຊີນບັນດາບໍລິສັດທີ່ສົນໃຈ ແລະ ມີຄຸນນະວຸທິເຫມາະສົມ ເຂົ້າຍື່ນຊອງປະມູນ ສຳລັບໂຄງການກໍ່ສ້າງ ຫ້ອງກຽມປະຖົມ ຂະໜາດ 8×7ມ 1ຫລັງ, ພ້ອມດ້ວຍເຟີນິເຈີຄົບຊຸດ ແລະ ຫ້ອງນໍ້າ1ຫລັງ, ພ້ອມດ້ວຍລະບົບນໍ້າ ທີ່ບ້ານຫ້ວຍແກ້ວ2 ຂອງເມືອງຄໍາເກີດ ແຂວງ ບໍລິຄໍາໄຊ. ຈໍານວນ 1ພູດ ໄລຍະການກໍ່ສ້າງ 61ວັນ, ຄາດຄະເນ ເລີ່ມລົງມື ໃນ ເດືອນພຶດສະພາ ແລະໃຫ້ສຳເລັດ ໃນເດືອນ ກໍລະກົດ 2025 ນີ້.
2. ການປະມູນ ຈະດໍາເນີນຕາມຂັ້ນຕອນການປະມູນເປີດກວ້າງ ທີ່ໄດ້ກຳນົດໄວ້ຢູ່ໃນ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ, ສະບັບເລກທີ 30/ສພຊ, ລົງວັນທີ 2 ພະຈິກ 2017 ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດຫມາຍວ່າດ້ວຍການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ສະບັບເລກທີ 0477/ກງ, ລົງວັນທີ 13 ກຸມພາ 2019
3. ການປະມູນນີ້ ອະນຸຍາດໃຫ້ທຸກໆບໍລິສັດທີ່ມີຄຸນນະວຸທິເຫມາະສົມ, ມີໃບອະນຸຍາດດໍາເນີນທຸລະກິດ ຊັ້ນ 1 ຖືກຕ້ອງຕາມກົດຫມາຍ ທີ່ກ່ຽວພັນກັບການກໍ່ສ້າງດັ່ງກ່າວ.
4. ບໍລິສັດທີ່ມີຄຸນນະວຸທີ່ເຫມາະສົມ ສົນໃຈສາມາດຕິດຕໍ່ພົວພັນໄດ້ທີ່ ຫ້ອງການສຶກສາທິການ ແລະ ກິລາ ເມືອງຄຳເກີດ, ພະແນກສຶກສາທິການແລະກິລາແຂວງ, ຫ້ອງການປະສານງານແຜນງານ ລາວ/338 ພະແນກແຜນການແລະການລົງທຶນແຂວງບໍລິຄຳໄຊ ແລະ ອົງການລັກເດບ ຫ້ອງການບໍລິຫານໂຄງການລາວ/338 ທີ່ນະຄອນຫຼວງວຽງຈັນ ໃນໂມງລັດຖະການ.
5. ບໍລິສັດໃດ ທີ່ຕ້ອງການຊື້ເອກະສານປະມູນຄົບຊຸດເປັນພາສາລາວ ຕ້ອງຍື່ນຫນັງສືສະເຫນີຫາ ທີ່ຢູ່ຂ້າງລຸ່ມນີ້, ເລີ້ມ
ແຕ່ ວັນທີ 25 ມີນາ ຫາ ວັນທີ 28 ເມສາ 2025, ເວລາ 8:30-16:00ໂມງ ລັດຖະການ, ລາຄາຊຸດລະ 1,000,000 ກີບ ຫລື ເປັນສະກຸນເງິນອື່ນທຽບເທົ່າ, ຈຳນວນເງິນດັ່ງກ່າວນີ້ ຈະບໍ່ມີການສົ່ງຄືນ. ວິທີການຊຳລະຕ້ອງຈ່າຍເປັນເງິນສົດເທົ່ານັ້ນ.
6. ຊອງປະມູນຕ້ອງສົ່ງທີ່ຢູ່ລຸ່ມນີ້,ໃນເວລາ ຫລື ກ່ອນເວລາ 09:30ໂມງເຊົ້າ, ວັນທີ 29 ເມສາ 2025 ທີ່ ຫ້ອງປະຊຸມ ຫ້ອງການສຶກສາທິການແລະກິລາເມືອງ ຄຳເກີດ ແຂວງບໍລິຄຳໄຊ ສປປ ລາວ, ຊອງປະມູນ-ໃດທີ່ສົ່ງຊ້າກວ່າເວລາທີ່ກໍານົດໄວ້ຈະບໍ່ຮັບເອົາ ແລະ ຈະສົ່ງຄືນ ໂດຍບໍ່ມີການເປີດຊອງ ຊອງປະມູນທຸກໆຊອງຈະໄດ້ເປີດໃນເວລາ 09:30ໂມງເຊົ້າ ວັນທີ 29 ເມສາ 2025 ທີ່ ຫ້ອງປະຊຸມ ຫ້ອງການສຶກສາທິການ ແລະ ກິລາເມືອງຄຳເກີດ ແຂວງບໍລິຄຳໄຊ ສປປ ລາວ ໂດຍຊ້ອງຫນ້າຄະນະກຳມະການປະມູນ ແລະ ຕົວແທນຂອງຜູ້ປະມູນທີ່ສົນໃຈເຂົ້າຮ່ວມນຳຕາມສະຖານທີ່ຂ້າງລຸ່ມນີ້.
7. ທຸກໆຊອງປະມູນຕ້ອງໄດ້ມີຫນັງສືຄໍ້າປະກັນການປະມູນດ້ວຍກຽດ ຫລື ຫນັງສືຄໍ້າປະກັນການປະມູນຈາກທະນາຄານ ຢ່າງຫນ້ອຍບໍ່ໃຫ້ຫລຸດ 2% ຂອງລາຄາສະເຫນີເຂົ້າປະມູນ.
ສະຖານທີ່ ທີ່ສາມາດໄປພົວພັນຊື້ ແລະກວດກາເອກະສານປະມູນ ມີດັ່ງນີ້:
. ຫ້ອງການສຶກສາທິການແລະກິລາເມືອງຄຳເກີດ, ຖ, ເລກ 8B ບ້ານອຸດົມ, ເມືອງຄຳເກີດ ຂ. ບໍລິຄຳໄຊ
ສປປລາວ ໂທ: 054 431 227
. ພະແນກສຶກສາທິການແລະກິລາ ແຂວງ, ເມືອງປາກຊັນ ແຂວງ ບໍລິຄຳໄຊ ສປປ ລາວ.
. ຫ້ອງການບໍລິຫານແຜນງານ ລາວ/338 ພະແນກແຜນການແລະການລົງທຶນ ຂ. ບໍລິຄຳໄຊ, ຖ. 4B ຫ້ອງ
ວ່າການ ບ້ານອານຸສອນໄຊ: ເມືອງປາກຊັນ ຂ. ບໍລິຄຳໄຊ ສປປ ລາວ, ໂທ: 054 212204
. ອົງການລັກເດບ ຫ້ອງການບໍລິຫານແຜນງານ ລາວ/338, ຖ. ດົງປາຍນາ, ບ້ານສະພານທອງເໜືອ, ເມືອງ
ສີສັດຕະນາກ ນະຄອນຫຼວງວຽງຈັນ ສປປ ລາວ, ໂທ: 021 417 237