ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມສ ວຽງຈັນ ງານຕັ້ງຄ້າຍວິທະຍາສາດ ລາວ-ເກົາຫຼີ

Mar 27, 2025

ໂຮງຮຽນ ມັດທະຍົມສຶກສາສົມບູນ ວຽງຈັນ (ມສ ວຽງຈັນ) ຈັດງານຕັ້ງຄ້າຍວິທະຍາສາດລາວ-ເກົາຫຼີ ຄັ້ງທີ 2 ຂຶ້ນວັນທີ 26 ມີນາ 2025 ທີ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ທ່ານ ລີ ດົງ ຢູ (Lee Dong gyu) ທີ່ປຶກສາເອອັກຄະລັດສະທູດ ສະຖານເອກອັກຄະລັດສະທູດ ສ ເກົາຫຼີ ປະຈຳລາວ ທ່ານ ຊີມ ຢອນ ໂບ (Shim Hyun bo) ຫົວໜ້າຫ້ອງການສຶກສານະຄອນອິນຊອນ ສ ເກົາຫຼີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຄະນະອຳນວຍການໂຮງຮຽນ ມສ ວຽງ ຈັນ ແຂກຖືກເຊີນ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນ ມສ ວຽງຈັນ ກ່າວວ່າ: ງານຕັ້ງຄ້າຍທົດລອງວິທະຍາສາດ ຢູ່ທີ່ໂຮງຮຽນ ມສ ວຽງຈັນ ຄັ້ງນີ້ຈັດຂຶ້ນເປັນຄັ້ງທີ 2 ສະແດງຄວາມຍິນດີ ທີ່ທາງຫ້ອງການສຶກສາມະຫານະຄອນອິນຊອນ ໄດ້ເລືອກເອົາໂຮງຮຽນພວກຂ້າພະເຈົ້າ ເປັນສະຖານທີຈັດງານຄັ້ງນີ້ ເພື່ອໃຫ້ນັກຮຽນລາວ ກໍຄືນັກຮຽນໂຮງຮຽນ ມສ ວຽງຈັນ ໄດ້ຮຽນຮູ້ ແລະ ເຂົ້າໃຈກ່ຽວກັບວິທະຍາສາດ ແລະ ສິ່ງແວດລ້ອມ ການຮຽນຮູ້ວິທະຍາສາດໂດຍຜ່ານການທົດລອງຕົວຈິງ ແມ່ນເຮັດໃຫ້ນັກຮຽນມີຄວາມສົນໃຈ ສາມາດຄິດວິເຄາະ ແລະ ຈື່ຈໍາໄດ້ດົນ ພ້ອມທັງຈະສົ່ງເສີມນັກຮຽນ ແລະ ຄູອາຈານນໍາເອົາຄວາມຮູ້ທາງດ້ານວິທະຍາສາດ ແລະ ບົດຮຽນຕ່າງໆ ເພື່ອນໍາໄປໜູນໃຊ້ໃຫ້ເກີດປະໂຫຍດຫຼາຍທີ່ສຸດ.
ທ່ານ ນາງ ນວມຄຳ ຈັນທະບູລີ ກ່າວວ່າ: ງານຄັ້ງນີ້ເປັນຕົວຢ່າງທີ່ດີເລີດຂອງການຮ່ວມມືທາງດ້ານການສຶກສາ ແລະ ວິທະຍາສາດລະຫວ່າງສອງປະເທດລາວ ແລະ ສ ເກົາຫຼີ ເປັນການສົ່ງເສີມຄວາມສົນໃຈໃນວິທະຍາສາດ ເຕັກໂນໂລຊີ ວິສະວະກຳສາດ ແລະ ຄະນິດສາດ ໃຫ້ແກ່ນັກຮຽນເທົ່ານັ້ນ ແຕ່ຍັງເປັນການສ້າງໂອກາດໃຫ້ແກ່ນັກຮຽນທັງສອງປະເທດໄດ້ແລກປ່ຽນຄວາມຮູ້ ປະສົບການ ແລະ ວັດທະນະທຳເຊິ່ງກັນ ແລະ ກັນ ສະແດງໃຫ້ເຫັນເຖິງຄວາມຄິດສ້າງສັນ ການແກ້ໄຂບັນຫາ ແລະ ຄວາມມຸ່ງໝັ້ນໃນການຮຽນຮູ້ຂອງນັກຮຽນ ຈະເປັນກຳລັງແຮງທີ່ສຳຄັນໃນການພັດທະນາປະເທດຊາດໃນອະນາຄົດ ເປັນການຮ່ວມມືທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ລາວ ແລະ ເກົາຫຼີໃຕ້ ມີຄວາມສໍາຄັນຢ່າງຍິ່ງຕໍ່ການພັດທະນາການສຶກສາຂອງພວກເຮົາ.
ທີ່ມາ: ວຽງຈັນໃໝ່
May be an image of 10 people and text
May be an image of 10 people, people studying and text