ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ພະລາທິການກອງທັບ ໄດ້ໄຂຂຶ້ນ ແລະ ສຳເລັດດ້ວຍໝາກຜົນອັນຈົບງາມ ໃນວັນທີ 26 ມີນາ 2025, ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຜູ້ຕາງໜ້າຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ແຂກຖືກເຊີນ, ຜູ້ແທນສະມາຊິກພັກສົມບູນ ຈາກຄະນະພັກຮາກຖານ ແລະ ໜ່ວຍພັກ ກົມກອງຮາກຖານທີ່ຂຶ້ນກັບເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ຕີລາຄາຄືນຢ່າງພາວະວິໄສ ຕໍ່ໝາກຜົນແຫ່ງການເຄື່ອນໄຫວນຳພາ-ຊີ້ນຳວຽກງານຮອບດ້ານ ໃນໄລຍະ 5 ປີຜ່ານມາ, ອົງຄະນະພັກ ກົມໃຫຍ່ພະລາທິການກອງທັບ ໄດ້ເອົາໃຈໃສ່ນໍາພາບັນດາກົມກອງ, ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ, 4 ຄາດໝາຍ ຕິດພັນກັບວຽກກງານ 3 ສ້າງ, ເປັນເຈົ້າການ ແລະ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ພະລາທິການກອງທັບ ໃນຊຸມປີຜ່ານມາ, ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາ ໂດຍຢຶດໝັ້ນ ຕາມ 5 ຫຼັກການ 3 ທິດນໍາຂອງພັກ ຕິດພັນກັບການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ປັດຈຸບັນ ທົ່ວອົງຄະນະພັກ ກົມໃຫຍ່ພະລາທິການກອງທັບ ປະກອບມີ 2 ຄະນະພັກ, 17 ຄະນະພັກຮາກຖານ, ມີ 196 ໜ່ວຍພັກ ໃນນັ້ນ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ມີ 160 ໜ່ວຍພັກ, ໜ່ວຍພັກເອກະລາດ 30 ໜ່ວຍພັກ, ມີສະມາຊິກພັກ 4.486 ສະຫາຍ, ເພດຍິງ 1.812 ສະຫາຍ, ກວມອັດຕາສ່ວນການນໍາພາ 92%, ມີສະມາຊິກພັກແຂງ 95%, ກາງ 2%, ມີໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ກວມເອົາ 90%, ການຂະຫຍາຍພັກ ໄດ້ປະຕິບັດຕາມກົດລະບຽບຂອງພັກ ສະໄໝທີ XI ວາງອອກ, ບຳລຸງກໍ່ສ້າງພະນັກງານຕາມທິດ 3 ຮຸ່ນ, 3 ປະເພດ ຕາມແຜນກຳນົດພະນັກງານ ບົນພື້ນຖານຕິດພັນກັບໜ້າທີ່ການເມືອງຂອງກົມກອງ.
ພ້ອມດຽວກັນນີ້, ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ໃສ່ບົດລາຍງານທັງສອງພາກ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ. ຈາກນັ້ນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຊຸດໃໝ່ 15 ສະຫາຍ, ເຊິ່ງກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະພາບເລືອກເອົາຄະນະປະຈຳພັກ 5 ສະຫາຍ ປະກອບມີ: ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ, ສະຫາຍ ພົນຈັດຕະວາ ຈັນທະຈັກ ໄຊຍະວົງສາ, ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ. ກອງປະຊຸມ ເປັນເອກະສັນເລືອກເອົາ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ເປັນເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ເປັນຮອງເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ເປັນປະທານຄະນະກວດກາພັກ. ນອກນີ້, ກຳມະການຄະນະພັກ ກົມໃຫຍ່ພະລາທິການກອງທັບ ປະກອບມີ: ສະຫາຍ ພົນຈັດຕະວາ ຄຳແພງ ພູມມະແກ້ວ, ສະຫາຍ ພົນຈັດຕະວາ ສົມໃຈ ຄຳມະນີ, ສະຫາຍ ພົນຈັດຕະວາ ຈັນສະໝອນ ມະຫາວົງ, ສະຫາຍ ພົນຈັດຕະວາ ສອນໄຊ ວົງພະຈັນ, ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ, ສະຫາຍ ພົນຈັດຕະວາ ບຸນຍົງ ວົງພົມ, ສະຫາຍ ພົນຈັດຕະວາ ຄຳແຫວນ ຫຼ້າບົວມະຫາໄຊ, ສະຫາຍ ພົນຈັດຕະວາ ນາງ ມາລີວອນ ສຸລິຍະແສງ, ສະຫາຍ ພັນເອກ ພູວຽງ ດາວັນນາຮັກ ແລະ ສະຫາຍ ພັນເອກ ເພັດທອງຄູນ ວົງພະຈັນ.
ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນງານທີ່ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ – ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ອມຊຶມກຳແໜ້ນ ຕໍ່ແນວທາງນະໂຍບາຍຂອງພັກ, ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນລາວບັນດາເຜົ່າ; ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ເຂັ້ມແຂງໃນທຸກດ້ານ ໂດຍຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ຄວາມສາມາດທາງດ້ານວິຊາສະເພາະ, ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສໍາຄັນ, ຍົກສູງສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບກົດໝາຍ ຂອງລັດ ແລະ ຂໍ້ກຳນົດ, ກົດລະບຽບ ຂອງກອງທັບໃຫ້ເຂັ້ມງວດ, ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ ກໍາແໜ້ນ ແລະ ປະຕິບັດທິດນໍາ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ- ນໍາໃຊ້ພາຫະນະເຕັກນິກ-ວັດຖຸອຸປະກອນຕ່າງໆ ໃຫ້ດີ, ນໍາໃຊ້ເຂົ້າໃນກົມກອງໃຫ້ມີຄຸນຄ່າ ແລະ ຖືກຕ້ອງ, ປະຕິບັດແນວທາງການຕ່າງປະເທດຂອງພັກ ໃນໄລຍະໃໝ່ໃຫ້ຖືກຕ້ອງ, ພົວພັນຮ່ວມມືຢ່າງຕັ້ງໜ້າກັບເພື່ອນມິດຍຸດທະສາດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອໃນດ້ານຕ່າງໆ ພ້ອມທັງສູ້ຊົນສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະກົດຜົນເປັນຈິງ ໂດຍຕິດພັນແໜ້ນກັບການສ້າງກອງວັດທະນະທໍາ-ນັກຮົບ ວັດທະນະທໍາ ແລະ ກອງປອດໃສ ປອດໄພ ປອດຄະດີ.
ໂດຍ: ຄຳໄຕ ຈັນນະຄອນ







