ຕອນເຊົ້າວັນທີ 27 ມີນານີ້ ໄດ້ຈັດພິທີໄຂ, ກອງປະຊຸມເວທີປຶກສາຫາລືອາຊີໂປອາວ ປະຈຳປີ 2025, ແຂກຜູ້ມີກຽດ 1.500 ກວ່າຄົນທີ່ມາຈາກ 60 ກວ່າປະເທດ ແລະ ເຂດແຄວ້ນ, ລວມທັງບຸກຄົນທາງການເມືອງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຜູ້ຕາງໜ້າວິສາຫະກິດ ແລະ ອື່ນໆ ໄດ້ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມເວທີປຶກສາຫາລືປະຈຳປີຄັ້ງນີ້ໄດ້ປຶກສາຫາລືກ່ຽວກັບ 4 ທິດທາງສຳຄັນຄື: ກຳແໜ້ນທ່າອ່ຽງລວມ, ຊຸກຍູ້ການເຕີບໂຕຂອງເສດຖະກິດ, ສ້າງອະນາຄົດທີ່ດີງາມ ແລະ ຂຸດຄົ້ນແຮງຂັບເຄື່ອນ, ນອກຈາກນັ້ນເວທີປຶກສາຫາລືຄັ້ງນີ້ຍັງໄດ້ເພີ່ມການຄົ້ນຄວ້າປຶກສາຫາລືກ່ຽວກັບຫົວຂໍ້ໃໝ່ເປັນພິເສດເຊັ່ນ: ການຄຸ້ມຄອງ ແລະ ການປະຍຸກໃຊ້ປັນຍາປະດິດຫຼື AI, ແລະ ການເຊື່ອມໂຍງເຊື່ອມຈອດທາງດ້ານດີຈີຕອນ.
ທີ່ມາ: CMG



