ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມແລກປ່ຽນຄຳເຫັນ ກ່ຽວກັບການດຳເນີນຄະດີປົກຄອງ ລາວ-ໄທ ຂຶ້ນໃນວັນທີ 27-28 ມີນາ ນີ້ ທີ່ໂຮງແຮມສຸພັດຕຣາ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງໄອຍະການປະຊາຊົນສູງສຸດ, ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດ ເເຫ່ງ ຣາຊາອານາຈັກໄທ ປະຈໍາ ສປປ ລາວ, ທ່ານ ສົມໄຊ ວັດທະນາກາລຸນ ຮອງປະທານສານປົກຄອງສູງສຸດ ແຫ່ງຣາຊະອານາຈັກໄທ; ມີບັນດາອົງການໄອຍະການປະຊາຊົນ, ສານປະຊາຊົນພາກກາງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄໍາເພັດ ສົມວໍລະຈິດ ໄດ້ກ່າວວ່າ: ພັກ – ລັດ ໄດ້ສຸມທຸກຄວາມພະຍາຍາມສ້າງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ ຊຶ່ງໄດ້ສະແດງອອກໃນລັດຖະທຳມະນູນ ກໍຄືມະຕິຕ່າງໆຂອງພັກ, ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ຍົກສູງຄຸນນະພາບການດຳເນີນຄະດີ ຕາມຂະບວນຍຸຕິທຳ ເພື່ອເປັນພື້ນຖານໃຫ້ອົງການຕຸລາການ, ອົງການປົກຄອງທີ່ກ່ຽວຂ້ອງ ຄົ້ນຄວ້າ, ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວເຂົ້າສູ່ວຽກງານຂອງຕົນ ໃຫ້ໄດ້ຮັບຜົນດີ, ເພີ່ມທະວີຄວາມໂປ່ງໃສ, ຖືກຕ້ອງ, ເປັນທໍາ, ເປັນບາດກ້າວທີ່ສໍາຄັນ ໃຫ້ແກ່ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ.
ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງພັກ ແລະ ປະຊາຊົນ ໄດ້ໃຫ້ທັດສະນະທິດຊີ້ນຳກ່ຽວກັບລັດທີ່ປົກຄອງດ້ວຍກົດໝາຍວ່າ: “ລັດແຫ່ງອຳນາດກົດໝາຍ ແມ່ນລັດທີ່ຖືກົດໝາຍສູງກວ່າສິ່ງໃດໆ ແລະ ສະຕິເຄົາລົບກົດໝາຍຂອງພົນລະເມືອງ ໄດ້ກາຍເປັນຄວາມຊິນເຄີຍໃນຊີວິດປະຈຳວັນ. ລັດແຫ່ງອຳນາດກົດໝາຍ ຍັງແມ່ນລັດທີ່ປະຕິບັດພັນທະຂອງຕົນຕໍ່ພົນລະເມືອງ ແລະ ພັນທະຂອງພົນລະເມືອງຕໍ່ລັດ”. ເພື່ອປະຕິບັດຕາມເນື້ອໃນຈິດໃຈດັ່ງກ່າວນັ້ນ, ຂະແໜງຍຸຕິທຳ ໂດຍມີກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ໂດຍໄດ້ຮັບການຊ່ວຍເຫຼືອທາງດ້ານການເງິນຈາກອົງການ UNDP ໄດ້ສ້າງແຜນແມ່ບົດພັດທະນາລັດແຫ່ງກົດໝາຍຂອງ ສປປ ລາວ ແລະ ແຜນແມ່ບົດໄດ້ກຳນົດກິດຈະກຳຫຼັກເປັນສີ່ເສົາຄ້ຳ: ການພັດທະນາລະບົບກົດໝາຍ, ການພັດທະນາກົງຈັກ, ການຝຶກອົບຮົມ ແລະ ການພັດທະນາວຽກງານຂໍ້ມູນຂ່າວສານ ຊຶ່ງການສ້າງສານປົກຄອງກໍຄື ກົດໝາຍວ່າດ້ວຍການປົກຄອງ ເພືື່ອຮັບປະກັນໃຫ້ແກ່ການປົກຄອງດ້ວຍກົດໝາຍຢ່າງສັກສິດ ແມ່ນວຽກງານບຸລິມະສິດຂອງແຜນແມ່ບົດ.
ປັດຈຸບັນມີກົດໝາຍ 167 ສະບັບ, ໄດ້ຮັບຮອງເອົາລັດຖະບັນຍັດຂອງປະທານປະເທດວ່າດ້ວຍການດຳເນີນຄະດີປົກຄອງ ແລະ ໄດ້ສ້າງຕັ້ງສານປົກຄອງຂຶ້ນ ຢູ່ສານປະຊາຊົນນະຄອນຫຼວງວຽງຈັນ, ສານປະຊາຊົນພາກກາງ ແລະ ສານປະຊາຊົນສູງສຸດ ເພື່ອພິຈາລະນາແກ້ໄຂຄະດີປົກຄອງ, ອັນໄດ້ເຮັດໃຫ້ການປົກຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນລະບົບຖືກຕ້ອງ, ເຮັດໃຫ້ສັງຄົມ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ, ການແກ້ໄຂຂໍ້ຂັດແຍ່ງທີ່ມີໃນສັງຄົມຕາມຂະບວນຍຸຕິທຳ ຖືກຕ້ອງເປັນທຳ ເປັນກ້າວໆ .
ສປປ ລາວ ຈະມີຄວາມພະຍາຍາມປົກຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ກໍຄືການແກ້ໄຂຄະດີປົກຄອງ, ປະກົດການລະເມີດກົດໝາຍປົກຄອງຂອງກະຊວງ, ຂະແໜງການກ່ຽວທີ່ຂ້ອງ ກົດໝາຍ ແລະ ການແກ້ໄຂຄະດີປົກຄອງນີ້ບໍ່ທັນມີປະສິດທິຜົນເທົ່າທີ່ຄວນອັນເນື່ອງມາຈາກຫຼາຍສາເຫດ ຊຶ່ງໜຶ່ງໃນນັ້ນ ຄວາມຮັບຮູ້ກ່ຽວກັບກົດໝາຍປົກຄອງ ແລະ ການແກ້ໄຂຄະດີປົກຄອງຕາມຂະບວນຍຸຕິທໍາຍັງບໍ່ທັນມີຄວາມເປັນເອກະພາບກັນເທົ່າທີ່ຄວນ, ຍັງບໍ່ທັນມີບົດຮຽນ.
ກອງປະຊຸມແລກປ່ຽນຄຳເຫັນກ່ຽວກັບການດຳເນີນຄະດີປົກຄອງໃນຄັ້ງນີ້ ເພື່ອໃຫ້ບັນດາທ່ານໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນ ເພື່ອເປັນພື້ນຖານຄວາມຮູ້ ແລະ ເປັນຂໍ້ມູນໃນການຄົ້ນຄວ້າປັບປຸງການປົກຄອງ, ກົດໝາຍປົກຄອງ ແລະ ການແກ້ໄຂຄະດີປົກຄອງ ໂດຍສະເພາະການຂຽນປຶ້ມຄູ່ມືການຂຽນຄຳຖະແຫຼງຄະດີປົກຄອງພວກເຮົາ ໃນຕໍ່ໜ້າ ຢ່າງໄດ້ຮັບຜົນດີ.
ຂ່າວ-ພາບ: ບຸນອູ້ມ



