ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີ ກ່າວປາໄສໃນກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 ທີ່ ສປ ຈີນ

Mar 27, 2025

ໃນຕອນເຊົ້າຂອງວັນທີ 27 ມີນາ 2025, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມ ແລະ ກ່າວປາໄສໃນກອງປະຊຸມເວທີປຶກສາຫາລື ໂບອາວ ເພື່ອອາຊີ ປະຈໍາປີ 2025 (Boao Forum for Asia 2025) ທີ່ ແຂວງ ໄຮນານ, ສປ ຈີນ ທີ່ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: “ອາຊີ ທ່າມກາງໂລກທີ່ກຳລັງປ່ຽນແປງ: ການກ້າວໄປສູ່ຄູ່ຮ່ວມຊະຕາກຳດຽວກັນ (Asia in the changing World: Towards a shared Future)” ຕາມການເຊື້ອເຊີນຂອງເລຂາທິການໃຫຍ່ກອງປະຊຸມເວທີປຶກສາ ຫາລືໂບອາວ ເພື່ອອາຊີ.
ໃນໂອກາດດັ່ງກ່າວນີ້, ພະນະ ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍກອງປະຊຸມເວທີປຶກສາຫາລືໃນຄັ້ງນີ້, ເຊິ່ງຖືເປັນເວທີປຶກສາຫາລືທີ່ສໍາຄັນລະດັບພາກພື້ນ ທີ່ເຕົ້າໂຮມເອົາບັນດາຜູ້ນໍາ, ຜູ້ວາງນະໂຍບາຍ, ນັກຄົ້ນຄວ້າ, ຜູ້ຊ່ຽວຊານ, ນັກທຸລະກິດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສື່ມວນຊົນຕ່າງໆ ເພື່ອມາປຶກສາຫາລື ເຖິງທິດທາງໃນການຮ່ວມມື ໃນການສ້າງສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ ກໍຄື ການຮ່ວມກັນຊອກຫາວິທີການແກ້ ໄຂບັນຫາ ແລະ ຮັບມືສິ່ງທ້າທາຍຕ່າງໆ.
ພະນະທ່ານ ໄດ້ເນັ້ນຢໍ້າເຖິງທັດສະນະຂອງ ສປປ ລາວ ຕໍ່ກັບການປະກອບສ່ວນເຂົ້າໃນການເສີມສ້າງຄວາມໝັ້ນຄົງ ແລະ ສະ ຖຽນລະພາບໃນພາກພື້ນ ແລະ ສາກົນ, ໂດຍສະເພາະ ໃນໄລຍະທີ່ສະພາບການຂອງໂລກມີຄວາມເຄັ່ງຕຶງທາງດ້ານການເມືອງ ແລະ ເສດຖະກິດ, ການປ່ຽນແປງຂອງພູມມີສາດທີ່ຄາດການໄດ້ຍາກ, ເຊິ່ງບໍ່ພຽງໄດ້ສົ່ງຜົນກະທົບຕໍ່ບັນດາປະເທດທີ່ກ່ຽວຂ້ອງເທົ່ານັ້ນ ແຕ່ຍັງສົ່ງຜົນກະທົບອອກເປັນວົງກວ້າງຕໍ່ວົງຄະນະຍາດສາກົນ. ຕໍ່ໜ້າສະພາບການດັ່ງກ່າວນີ້, ປະຊາຄົມໂລກ ຕ້ອງມີການປັບຕົວ ແລະ ກຽມຄວາມພ້ອມເພື່ອຮັບມື ແລະ ຊອກຊ່ອງທາງໃນການເພີ່ມທະວີການຮ່ວມມືໃຫ້ຫຼາຍກວ່າເກົ່າ, ເຊິ່ງມັນໄດ້ຮຽກຮ້ອງໃຫ້ພວກເຮົາຈະຕ້ອງໄດ້ສືບຕໍ່ຮັດແໜ້ນການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ໂລກ ໂດຍຜ່ານການພັດທະນາໂຄງລ່າງພື້ນຖານ, ການປະສານກົມກຽວດ້ານນະໂຍບາຍ ແລະ ການເຊື່ອມໂຍງລະ ຫວ່າງປະຊາຊົນກັບປະຊາຊົນ ແນໃສ່ສົ່ງເສີມຄວາມເຂົ້າໃຈ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.
ນອກນີ້, ທ່ານຍັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ທີ່ ທ່ານ ສີ ຈິ້ນຜິງ ໄດ້ປະກາດໃນປີ 2013, ເຊິ່ງຖືເປັນກົນໄກແຫ່ງການຮ່ວມມືພະຫຸພາຄີ ທີ່ທຸກຝ່າຍໄດ້ຮັບຜົນປະໂຫຍດຢ່າງແທ້ຈິງ, ທັງເປີດກວ້າງພັດທະນາເສດຖະກິດໂລກໃນທຸກດ້ານ ໂດຍຖືເອົາຄວາມ ຜາສຸກຂອງປະຊາຊົນໃນທົ່ວໂລກເປັນບຸລິມະສິດອັນດັບໜຶ່ງ, ເຊິ່ງຂໍ້ລິເລີ່ມດັ່ງກ່າວໄດ້ກາຍເປັນພື້ນຖານ ແລະ ສາມາດເຊື່ອມສານກັບກົນໄກການຮ່ວມມືໃນລະດັບພາກພື້ນຢ່າງກົມກືນ ເຊິ່ງໃນນັ້ນກໍແມ່ນ “ແຜນແມ່ບົດວ່າດ້ວຍການເຊື່ອມຈອດພາກພື້ນຂອງອາຊຽນ ປີ 2025” ກໍຄືຍຸດທະສາດການຫັນປະເທດບໍ່ມີທາງ ອອກສູ່ທະເລ ມາເປັນສູນກາງເຊື່ອມຈອດຂອງ ສປປ ລາວ, ໂດຍ ສະເພາະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແມ່ນໂຄງການຕົວແບບໜຶ່ງໃນການປະຕິບັດຄູ່ຮ່ວມຊະຕາກໍາລາວ-ຈີນ, ຈີນ- ລາວ ແລະ ຖືເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງລາວໃຫ້ເຕີບໃຫຍ່ ແລະ ຂະຫຍາຍຕົວ.​
ການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືດັັ່ງກ່າວຂອງພະນະທ່ານ ສອນໄຊ ສີພັນດອນ ແລະ ຄະນະໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ຖືເປັນອີກໜຶ່ງບາດກ້າວໃນການຊຸກຍູ້ສົ່ງເສີມການພົວພັນຮ່ວມມືທາງດ້ານເສດຖະກິດ ຂອງ ສປປ ລາວ ໃນເວທີປຶກສາຫາລື ຂອງພາກພື້ນ ແລະ ສາກົນ.
ທີ່ມາ: ກົມການຂ່າວ, ກະຊວງການຕ່າງປະເທດ