ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະເທດລາວ ແມ່ນບຸລິມະສິດອັນດັບໜຶ່ງຂອງຈີນໃນການເພີ່ມທະວີການຮ່ວມມື

Mar 27, 2025

ໃນເວລາກ່າວມີຄຳເຫັນໃນເວທີເສວະນາ ຈີນໃນລະດູບານໃໝ່ “ ໂອກາດຂອງຈີນ ທົ່ວໂລກຊົມໃຊ້ ”ເມື່ອບໍ່ດົນມານີ້, ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດຈີນປະຈໍາລາວ ໄດ້ກ່າວວ່າ: ໃນປີ 2025, ຈີນຈະປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະ ກິດໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເປີດກວ້າງລະບຽບການຢ່າງໜັກ ແໜ້ນ, ເປີດກວ້າງການໄຂປະຕູຢ່າງເປັນລະບຽບ ແລະ ສືບຕໍ່ເປີດປະຕູຝ່າຍດຽວໃຫ້ແກ່ປະເທດດ້ອຍພັດທະນາ. ຈີນຍິນດີໃຫ້ທຸກປະເທດແບ່ງປັນຜົນປະໂຫຍດຂອງການພັດທະນາຂອງຈີນ.
ນາງ ຟາງຫົງ ກ່າວເນັ້ນວ່າ: ປະເທດລາວໃນຖານະທີ່ເປັນສະຫາຍ ແລະອ້າຍນ້ອງສັງຄົມນິຍົມ, ຈະໄດ້ຮັບບຸລິມະສິດອັນດັບໜຶ່ງຂອງຈີນໃນການເພີ່ມທະວີການຮ່ວມມື. ຈີນຍິນດີລົງເລິກ ແລະ ເປີດກວ້າງການຮ່ວມມືພາກພື້ນກັບປະເທດລາວ, ຊຸກຍູ້ການກໍ່ສ້າງແລວທາງເສດຖະກິດຈີນ-ລາວໃຫ້ດີກວ່າເກົ່າ, ສ້າງທາງລົດໄຟຈີນ-ລາວໃຫ້ດີກວ່າເກົ່າ, ເລັ່ງລັດການພັດທະນາຮອບດ້ານ, ເພີ່ມທະວີການຮ່ວມມືດ້ານພະລັງງານ, ກະສິກຳ, ການທ່ອງທ່ຽວແລະຂົງເຂດອື່ນໆ, ເພີ່ມທະວີການຮ່ວມມືດ້ານການປະຕິບັດກົດ ໝາຍ ແລະ ການຮ່ວມມືຫຼາຍຝ່າຍຢ່າງໃກ້ຊິດ ເພື່ອຮ່ວມກັນຮັກ ສາສັນຕິພາບ, ສະຖຽນລະພາບແລະການພັດທະນາຂອງພາກ ພື້ນ.
ທີ່ມາ: CMG
May be an image of 1 person and text