ວັນທີ 27 ມີນາ 2025, ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ, ໄດ້ຈັດພິທີເປີດເທດສະການສັບປະດາຮູບເງົາຈີນ ຄັ້ງທີ 13 ປະຈໍາປີ 2025 ໃນຫົວຂໍ້ “ຮຽນຮູ້ພາສາ ແລະວັດທະ ນະທໍາຈີນ ໂດຍຜ່ານຮູບເງົາຈີນ” ທີ່ສະໂມສອນໃຫຍ່ສະຖາບັນຂົງຈື, ເຊິ່ງເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ນິພາພອນ ກັນຍາວົງ ຮອງຜູ້ອໍານວຍການຝ່າຍລາວ, ຫົວຫນ້າພະແນກ, ຮອງພະແນກ, ຄູ-ອາຈານພະນັກງານຝ່າຍລາວ – ຝ່າຍຈີນ, ພ້ອມ ດ້ວຍນັກຮຽນ-ນັກສຶກສາເຂົ້າຮ່ວມທັງໝົດຈໍານວນ 305 ກວ່າຄົນ.
ຈັດກິດຈະກໍາສັບປະດາຮູບເງົາ ເພື່ອເປັນການສ້າງໂອກາດໃຫ້ນັກສຶກສາໄດ້ຮຽນຮູ້ພາສາ ແລະວັດທະນະທຳຈີນໂດຍຜ່ານຮູບ ເງົາຈີນ ແລະ ທັງເປັນການຝຶກທັກສະ 4 ທັກສະໃນການຮຽນພາ ສາໄປພ້ອມກັນ.
ກິດຈະກໍານີ້ ເລີ່ມເຄື່ອນໄຫວລົງສາຍຮູບເງົາໃນລະຫວ່າງວັນທີ 26-31/3/2025 ເຊິ່ງຈັດທີ່ສະຖາບັນຂົງຈື ແລະ ບັນດາຫ້ອງຮຽນຂົງຈື ແລະ ຈຸດສອນພາສາຈີນ, ເຊີ່ງໃນຕອນທ້າຍຂອງເທດສະການສັບປະດາຮູບເງົາຈີນ ແມ່ນໄດ້ມີກິດຈະກໍາຖາມ-ຕອບເປັນພາສາຈີນ ຕາມເນື້ອໃນຂອງຮູບເງົາທີ່ໄດ້ຊົມ ເຊິ່ງນັກຮຽນ- ນັກສຶກສາແມ່ນໃຫ້ຄວາມສົນໃຈຫຼາຍ ພາໃຫ້ບັນຍາກາດໃນກິດຈະກໍາເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ.
ທີ່ມາ: ສະຖາບັນຂົງຈື





