ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະລົງຕິດຕາມ-ຊຸກຍູ້ການຜະລິດຂອງຄອບຄົວຕົວແບບ ທີ່ບ້ານໂນນຍາງ

Mar 28, 2025

ໃນໂອກາດທີ່ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມເປັນປະທານກິດຕິມະສັກໃນກອງປະຊຸມໃຫຍ່ ຄັ້ງທີ XII ອົງຄະນະພັກເມືອງພີນ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 25-26 ມີນາ ຜ່ານມາ, ທ່ານເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ໄດ້ລົງຕິດຕາມ-ຊຸກຍູ້ການຜະລິດກະສິກຳເປັນສິນຄ້າຂອງທ່ານ ຄໍາກອງ ນໍລະສິງ ເປັນປະຊາຊົນບ້ານ ນາທະລັງ ເມືອງພີນ ແຂວງສະຫວັນນະເຂດ ທີ່ໄດ້ມາເຮັດການຜະລິດກະສິກຳປູກຝັງ ແລະ ລ້ຽງສັດເປັນສິນຄ້າ ຢູ່ບ້ານໂນນຍາງ ຈົນກາຍເປັນຄອບຄົວຕົວແບບໃນການຜະລິດກະສິກໍາ. ທ່ານ ຄຳກອງ ນໍລະສິງ ໄດ້ລາຍງານຕໍ່ທ່ານເຈົ້າແຂວງວ່າ: ເມື່ອກ່ອນຕົນເອງ ແລະ ຄອບຄົວ ໄດ້ຢຶດຖືອາຊີບເຮັດນາ ແລະຄ້າຂາຍ, ມາໃນປີ 2022 ໄດ້ນຳພາຄອບຄົວຫັນມາເຮັດການຜະລິດກະສິກໍາເຊັ່ນ: ປູກມັນຕົ້ນ 15 ເຮັກຕາ, ລ້ຽງງົວລາດສາຍພັນພື້ນເມືອງລາວ 225 ໂຕ, ປູກຫຍ້າອາຫານສັດ 25 ເຮັກຕາ, ປູກໄມ້ຂະຍູງໄຫ່ຫຼໍາ: 5,400 ຕົ້ນ, ປູກໄມ້ວິກ+ໄມ້ກະຖິນນະລົງ+ໄມ້ຕິ້ວ+ໄມ້ແຕ້ຂ່າ+ໄມ້ຍາງ 112 ເຮັກຕາ, ເພື່ອສ້າງເປັນຕົວແບບ ແລະ ຜະລິດເປັນສິນຄ້າ, ເພື່ອສະໜອງຜົນຜະລິດໃຫ້ກັບຕະຫຼາດ ແລະ ຜູ້ບໍລິໂພກທົ່ວໆໄປ ໂດຍນຳໃຊ້ທຶນສະສົມໄວ້ໃນຄອບຄົວ ລວມທັງໝົດປະມານ 12 ຕື້ກວ່າກີບ, ໄດ້ນໍາໃຊ້ທຶນດັ່ງກ່າວນີ້ເຂົ້າໃນການຜະລິດ. ຜ່ານການປະຕິບັດຕົວຈິງເຫັນວ່າໄດ້ຮັບຜົນຜະລິດທີ່ສູງພໍສົມຄວນ, ສາມາດສ້າງລາຍຮັບໃຫ້ກັບຄອບຄົວສະເລ່ຍໄດ້ດັງນີ້: ລາຍຮັບຈາກການລ້ຽງສັດ ໄດ້ປະມານ 300 ລ້ານກີບ/ປີ, ລາຍຮັບຈາກການປູກມັນຕົ້ນ, ເນື້ອທີ່ 15 ເຮັກຕາ, ຜະລິດເປັນສິນຄ້າ ປະມານ 450 ລ້ານກີບ/ປີ, ລາຍຮັບຈາກການເກັບຊື້ຜົນຜະລິດມັນຕົ້ນ ໄດ້ປະມານ 500 ລ້ານກີບ/ປີ. ສັງລວມແລ້ວຄອບຄົວທ່ານ ຄໍາກອງ ນໍລະສິງ ສາມາດສ້າງລາຍຮັບໄດ້ທັງໝົດ 1 ຕື້ 200 ລ້ານກີບ/ປີ. ຈາກນັ້ນ, ທ່ານເຈົ້າແຂວງກໍ່ໄດ້ໂອ້ລົມ ແລະໃຫ້ການແນະນຳບາງດ້ານທີ່ເປັນປະໂຫຍດໃຫ້ແກ່ຄອບຄົວຕົວແບບ ເພື່ອເປັນການຊີ້ຊ່ອງທາງໃນການຂະຫຍາຍທຸລະກິດ ແລະ ເປັນການແນະນຳທາງເລືອກທີ່ດີໃນການຜະລິດເປັນສິນຄ້າໃຫ້ມີລາຍໄດ້ເພີ່ມຂຶ້ນ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ