ຜົນສໍາເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງຕະໂອ້ຍ ເປີດກວ້າງ
ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຕະໂອ້ຍ ແຂວງສາລະວັນ ເປີດກວ້າງຄັ້ງທີ 2 ສະໄໝທີ XIII ໄດ້ສຳເລັດລົງຢ່າງຈົບງາມໃນວັນທີ 27 ມີນານີ້ ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຂອງ ສະຫາຍ ຄໍາສະໄຫວ ວິລະກອນ ເລາຂາພັກເມືອງ.

ກອງປະຊຸມຄັ້ງນີ້, ໄດ້ຮັບຮອງເອົາຮ່າງບົດສະຫຼຸບການນໍາພາລວມຂອງຄະນະບໍລິຫານງານພັກເມືອງຕະໂອ້ຍໄລຍະ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 9 ເດືອນທ້າຍປີ, ຮັບຮອງເອົາຮ່າງລາຍງານແຜນພັດທະນາເສດຖະກິດ-ສັງຄົມ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 9 ເດືອນທ້າຍປີ 2025, ກອງປະຊຸມໄດ້ຮັບຮອງເອົາຮ່າງບົດສະຫຼຸບການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍປະຈໍາປີ 2024 ແລະ ແຜນການຈັດຕັ້ງປະຕິບັດປີ 2025 ແລະ ຮັບຮອງເອົາແຜນການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍປະຈໍາປີ 2025.
ກອງປະຊຸມຍັງໄດ້ມີການຄົ້ນຄວ້າ, ປຶກສາຫາລືປະກອບຄໍາຄິດເຫັນແລກປ່ຽນຈາກບັນດາສະຫາຍຜູ້ແທນກອງປະຊຸມ; ຄົ້ນຄວ້າກໍານົດແຜນວຽກຈຸດສຸມໃນ 9 ເດືອນຕໍໍ່ໜ້າ ເພື່ອເຮັດໃຫ້ການຕີລາຄາບັນຫາໃນແຕ່ລະດ້ານຖືກຕ້ອງກັບສະພາບຄວາມເປັນຈິງ ທີີ່ເຫັນວ່າເປັນສາເຫດເຮັດໃຫ້ການຈັດຕັັ້ງປະຕິບັດວຽກງານບໍໍ່ສໍາເລັດ ພ້ອມທັງຍົກໃຫ້ເຫັນວິທີການແກ້ໄຂ ເພື່ອປັບປຸງບັນດາເນື້ອໃນ, ຈຸດອ່ອນ ແລະ ຂໍໍ້ຄົງຄ້າງ ໃຫ້ໄດ້ຮັບການແກ້ໄຂ ຄຽງຄູ່ກັບການວາງທິດທາງຈຸດສຸມໃນຕໍໍ່ໜ້າໃຫ້ສອດຄ່ອງກັບສະພາບຄວາມຕ້ອງການ ແລະ ເງື່ອນໄຂຕົວຈິງ ໃຫ້ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ.
ໂອກາດດັ່ງກ່າວ, ສະຫາຍ ຄໍາຕາ ໂຮຊົງເລືອງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ ຊີ້ນໍາກຸມອົງການຈັດຕັ້ງມະຫາຊົນ ທັງຊີ້ນໍາເມືອງຕະໂອ້ຍ ໄດ້ເນັ້ນໃຫ້ຄະນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ຮັກສາຄວາມສາມັກຄີ, ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮັກສາໄດ້ດ້ານຄວາມສະຫງົບຮອບດ້ານ ຫຼີກລ່ຽງການປະທະທີ່ຮຸນແຮງ, ເອົາໃຈໃສ່ປະຕິຮູບການສຶກສາໃຫ້ໄດ້ປະລິ ມານ ແລະ ຄຸນນະພາບ, ຊຸກຍູ້ສົ່ງເສີມ ການປູກການລ້ຽງ ຂອງປະຊາຊົນ ໃຫ້ກາຍເປັນສິນຄ້າຫຼາຍຂຶ້ນ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ໃຫ້ບັນລຸໃນແຕ່ລະບາດກ້າວ ແລະ ໄດ້ຮັບການແກ້ໄຂດີຂຶ້ນເທື່ອລະກ້າວ ແລະອື່ນໆ.
(ຂ່າວ: ສີສະຫວາດ, ພາບ: ອ່ອນໃຈ ໄຊຍະແຮດ)




