ສ້າງລາຍຮັບ 285 ລ້ານກີບຕໍ່ປີຈາກການປູກສີດາ ແລະ ລ້ຽງສັດ
ຄອບຄົວສະຫາຍ ນາງດາວວອນ ແສງສຸລິຈັນ ເປັນຄອບຄົວຕົວແບບຂອງເມືອງວຽງຄຳ ໃນການປູກສີດາ ແລະ ລ້ຽງສັດ ສາມາດສ້າງລາຍຮັບເຂົ້າຄອບຄົວ285ລ້ານກີບຕໍ່ປີ.

ສະຫາຍນາງ ດາວວອນ ແສງສຸລິຈັນ, ອາຍຸ 45ປີ, ອາຊີບຊາວກະສິກອນ ຢູ່ບ້ານດອນກວດ, ເມືອງ ວຽງຄໍາ, ແຂວງ ວຽງຈັນ, ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວຽງຄຳຄັ້ງທີVເຊິ່ງຈັດຂຶ້ນໃນວັນທີ27 ມີນາ 2025 ວ່າ: ກ່ອນປີ 2019 ຄອບຄົວຂອງຕົນ ໄດ້ເຮັດນາ, ເຮັດສວນປູກພືດລົ້ມລຸກເປັນອາຊີບ ເພື່ອຫາລ້ຽງຄອບຄົວແຕ່ພໍກຸ້ມຢູ່ກຸ້ມກິນເທົ່ານັ້ນ ແລະ ອີກຢ່າງໜຶ່ງການເຮັດສວນປູກພືດລົ້ມລຸກນັ້ນແມ່ນໄດ້ໃຊ້ສານເຄມີຫຼາຍຂຶ້ນເລື້ອຍໆ, ເຫັນວ່າມັນສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສິ່ງແວດລ້ອມ.
ດັ່ງນັ້ນ, ໃນທ້າຍປີ 2019 ຈຶ່ງຕັດສິນໃຈເລີ່ມຕົ້ນປູກໝາກສີດາເປັນສິນຄ້າ, ໃນເບື້ອງຕົ້ນໄດ້ສັ່ງເອົາແນວພັນໝາກສີດາຈຳນວນ 150 ເບ້ຍ ມາປູກໃນເນື້ອທີ່ 1 ໄລ່, ໄລຍະຫາງການປູກແມ່ນ 3×3 ແມັດ ໂດຍນໍາໃຊ້ທຶນຂອງຄອບຄົວທັງໝົດເລີ່ມຕົ້ນປະມານ 10.5 ລ້ານກີບ, ເພື່ອຊື້ແນວພັນ, ກຽມດິນ, ເຮັດຮົ້ວ ແລະ ວາງລະບົບນໍ້າ ຕໍ່ມາໄດ້ມີການສືກສາຄວາມຮູ້ກ່ຽວກັບເຕັກ ນິກການປູກໝາກສີດາ ທາງອິນເຕິເນັດ ແລະ ຜູ້ທີ່ມີປະສົບ ການ, ໄດ້ເຂົ້າຮ່ວມເປັນສະມາຊິກໂຄງການສົ່ງເສີມກະສິກໍາຍືນຍົງ ແລະ ພັດທະນາຊີວິດການເປັນຢູ່ເຂດຊົນນະບົດ (ໂຄງການຊາລີ), ໂຄງ ການລ້ຽງສັດໃຫຍ່ແບບບໍ່ປ່ອຍ ພ້ອມທັງໄດ້ເຂົ້າຮ່ວມຝຶກອົບຮົມເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້, ການເຮັດນໍ້າຊິວະພາບ ແລະ ສະໝູນໄພ, ວິທີການຫຸ້ມຫໍ່, ວິທີການເກັບກ່ຽວ, ວິທີການປູກຫຍ້າລ້ຽງສັດ ແລະ ອື່ນໆ.
ມາຮອດປີ 2021 ຈຶ່ງໄດ້ຂະຫຍາຍເນື້ອທີ່ປູກໝາກສີດາຕຶ່ມອີກ 3 ໄລ່, ຈໍານວນ 500 ເບ້ຍ (ຈາກ 1 ໄລ່ເປັນ 4 ໄລ່)ເຊິ່ງໄດ້ລົງທຶນຕື່ມອີກປະມານ 50 ລ້ານກີບ ແລະ ໄດ້ລ້ຽງໝູຈໍານວນ 50 ໂຕ, ງົວ 30 ໂຕ, ເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ ແລະ ນອກຈາກນີ້ຍັງໄດ້ເຮັດນາ 3 ໄລ່ ເພື່ອເກັບກ່ຽວໄວ້ກິນໃນຄອບ ຄົວ.
ຈາກການລົງທືນປູກໝາກສີດາ ແລະ ລ້ຽງສັດ ນັບແຕ່ປີ 2019 ເປັນຕົ້ນມາເຮັດໃຫ້ຄອບຄົວຂອງຂ້າພະເຈົ້າມີລາຍຮັບຫຼາຍຂຶ້ນ ເຊິ່ງໄດ້ຈາກການຂາຍຜົນຜະລິດດັ່ງນີ້: ປີ 2021 ໝາກສີດາເລີ່ມເປັນຂາຍ ປະມານ 30 ລ້ານກີບ.
ທີ່ມາ: ຂ່າວແຂວງວຽງຈັນ
ປີ 2022 ຂາຍໝາກສີດາໄດ້ 125 ລ້ານກີບ.
ປີ 2023 ຂາຍໝາກສີດາໄດ້ 195 ລ້ານກີບ.
ປີ 2024 ມີລາຍຮັບທັງໝົດ 285 ລ້ານກີບ, ໃນນີ້ ໄດ້ຈາກການ ຂາຍໝາກສີດາ 210 ລ້ານກີບ, ຂາຍໝູຈໍານວນ 14 ໂຕ, ເປັນເງິນ 55 ລ້ານກີບ ແລະ ຂາຍງົວ 20 ລ້ານກີບ;ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນ, ມີເຮືອນຢູ່ຖາວອນ 01 ຫຼັງ, ມີດິນທຳການຜະລິດເປັນຂອງຕົນເອງຈຳນວນໜຶ່ງ, ມີລົດໃຫຍ່ 01 ຄັນ ແລະ ລົດຈັກ 3 ຄັນ,ສາມາດສົ່ງລູກຮຽນຈົບປະລິນຍາຕີ 02 ຄົນ,ໄດ້ກາຍເປັນຄອບຄົວຕົວແບບດ້ານການປູກໝາກສີດາ ແລະ ໄດ້ຖອດຖອນບົດຮຽນໃຫ້ຄວາມຮູ້ປະສົບການແກ່ໝູ່ເພື່ອນ ແລະ ຄອບຄົວຂອງຂ້າພະເຈົ້າໄດ້ຮັບໃບຢັ້ງຢືນຄອບຄົວຕົວແບບດ້ານການປູກໝາກສີດາຈາກທ່ານເຈົ້າເມືອງວຽງຄຳໃນປີ 2023.






