ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງໄຊສະຖານ ສໍາເລັດກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ III

Mar 28, 2025

ເມືອງໄຊສະຖານ ສໍາເລັດກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ III
ກອງປະຊຸມໃຫຍ່ຄັ້ງທີ III ຂອງຜູ້ແທນອົງຄະນະພັກເມືອງໄຊສະຖານ, ແຂວງໄຊຍະບູລີ ໄດ້ສໍາເລັດລົງຢ່າງເປັນທາງການໃນວັນທີ 27 ມີນາຜ່ານມາ ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ.
ກອງປະຊຸມ ໄດ້ພ້ອມກັນທົບທວນຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ, ສະຫຼຸບຖອດຖອນບົດຮຽນ, ຄົ້ນຄວ້າ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ-ສັງຄົມ, ບົດ​ສໍາ​ຫຼວດການ​ນໍາພາ​ລວມ ແລະ ທິດທາງແຜນການ 5 ປີ 2025-2029. ກອງປະຊຸມຜູ້ແທນສົມບູນໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຈໍານວນ 21 ສະຫາຍ, ຍິງ 2 ສະຫາຍ, ປ່ອນບັດເອົາຜູ້ແທນສົມບູນຈໍານວນ 11 ສະ ຫາຍ, ຍິງ 2 ສະຫາຍ ແລະ ຜູ້ແທນສໍາຮອງຈໍານວນ 2 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ.
ກອງປະຊຸມຄັ້ງປະຖົມມະລຶກ ເລືອກຕັ້ງເອົາຄະນະປະຈໍາພັກເມືອງຈໍານວນ 7 ສະຫາຍ, ໂດຍປະຊາມະຕິຮັບຮອງເອົາສະຫາຍ ພັທ ພອນສະຫວັນ ວໍລະສັກ ເປັນເລຂາຄະນະບໍລິງານພັກເມືອງ, ສະຫາຍ ສົມສະນິດ ວົງສີ ແລະ ສະຫາຍ ແສງຈັນ ກິນດາລາ ເປັນຮອງເລຂາ, ເລືອກເອົາສະຫາຍ ຄໍາຮັກ ສີດາພອນ ເປັນປະທານ, ສະຫາຍ ສະແຫວງ ຊົງ ແລະ ສະຫາຍ ດາວິນ ສຸວັນນະແສງ ເປັນຮອງປະທານຄະນະກວດກາພັກເມືອງ.
ໃນໂອກາດນີ້, ສະຫາຍ ພົງສະຫວັນ ສິດທະວົງ ໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ຈົ່ງສຶບຕໍ່ນໍາເອົາແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ ໄປເຜີຍແຜ່ເຊື່ອມຊືມໃຫ້ແກ່ພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ-ເລິກເຊິ່ງ, ເຮັດໃຫ້ວຽກງານດັ່ງກ່າວກາຍເປັນຂອງປະຊາຊົນ, ຂອງສັງຄົມ ທຸກຄົນຢ່າງແທ້ຈິງ, ເຮັດໃຫ້ຊາຍແດນເບື້ອງຕາເວັນຕົກ ມີຄວາມສະຫງົບ, ປອດໄພ, ສືບຕໍ່ຊຸກຍູ້ສົ່ງເສີມການປູກຝັງ ແລະ ລ້ຽງສັດໃຫ້ກາຍເປັນສິນຄ້າປາຍແຫຼມຂອງເມືອງ, ເຮັດໃຫ້ປະຊາຊົນມີອາຊີບໝັ້ນທ່ຽງ, ຫຼຸດຜ່ອນ ແລະ ກ້າວໄປເຖິງການຢຸດຕິການເຮັດໄຮ່ປູກເຂົ້າ ຫັນມາເອົາລາຍຮັບຈາກການຂາຍສິນຄ້າປະເພດອື່ນໆທົດແທນ ແລະ ອື່ນໆ.
ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ