ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກຽມຈັດງານສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ.

Mar 28, 2025

ພິທີຖະແຫຼງຂ່າວກ່ຽວກັບການຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 28 ມີນານີ້ ທີ່ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນ ຄວາມສະຫງົບ.
ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາ ທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າກອງເລຂາຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ (ຄຊປທ) ໄດ້ກ່າວວ່າ: ການຈັດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈຳປີ 2025 ປີນີ້ຈະຈັດຂຶ້ນທີ່ແຂວງສະຫວັນນະເຂດ ໃນວັນທີ 5 ເມສາ 2025, ພາຍໃຕ້ຄໍາຂວັນ “ ຖະໜົນເພື່ອຊີວິດ ຂັບລົດຊ້າ, ຊີວິດຍືນຍາວ “. ສປປ ລາວ, ຕົວເລກຜູ້ເສຍຊີວິດສະເລັ່ຍ 1,000 ຄົນ ຕໍ່ປີ ຊຶ່ງສົ່ງຜົນເສຍຫາຍທາງດ້ານເສດຖະ ກິດ-ສັງຄົມ, ໃນນີ້. ຍັງບໍ່ທັນລວມການເສຍຫາຍດ້ານຊັບສິນ, ຜູ້ບາດເຈັບ ແລະ ຜູ້ພິການເທື່ອ. ຜູ້ເສຍຊີວິດ 80% ແມ່ນຊາວ ໜຸ່ມ, ໄວໜຸ່ມ, ນັກຮຽນ-ນັກສຶກສາ ແລະ ເປັນຜູ້ທີ່ອອກແຮງງານ. ສາເຫດທີ່ພາໃຫ້ເກີດອຸບັດເຫດແມ່ນການຂັບຂີ່ລົດໄວເກີນກຳນົດ, ເມົາແລ້ວຂັບ, ປ່ຽນທິດທາງ, ບໍ່ປ່ອຍສິດ, ຊີງບໍ່ຮັບປະ ກັນ, ພາຫະນະບໍ່ປອດໄພ ແລະ ບໍ່ປະຕິບັດກົດຈະລາຈອນ, ດັ່ງນັ້ນ. ລັດຖະບານ ຈຶ່ງໄດ້ວາງຍຸດທະສາດແຫ່ງຊາດດ້ານຄວາມ ປອດໄພທາງຫຼວງ ແຕ່ປີ 2021-2030 ປະກອບດ້ວຍ 5 ເສົາຄໍ້າ ຄື: ເສົາຄໍ້າທີ 1: ໂຄງລ່າງຄົມມະນາຄົມ-ຂົນສົ່ງ ຫຼື ເສັ້ນທາງຖະ ໜົນທີ່ປອດໄພ, 2: ພາຫະນະປອດໄພ, 3: ຄົນໃຊ້ລົດໃຊ້ຖະໜົນປອດໄພ, 4: ການຄຸ້ມຄອງຄວາມປອດໄພທາງຫຼວງ ແລະ 5: ການຊ່ວຍເຫຼືອຫຼັງເກີດອຸບັດເຫດ. ການຈັດງານສັບປະດາແຫ່ງ ຊາດ ດ້ານຄວາມປອດໄພທາງຫຼວງ ແມ່ນໜຶ່ງໃນກິດຈະກຳສໍາຄັນ ພາຍໃຕ້ເສົາຄໍ້າ ທີ 4 ການຄຸ້ມຄອງຄວາມປອດໄພທາງຫຼວງເປັນການປູກຈິດສຳນຶກໂຄສະນາເຜີຍແຜ່ ແລະ ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຈະລາຈອນທາງບົກ, ສໍາລັບປີ 2025 ນີ້, ຄຊປທ ຊຶ່ງຈະມີກິດຈະກຳຂະບວນຍ່າງ, ໂຕ້ວາທີ, ສະແດງລະ ຄອນ ແລະ ຮ້ານວາງສະແດງສິນຄ້າ ແລະ ອຸປະກອນກ່ຽວກັບຄວາມປອດໄພທາງຫຼວງ.
ທ່ານ ພັນເອກ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບໄດ້ກ່າວວ່າ: ເພື່ອສະກັດກັ້ນການເກີດອຸບັດເຫດຈະລາຈອນທາງບົກ ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2568 ທີ່ຈະມາເຖິງນີ້, ໃຫ້ມີຄວາມເບີກບານມ່ວນຊື່ນ, ເປັນຂະບວນຟົດຟື້ນ ປາສະຈາກຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ, ຊັບສິນ ແລະ ຄົນທີ່ຮັກແພງ-ສະມາຊິກພາຍໃນຄອບຄົວ ຈາກການເກີດອຸບັດເຫດໄລຍະບຸນປີໃໝ່ລາວ, ໃນປີໃໝ່ລາວ ພ.ສ 2567 ຜ່ານມາມີອຸບັດເຫດເກີດຂຶ້ນ ຈໍານວນ 316 ລາຍ, ພາຫະນະເປ່ເພ ຈໍານວນ 567 ຄັນ ຄົນໄດ້ຮັບບາດເຈັບ 594 ຄົນ, ເສຍຊີວິດ 33 ຄົນ, ສ້າງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສິນຂອງລັດ, ຂອງລວມໝູ່ ແລະ ຂອງປະຊາຊົນບັນດາເຜົ່າຢ່າງຫຼວງ ຫຼາຍ ສາເຫດຫຼັກຂອງການເກີດອຸບັດເຫດຄື: ຄວາມໄວເກີນ, ດື່ມສິ່ງມຶນເມົາແລ້ວຂັບຂີ່, ພາຫະນະຮ່ວມເກີດອຸບັດເຫດສ່ວນ ຫຼາຍແມ່ນລົດຈັກລວມມີ 222 ລາຍ.
ທ່ານ ພັນເອກ ຄໍາສອນ ສີດາວົງ ກ່າວຕື່ມວ່າ: ເພື່ອເຮັດໃຫ້ການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ລາວ ພ.ສ 2568, ໃຫ້ມີຄວາມສະຫງົບ, ມີຄວາມປອດໄພ, ມີບັນຍາກາດເບີກບານມ່ວນຊື່ນ ແລະ ປາສະຈາກຜົນເສຍຫາຍທາງສຸຂະພາບ, ຊີວິດ ແລະ ຊັບສິນ ທີ່ເກີດຈາກອຸບັດເຫດຈະລາຈອນທາງບົກ, ກົມຕຳຫຼວດຈະລາຈອນ ຈຶ່ງໄດ້ອອກແຈ້ງການມາຍັງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ, ເພື່ອສະກັດກັ້ນອຸບັດເຫດຈະລາຈອນ ທາງເຈົ້າໜ້າທີ່ຕຳຫຼວດຈະລາ ຈອນທົ່ວປະເທດ ຈະໄດ້ເຂັ້ມງວດໃນການກວດກາການສັນຈອນຕາມທາງຫຼວງ ໂດຍຈະເນັ້ນໃສ່ ກວດກາຄວາມໄວ, ກວດກາທາດເຫຼົ້າໃນລົມຫາຍໃຈຂອງນັກຂັບຂີ່, ການໃສ່ໝວກກັນກະທົບຂອງຜູ້ຂັບຂີ່ ແລະ ຜູ້ຊ້ອນທ້າຍ, ໂດຍນໍາໃຊ້ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ທັງໝົດ 1,172 ຄົນ, ຈະຕັ້ງຈຸດກວດກາການບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບຈະລາຈອນທາງບົກຈໍານວນ 143 ຈຸດ, ຕາມເສັ້ນທາງຫຼວງແຫ່ງຊາດ, ທາງຫຼວງແຂວງ, ທາງຫຼວງ ຂອງເມືອງ ແລະ ທາງໃນຕົວເມືອງ. ສະນັ້ນ, ຈຶ່ງຮຽກ ຮ້ອງມາຍັງບັນດາຜູ້ຂັບຂີ່ທັງຫຼາຍ ປະຕິບັດຕາມກົດຈະລາຈອນ, ລະບຽບກົດໝາຍ ແລະ ແຈ້ງການຂອງອໍານາດການປົກຄອງທ້ອງຖິ່ນທີ່ໄດ້ກຳນົດໄວ້ ໃຫ້ປະຕິບັດຢ່າງເຂັ້ມງວດ, ໃຫ້ມີສະຕິໃນການຂັບຂີ່, ດື່ມແລ້ວຫ້າມຂັບລົດເດັດຂາດ, ການນໍາໃຊ້ຄວາມໄວ ໃນທາງຫຼວງນອກຕົວເມືອງ ໃຫ້ປະຕິບັດຕາມປ້າຍທີ່ໄດ້ກຳນົດໄວ້.
ຂ່າວ : ອອນລາຍ ວສລ
ພາບ : ພັກສະຫວັນ
May be an image of ‎2 people, slow loris and ‎text that says '‎สาทาละมะลัด ปะวเท็ปะเต حمحد ปะขุาสุมลาว ทะแทงล่าง ภามจัดงามลับปะถาแข่ๆฉาด ด้ามถอามปรดไพทาๆทอง 2025 Road Safety Week 2025 Press Conference อัมทา 28 มิมา 2025 ฤะเบิบเพิ่งชู้จัด # ับลัดล้า, ဂိခ พิมยาว "STREETFORLIFE "STREET FOR LIFE # DRIVE SLOWER, LIVE LONGER." ยุด 비스크 30‎'‎‎