ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ມຽນມາ ປະກາດສະຖານະການສຸກເສີນຈາກແຜ່ນດິນໄຫວ 7,7 ຣິກເຕີ

Mar 28, 2025

ຕາມຂ່າວຕ່າງປະເທດ: ລັດຖະບານ ມຽນມາ ປະກາດສະຖາ ນະການສຸກເສີນຫລາຍພື້ນທີ່ ໃນວັນທີ28 ມີນານີ້, ຫລັງຈາກ ເກີດແຜ່ນດິນໄຫວ ຂະໜາດ 7,7 ຣິກເຕີ ສ້າງຄວາມເສຍຫາຍ ເປັນບໍລິເວນກວ້າງ.
ຈຸດເກີດແຜ່ນດິນໄຫວມີຄວາມເລິກ 10 ກິໂລແມັດ ແລະ ເກີດແຮງສັ່ນສະເທືອນຕາມມາອີກຫລາຍຄັ້ງ ຊຶ່ງສູນກາງ ຂອງແຜ່ນດິນໄຫວຢູ່ຫ່າງຈາກ ເມືອງມານດາເລ ປະມານ 17,2 ກິໂລ ແມັດ, ເປັນເມືອງທີ່ມີປະຊາກອນ ປະມານ 1,5 ລ້ານຄົນ ເຮັດໃຫ້ອາຄານ ແລະ ເຮືອນປະຊາຊົນ ຫລາຍແຫ່ງ ໄດ້ຮັບຄວາມເສຍ ຫາຍຢ່າງໜັກ.