ກອງປະຊຸມເສວະນາກ່ຽວກັບການຄຸ້ມຄອງບໍ່ແຮ່ ພາຍໃຕ້ຫົວ ຂໍ້ : ຍູ້ການຄຸ້ມຄອງບໍ່ແຮ່ສູ່ບາດກ້າວໃຫມ່ ຈັດຂຶ້ນ ໃນວັນທີ 26 ມີນາ 2025, ທີ່ໂຮງແຮມຄຣາວພລາຊາ, ນະຄອນຫລວງວຽງຈັນ. ພາຍໃຕ້ການເປັນປະທານຂອງທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.
ກອງປະຊຸມ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ວຽກງານການຄຸ້ມຄອງບໍ່ແຮ່ ໂດຍສະເພາະບັນຫາ ຫຼື ສະພາບການທີ່ສັງຄົມມີຄວາມສົນໃຈ ທັງໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມນັ້ນ ໄດ້ຖືເອົາເວທີການສົນທະນານີ້ ເປັນເວທີໃນການຖອດຖອນບົດຮຽນກ່ຽວກັບການພັດທະນາວຽກງານບໍ່ແຮ່. ຮັບຟັງການລາຍງານຫຍໍ້ສະພາບການຄຸ້ມຄອງ ແລະ ສິ່ງທ້າທາຍວຽກງານ ທໍລະນີສາດ ແລະ ບໍ່ແຮ່, ການແລກປ່ຽນຄໍາຄິດເຫັນຂອງນັກສໍາມະນາກອນ ແລະ ບັນດາແຂກທີ່ເຂົ້າຮ່ວມກອງປະຊຸມ.
ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ : ໄລຍະຜ່ານມາ ການພັດທະນາວຽກງານບໍ່ແຮ່ ຍັງມີຫຼາຍດ້ານທີ່ມີລັກສະນະກວມລວມໃນຂອບເຂດທົ່ວປະເທດ ຫາກທຽບໃສ່ຄວາມຮຽກຮ້ອງຕ້ອງການໃນການພັດທະນາວຽກງານບໍ່ແຮ່ ໃນໄລຍະໃໝ່ເຫັນວ່າ: ຄຸນນະພາບ, ປະສິດທິຜົນໃນການປະຕິບັດ ບົດບາດ ແລະ ໜ້າທີ່ເປັນເສນາທິການໃຫ້ແກ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນກ່ຽວກັບການຄຸ້ມຄອງວຽກງານບໍ່ແຮ່ ຍັງບໍ່ສູງເທົ່າທີ່ຄວນ; ການຫັນເອົາກົດໝາຍແຮ່ທາດ ມາສ້າງເປັນລະບຽບການ, ເປັນນິຕິກໍາລຸ່ມກົດໝາຍ ເພື່ອເປັນເຄື່ອງມືນໍາໃຊ້ເຂົ້າໃນການຄຸ້ມຄອງການພັດທະນາວຽກງານທໍລະນີສາດ ແລະ ບໍ່ແຮ່ ຍັງຊັກຊ້າ, ບໍ່ທັນເປັນລະບົບຄົບຊຸດ.
ພ້ອມດຽວກັນນີ້, ການເຜີຍແຜ່, ໂຄສະນາເພື່ອສ້າງຄວາມຮັບຮູ້ກ່ຽວກັບເນື້ອໃນກົດໝາຍຍັງເຮັດໄດ້ໜ້ອຍ, ການບັງຄັບໃຊ້ກົດໝາຍ, ລະບຽບການຕ່າງໆທີ່ກ່ຽວຂ້ອງຍັງຂາດຄວາມສັກສິດນັບທັງການປະຕິບັດສັນຍາຕ່າງໆກໍຍັງມີຄວາມລະຫຼວມ.
ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ມີຫຼາຍປະກົດການຫຍໍ້ທໍ້ເກີດຂຶ້ນນັບທັງຢູ່ເບື້ອງລັດ ແລະ ເບື້ອງຜູ້ປະກອບການ, ສຳລັບຢູ່ເບື້ອງລັດເດັ່ນກວ່າໝູ່ແມ່ນການຄົ້ນຄວ້າ, ສຶກສາຂໍ້ມູນບໍ່ຊັດເຈນ, ບໍ່ຮັດກຸມ, ມີການອະນຸມັດໃຫ້ດໍາເນີນການຊະຊາຍ, ບໍ່ສອດຄ່ອງກັບກົດໝາຍ ແລະ ມາດຕະການຕໍ່ຜູ້ລະເມີດຍັງຕໍ່າ. ສ່ວນເບື້ອງຜູ້ປະກອບການກໍມີຫຼາຍດ້ານ ເຊັ່ນ: ມີສະພາບການລັກລອບຂຸດຄົ້ນ, ເຊື່ອງອໍາ, ການປະຕິບັດສັນຍາ, ພັນທະດ້ານຕ່າງໆບໍ່ຖືກຕ້ອງ, ເຂັ້ມງວດ ແລະ ທັນເວລາ.







