ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ໜ່ວຍແພດກູ້ໄພແຂວງຢຸນນານຈີນ ເດີນທາງເຖິງນະຄອນຢາງກຸງຂອງມຽນມາ

Mar 29, 2025

ວັນ​ທີ 28 ມີ​ນາ​ນີ້, ​ໄດ້​ເກີດ​ແຜ່ນ​ດິນ​ໄຫວຄວາມແຮງ​ຂະໜາດ 7,9 ​ຣິກ​ເຕີ​ຢູ່​ມຽນ​ມາ, ຫຼາຍທ້ອງ ຖິ່ນຂອງແຂວງຢຸນນານຈີນມີຄວາມຮູ້ສຶກເຖິງແຮງສັ່ນສະເທືອນຢ່າງຮຸນແຮງ. ແຜ່ນດິນໄຫວຄັ້ງນີ້ເປັນແຜ່ນດິນໄຫວທີ່ມີຄວາມແຮງ 6 ​ຣິກ​ເຕີ ຫຼື 6 ​ຣິກ​ເຕີຂຶ້ນໄປເປັນຄັ້ງທີ 17 ທີ່ເກີດຂຶ້ນໃນໂລກ ແລະ ເປັນແຜ່ນດິນໄຫວຮຸນແຮງທີ່ສຸດນັບແຕ່ຕົ້ນປີນີ້ມາ, ພ້ອມດຽວກັນນີ້ ກໍເປັນແຜ່ນ ດິນໄຫວຮຸນແຮງທີ່ສຸດຂອງໂລກໃນໄລຍະເກືອບ 10 ປີຜ່ານມາ.
ພາຍຫຼັງເກີດແຜ່ນດິນໄຫວຢ່າງຮຸນແຮງຢູ່ມຽນມາແລ້ວ, ຕອນຮຸ່ງເຊົ້າວັນທີ 29 ມີນານີ້, ໜ່ວຍແພດກູ້ໄພແຂວງຢຸນນານຈີນທີ່ປະກອບດ້ວຍສະມາຊິກ 37 ຄົນໄດ້ນໍາເອົາເຄື່ອງກູ້ໄພສຸກເສີນທັງໝົດ 112 ຊຸດ ເດີນທາງໄປຮອດນະຄອນຢາງກຸງຂອງມຽນ ມາ ເຊິ່ງເປັນໜ່ວຍກູ້ໄພສາກົນໜ່ວຍທໍາອິດທີ່ເດີນທາງໄປຮອດມຽນມາພາຍຫລັງເກີດແຜ່ນດິນໄຫວຄັ້ງນີ້.
ພາຍຫຼັງເກີດແຜ່ນດິນໄຫວ, ຄະນະກໍາມະການບໍລິຫານປະເທດມຽນມາໄດ້ປະກາດພາວະສຸກເສີນຢູ່ບັນດາເຂດແຄວ້ນທີ່ໄດ້ຮັບຜົນກະທົບອ່າວຮຸນແຮງຈາກແຜ່ນດິນໄຫວຄັ້ງນີ້ເປັນຕົ້ນແມ່ນແຂວງມານດາ​ເລ​ ແລະອື່ນໆ.
ທີ່ມາ: CMG