ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ

Mar 29, 2025

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ
ໃນວັນທີ 28 ມີນາ 2025 ທີ່ ກະຊວງການຕ່າງປະເທດ, ສປປ ລາວ ແລະ ອິນເດຍ ໄດ້ຈັດພິທີລົງນາມໃນບົດບັນທຶກຄວາມ ເຂົ້າ ໃຈ ວ່າດ້ວຍ ໂຄງການນ້ຳດື່ມບ້ານຫ້ວຍເຮ້ຍ, ເມືອງຊຽງເງິນ, ແຂວງຫລວງພະບາງ, ມູນຄ່າ 50,000 ໂດລາສະຫະລັດ, ເຊິ່ງໄດ້ຮັບການສະໜັບສະໜູນທຶນຈາກ ລັດຖະບານ ອິນເດຍ ພາຍ ໃຕ້ ໂຄງການເຫັນຜົນໄວຂອງຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ.
ເฝຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ຕາງໜ້າໃຫ້ຝ່າຍລາວແມ່ນ ທ່ານ ດຣ. ຫຸມພັນ ຈີລະສັກ, ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງພະບາງ ແລະ ຕາງໜ້າຝ່າຍອິນເດຍແມ່ນ ທ່ານ Yogeshwar Sangwan, ເອກອັກຄະ ລັດຖະທູດ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບໍວອນທັດ ດວງຈັກ, ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ສປປລ ລາວ, ພະນັກງານຈາກສະຖານທູດ ອິນເດຍ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ຂອງ ສປປລ ລາວ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ອິນທະສອນ ທິຣະກຸນ, ຮອງຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ແກ່ຝ່າຍລາວ ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ລັດຖະບານອິນເດຍ ທີ່ໄດ້ໃຫ້ຄວາມສໍາຄັນຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະ, ແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນຂັ້ນທ້ອງຖິ່ນໃຫ້ນັບມື້ນັບດີຂຶ້ນ.
ສາທາລະນະລັດອິນເດຍ ໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາສະຫະລັດຕໍ່ປີ ໃຫ້ແກ່ປະເທດສະມາຊິກແມ່ນ້ຳຂອງ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50,000 ໂດລາສະຫະລັດ ຕໍ່ 1 ໂຄງການ. ນັບຕັ້ງແຕ່ສ້າງ ຕັ້ງໂຄງການເຫັນຜົນໄວ, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 31 ໂຄງການ, ລວມມູນຄ່າ 1.515.842 ໂດລາສະຫະລັດ. ໃນນັ້ນ, ມີ 15 ໂຄງການ ໄດ້ສຳເລັດຈັດຕັ້ງປະຕິ ບັດ ແລະ 16 ໂຄງການ ແມ່ນກຳລັງສືບຕໍ່ດຳເນີນການຈັດຕັ້ງປະຕິ ບັດ.