ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄວາມຄືບໜ້າການຊ່ວຍເຫລືອແຜ່ນດິນໄຫວທີ່ມຽນມາ

Mar 30, 2025

ມາຮອດເວລາ 22 ໂມງ, ວັນທີ 29 ມີນາ 2025 ມີຜູ້ເສຍຊິວິດ 1.644 ຄົນ, ບາດເຈັບ 3.480 ຄົນ ແລະ ສູນຫາຍ 130 ຄົນ. ຈີນ ແລະ ຣັດເຊຍ ແມ່ນສອງປະເທດທຳອິດທີ່ໃຫ້ການຊ່ວຍເຫລືອມຽນມາ.
– ຈີນ: ສົ່ງເຈົ້າໜ້າທີ່ກູ້ໄພ ແລະ ຜູ້ຊ່ຽວຊາຍຫລາຍກວ່າ 136 ຄົນ, ພ້ອມດ້ວຍຢາຜົວພະຍາດ ແລະ ເຄື່ອງປັ່ນໄຟຟ້າ.
– ຣັດເຊຍ: ສົ່ງເຈົ້າໜ້າທີ່ກູ້ໄພໄປຊ່ວຍ 120 ຄົນ.
– ອິນເດຍ: ສົ່ງໜ່ວຍກູ້ໄພ 80 ຄົນ, ພ້ອມບໍລິຈາກເຄື່ອງບັນເທົາທຸກ 15 ໂຕນ ແລະ ເຮືອຮົບອິນເດຍພວມເດີນທາງຂົນສົ່ງເຄື່ອງບັນເທົາທຸກມາເພີ່ມ 40 ໂຕນ
-ມາເລເຊຍ: ສົ່ງໜ່ວຍກູ້ໄພໄປຊ່ວຍຊຸດທຳອິດ 10 ຄົນ (ວາງ ແຜນໄວ້ 50 ຄົນ)
– ສິງກະໂປ: ສົ່ງໜ່ວຍກູ້ໄພໄປຊ່ວຍ 80 ຄົນ
– ຮົງກົງຂອງຈີນ: ສົ່ງໜ່ວຍກູ້ໄພໄປຊ່ວຍ 51 ຄົນ
ນອກຈາກນີ້, ຍັງມີອີກຫລາຍປະເທດ ກຽມພ້ອມເດີນທາງໄປຊ່ວຍເຫລືອມຽນມາໃນຄັ້ງນີ້. ສ່ວນການຊ່ວຍເຫລືອອື່ນໆ ອົງການສະຫະປະຊາຊາດໄດ້ຈັດ ສັນເງິນຊ່ວຍເຫລືອ 5 ລ້ານໂດລາ ແລະ ຈີນ ຊ່ວຍເຫຼືອ 100 ລ້ານຢວນ.
ທີ່ມາ: World Forum