ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຫັນເປັນຟານ ຍົກປືນຍິງ ສຸດທ້າຍພົບເປັນຄົນນອນເສຍຊີວິດຄາທີ່

Mar 30, 2025

ເຫັນເປັນຟານ ຍົກປືນຍິງ ສຸດທ້າຍພົບເປັນຄົນນອນເສຍຊີວິດຄາທີ່
ວັນທີ 21 ມີນາ 2025 ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ແຂວງອຸດົມໄຊ ໄດ້ລາຍງານຕັດສິນຄະດີ ທ້າວ ຈຸໄຊ ເຢຍປໍ ( ຈຳເລີຍ ) ອາຍຸ 28 ປີ ປະຊາຊົນບ້ານນໍ້າໂມງ ເມືອງນາໝໍ້ ແຂວງອຸດົມໄຊຈາກເຫດການຍິງຄົນບ້ານດຽວກັນເສຍຊີວິດຈາກການລ່າສັດໃນ 13 ມັງກອນ 2025 ທີ່ຜ່ານມາ.​
ທ້າວ ຈຸໄຊ ເຢຍປໍ ສາລະພາບວ່າ ມື້ເກີດເຫດຕົນເອງໄດ້ໄປນອນສວນເຂດຫ້ວຍນໍ້າເພັງຮ້າວ, ເວລາ 5 ໂມງຂອງວັນທີ 14 ມັງກອນ 2025 ໄດ້ຈັບເອົາປືນປະດິດຍາວ 1,20 ແມັດ ຂອງຕົນ ທີ່ເອົາໄວ້ຢູ່ຖຽງສວນ ອອກໄປຊອກຍິງສັດປ່າ ຢູ່ເຂດຫົວໄຮ່ ພໍຍ່າງໄປຮອດເຂດຫ້ວຍນໍ້າ ຫຼຽວເບິ່ງທາງເບື້ອງລຸ່ມ ພົບເຫັນໂຕຟານກຳລັງກິນໝາກໄມ້ຢູ່ ຫ່າງຈາກຕົນ 15 ແມັດ ຈຶ່ງຍົກປືນຍິງໃສ່ຫົວໂຕຟານ 1 ນັດ, ພາຍຫຼັງຍິງແລ້ວ ຈຶ່ງຍ່າງເຂົ້າໄປເບິ່ງ ພົບວ່າບໍ່ແມ່ນສັດ ແຕ່ແມ່ນຍິງຖືກຄົນເສຍຊີວິດ ແຕ່ບໍ່ຮູ້ວ່າແມ່ນຜູ້ໃດ.
ຫຼັງຈາກນັ້ນ, ຕົນເອງຈຶ່ງກັບຄືນໄປສວນ ແລ້ວບອກໃຫ້ອ້າຍຂອງຕົນຮັບຮູ້ ແລ້ວພາກັນໄປເບິ່ງຜູ້ຖືກຍິງ ຈຶ່ງໄດ້ຮູ້ວ່າຜູ້ເສຍຊີວິດຊື່ ທ້າວ ເລົາປໍວ້າ ເປັນຄົນບ້ານດຽວກັນ ເຊິ່ງຄາດວ່າເຂົ້າປ່າມາກໍເພື່ອຍິງສັດເຊັ່ນດຽວກັນ ໃກ້ໂຕຂອງຜູ້ເສຍຊີວິດ ກໍມີປືນປະດິດ ຍາວ 1,10 ເມັດ. ຈາກນັ້ນກໍໄດ້ໂທແຈ້ງຕໍ່ອົງການປົກຄອງບ້ານເພື່ອແຈ້ງໃຫ້ຍາດພີ່ນ້ອງຜູ້ເສຍຊີວິດຮັບຮູ້ ໃນວັນດຽວກັນຕົນເອງກໍຖືກເຈົ້າໜ້າທີ່ມາກັກຕົວໄປດຳເນີນຄະດີຕາມກົດໝາຍ.
ພາຍຫຼັງເກີດເຫດ ຍາດພີ່ນ້ອງຂອງທັງ 2 ຝ່າຍ ໄດ້ໄກ່ເກ່ຍຂັ້ນບ້ານ, ມອບໃຫ້ທ້າວ ຈຸໄຊ ເຢຍປໍ (ຈຳເລີຍ) ໃຊ້ແທນຄ່າເສຍຫາຍ ແລະ ຄ່າປົວແປງຈິດໃຈໃຫ້ຄອບຄົວທ້າວ ເລົ່າປໍວ້າ ເປັນເງິນຈໍານວນ 103,900,000 ກີບ ທາງຄອບຄົວຈຳເລີຍໄດ້ຊໍາລະເປັນທີ່ຮຽບຮ້ອຍແລ້ວ.
ຜ່ານການຄົ້ນຄວ້າ, ກວດກາບັນດາຂໍ້ມູນຫຼັກຖານ ຄະນະສານອາຍາຂັ້ນຕົ້ນແຂວງອຸດົມໄຊ ຈິ່ງຕັດສິນວ່າ: ການກະທຳຂອງທ້າວ ຈຸໄຊ ເຢຍປໍ (ຈໍາເລີຍ) ເປັນການກະທຳທີ່ແຕະຕ້ອງຕໍ່ປະມວນກົດໝາຍອາຍາສະບັບປີ 2017 ໂດຍຖືກຕັດສິນລົງ ໂທດຕັດອິດສະລະພາບ ສອງປີ ແລະ ປັບໃໝ 5,000,000 ກີບ. ເຊິ່ງໃຫ້ທ້າວ ຈຸໄຊ ເຢຍປໍ ປະຕິບັດໂທດຕັດອິດສະລະພາບ ໜຶ່ງເດືອນ ຫົກວັນ, ສ່ວນໂທດຕັດອິດສະລະພາບທີ່ຍັງເຫຼືອ ໜຶ່ງປີ ສິບເດືອນ ຊາວສີ່ວັນ ພາກໄວ້.
ຂ່າວ: ຄວາມສະຫງົບລາວ