ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ ໃຫ້ການຊ່ວຍເຫຼືອສຸກເສີນແກ່ມຽນມາ 100 ລ້ານຢວນ ເພື່ອກູ້ໄພແຜ່ນດິນໄຫວ

Mar 30, 2025

ຈີນ ໃຫ້ການຊ່ວຍເຫຼືອສຸກເສີນແກ່ມຽນມາ 100 ລ້ານຢວນ ເພື່ອກູ້ໄພແຜ່ນດິນໄຫວ
ວັນ​ທີ 29 ມີ​ນາ​ນີ້, ທ່ານ ຫຼີ​ມິງ ໂຄ​ສົກ​ອົງ​ການ​ການພັດ​ທະ​ນ​າ ແລະ ຮ່ວມ​ມື​ສາ​ກົນ​ແຫ່ງ​ຊາດ​ຈີນ​ ກ່າວ​ວ່າ: ເກີດ​ແຜ່ນ​ດິນ​ໄຫວ​ຢູ່ມຽນມາຢ່າງ​ໜັກ​ໜ່ວງ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ
ກໍ​ຄືຄືຜົນເສຍ​ຫາຍ​ທາ​ງ​ດ້ານຊັບ​ສິນ​ເປັນ​ຈຳ​ນວນຫຼວງຫຼາຍ.
ເພື່ອຕອບ​ສະ​ໜອງ​ຕາມ​ຄຳ​ຮ້ອງ​ຂໍ​ຂອງ​ລັດ​ຖະ​ບານ​ມຽນ​ມາ, ລັດ​ຖະ​ບານ​ຈີນ​ ໄດ້​ຕົກ​ລົງ​ໃຫ້​ການ​ຊ່ວຍ​ເຫຼືອດ້ານມະ​ນຸດ​ສະ​ທຳ​ຈຳ​ນວນ 100 ລ້ານຢວນ ເພື່ອນໍາໃຊ້ເຂົ້າໃນການ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າວ, ນອກນີ້ຈີນ ຍັງໄດ້ແຕ່ງ​ຕັ້ງ​ 2 ໜ່ວຍ​ງານ​ກູ້​ໄພ ໄປເຂດປະສົບໄພ ແລະ ສະ​ໜໜອງ ເຕັ້ນ, ຜ້າ​ຫົ່ມ, ຖົງຢາປະຖົມພະຍາ ບານ, ອາ​ຫານ, ນ້ຳ​ດື່ມ ແລະ ວັດ​ຖຸ​ອື່ນໆ​ ທີ່​ຕ້ອງ​ການ​ສຸກ​ເສີນ​ໃຫ້​ແກ່​ເຂດ​ປະ​ສົບ​ໄພ.
ເຄື່ອງ​ຊ່ວຍ​ເຫຼືອງວດ​ທຳ​ອິດ​ຈາກ​ລັດ​ຖະ​ບານ​ຈີນ​ ຈະ​ເລີ່ມ​ຂົນ​ສົ່ງ​ໃນ​ວັນ​ທີ 31 ມີ​ນາ​ນີ້​ຕາມ​ແຜນ​ການ. ນອກຈາກນີ້, ຈີນ ຍັງຈະ​​ສືບ​ຕໍ່ໃຫ້​ການ​ຊ່ວຍ​ເຫຼືອ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ມຽນ​ມາ ຕື່ມອີກ.
ທີ່ມາ: CMG