ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ອາຊຽນ ຈັດກອງປະຊຸມສຸກເສີນສະໄໝພິເສດ ກ່ຽວກັບເຫດ ການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ມຽນມາ ແລະ ໄທ

Mar 30, 2025

ອາຊຽນ ຈັດກອງປະຊຸມສຸກເສີນສະໄໝພິເສດ ກ່ຽວກັບເຫດ ການແຜ່ນດິນໄຫວທີ່ເກີດຂຶ້ນຢູ່ມຽນມາ ແລະ ໄທ
ວັນທີ 30 ມີນານີ້, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸກເສີນສະໄໝພິເສດຂອງລັດຖະມົນຕີຕ່າງປະເທດອາຊຽນ ກ່ຽວກັບເຫດການແຜ່ນດິນໄຫວ ທີ່ເກີດ ຂຶ້ນຢູ່ປະເທດມຽນມາ ແລະ ໄທ ໃນວັນທີ 28 ມີນາ 2025 (ໃນຮູບແບບທາງໄກ) ພາຍໃຕ້ການເປັນປະທານຂອງມາເລເຊຍ, ໃນ ນາມປະທານອາຊຽນ ປີ 2025.
ກອງປະຊຸມ ສະແດງຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຕໍ່ປະ ຊາຊົນມຽນມາ ແລະ ໄທ ທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນຄັ້ງນີ້ ແລະ ຢືນຢັນຄວາມໝາຍໝັ້ນ ແລະ ຄວາມສາມັກຄີຂອງອາ ຊຽນໃນການຮັບມືກັບຜົນກະທົບຂອງໄພພິບັດດັ່ງກ່າວ.
ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວກັບສະພາບຄວາມ ເສຍຫາຍ ຈາກເຫດການແຜ່ນດິນໄຫວທີ່ເກີດຂຶ້ນ ພ້ອມທັງໄດ້ແຈ້ງສະພາບຄວາມຕ້ອງການສຸກເສີນເບື້ອງຕົ້ນ ແລະ ການຊ່ວຍ ເຫຼືອດ້ານມະນຸດສະທຳສຸກເສີນຂອງປະເທດສະມາຊິກອາຊຽນ, ສູນປະສານງານຊ່ວຍເຫຼືອມະນຸດສະທຳອາຊຽນ (AHA Centre), ຄູ່ເຈລະຈາ ແລະ ບັນດາອົງການຈັດຕັ້ງສາກົນກ່ຽວ ຂ້ອງ ໃຫ້ລັດຖະບານ ແລະ ປະຊາຊົນ ມຽນມາ ແລະ ໄທ.
ພ້ອມກັນນີ້, ກອງປະຊຸມ ເຫັນດີຕາມການສະເໜີຂອງ ມຽນ ມາໃຫ້ເລຂາທິການໃຫຍ່ອາຊຽນເຮັດໜ້າທີ່ຜູ້ປະສານງານການ ຊ່ວຍເຫຼືອດ້ານມະນຸດສະທໍາອາຊຽນ, ພ້ອມທັງມອບໃຫ້ສູນປະສານງານຊ່ວຍເຫຼືອ ດ້ານມະນຸດສະທໍາອາຊຽນ ເປັນຜູ້ອຳ ນວຍຄວາມສະດວກການຊ່ວຍເຫຼືອມະນຸດສະທຳໃນຄັ້ງນີ້.
ກອງປະຊຸມ ໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຂອງບັນດາປະເທດສະມາຊິກອາຊຽນ, ຄູ່ຮ່ວມມືພາຍນອກ ອາ ຊຽນ, ອົງການສະຫະປະຊາຊາດ, ພາກເອກະຊົນ ແລະ ພາກສ່ວນກ່ຽວຂ້ອງທັງໝົດທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ.
ກອງປະຊຸມ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງອາຊຽນ ທີ່ຈະເຮັດວຽກຢ່າງໃກ້ຊິດເພື່ອປະສານງານການຊ່ວຍເຫຼືອດ້ານມະ ນຸດສະທໍາ, ສະໜັບສະໜູນ ແລະ ອໍານວຍຄວາມສະດວກໃນການ ປະຕິບັດງານບັນເທົາທຸກ ໃຫ້ດຳເນີນໄປຢ່າງມີປະສິດທິພາບ ແລະ ທັນການ, ໂດຍມີ ສູນປະສານງານຊ່ວຍເຫຼືອດ້ານມະນຸດສະທໍາອາ ຊຽນ ເປັນຜູ້ຊ່ວຍເຫຼືອໃນວຽກດັ່ງກ່າວ.
ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ