ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານພົບປະສົນທະນາ ນາຍທະຫານໜຸ່ມລາວ-ຫວຽດນາມ

Mar 30, 2025

ງານພົບປະສົນທະນາ ນາຍທະຫານໜຸ່ມລາວ-ຫວຽດນາມ
ວັນທີ 28 ມີນາ 2025 ນີ້, ທີ່ສະໂມສອນ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດງານພົບປະສົນທະນາ ນາຍທະ ຫານໜຸ່ມກອງທັບປະຊາຊົນລາວ ແລະກອງທັບປະຊາຊົນຫວຽດ ນາມ ພາຍໃຕ້ຫົວຂໍ້: “ໄມຕີຈິດມິດຕະພາບ-ຮ່ວມມືກັນກ້າວຂຶ້ນ” ໂດຍການເປັນປະທານຮ່ວມຂອງສະຫາຍ ພົນໂທ ວົງຄຳ ພົມມະກອນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນໂທ ຮ່ວງ ຊວນ ຈ້ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ.
ໃນໂອກາດນີ້, ຜູ້ຕາງໜ້ານາຍທະຫານໜຸ່ມ ທັງສອງກອງທັບ ໄດ້ສະເໜີ ບົດລາຍງານຫຍໍ້ ໃນຫົວຂໍ້: “ໄມຕີຈິດມິດຕະພາບ- ຮ່ວມມືກັນກ້າວຂຶ້ນ”, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດ ນາມ-ລາວ ເປັນພື້ນຖານ ເພື່ອນາຍທະຫານໜຸ່ມ ກອງທັບສອງປະເທດ ຮ່ວມມືກັນກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມຢ່າງໝັ້ນຄົງ, ບົດບາດ, ຄວາມຮັບຜິດຊອບຂອງນາຍທະຫານໜຸ່ມໃນການຄວ້າວິທະຍາສາດ, ຫັນເປັນດິຈິຕອນ, ປ່ຽນແປງໃໝ່ປະດິດສ້າງ ປະກອບສ່ວນຫັນເປັນທັນສະໄໝກອງທັບຢູ່ແຕ່ລະປະເທດ, ບົດປະກອບຄໍາເຫັນຫົວຂໍ້: “ນາຍທະຫານໜຸ່ມ ລາວ-ຫວຽດນາມ ສາມັກຄີ, ຕະລຸມບອນໃນການເຊື່ອມໂຍງສາກົນ”.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນໂທ ວົງຄຳ ພົມມະກອນ ແລະ ສະຫາຍ ພົນໂທ ຮ່ວງ ຊວນ ຈ້ຽນ ໄດ້ຜັດປ່ຽນກັນມີຄໍາເຫັນຊີ້ນໍາ ຕໍ່ງານພົບປະສົນທະນານາຍທະຫານໜຸ່ມ ກອງທັບປະຊາຊົນລາວ ແລະ ກອງທັບປະຊາຊົນຫວຽດ ນາມ ເຮັດໃຫ້ງານດັ່ງກ່າວເຕັມໄປດ້ວຍຄວາມໝາຍຄວາມສໍາຄັນ ແລະ ເຫັນໄດ້ມິດຕະພາບຄວາມສາມັກຄີແບບພິເສດ ຂອງສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈາກຮຸ່ນອາວຸໂສສູ່ຮຸ່ນໜຸ່ມ.
ທີ່ມາ: ກອງທັບປະຊາຊົນລາວ