ຄະນະຜູ້ແທນແຂວງກາເມົາ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມ ອວຍພອນການນໍາແຂວງຄໍາມ່ວນ ເນື່ອງໃນໂອກາດປີໃໝ່ລາວ. ໃນວັນທີ 30 ມີນາຜ່ານມານີ້, ຄະນະຜູ້ແທນແຂວງກາເມົາ ສສ ຫວຽດນາມ ເຄື່ອນໄຫວຢ້ຽມຢາມແຂວງຄໍາມ່ວນ ສປປ ລາວ ນໍາໂດຍ ທ່ານ ໂຮ່ ຈຸງ ຫວຽດ ຫົວໜ້າໂຄສະນາສຶກສາ ແລະ ຂົນຂວາຍພັກແຂວງ ໄດ້ເຄື່ອນໄຫວຢ້ຽມຢາມໂຄງການລ້ຽງກຸ້ງ ຢູ່ບ້ານໜອງປີງ ເມືອງຍົມມະລາດ ແຂວງຄໍາມ່ວນ, ນໍາພາທາງໂດຍ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ.
ໂຄງການປູກເຂົ້າປະສົມປະສານກັບການລ້ຽງກຸ້ງນໍ້າຈືດ ທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກແຂວງກາເມົາ ໃນມູນຄ່າ 3.4 ຕື້ດົງ ຊຶ່ງໂຄງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ 2 ຈຸດຄື: ບ້ານໜອງປີງ ເມືອງຍົມມະລາດ ແລະ ບ້ານ ສອງເໜືອງ ເມືອງໜອງບົກ, ໃນເນື້ອທີ່ 20 ເຮັກຕາ (10 ເຮັກຕາ/ຈຸດ), ໄລຍະເວລາປະຕິບັດໂຄງການ 16 ເດືອນ, ເລີ່ມແຕ່ເດືອນ ມີນາ 2024 ຫາ ມີຖຸນາ 2025, ຄວາມຄືບໜ້າຜົນການທົດລອງຕົວຈິງ ໃນລະດູການທີ່ໜຶ່ງ, ສໍາລັບເມືອງ ຍົມມະລາດ: ເນື້ອທີ່ 10 ເຮັກຕາ, ມີ 11 ໄຮ່ນາ, ຄອງຍາວ 4,077 ແມັດ, ຜົນຜະລິດກຸ້ງ 501 ກິໂລ/10 ເຮັກຕາ, ສະເລ່ຍ 48 ກິໂລ/ເຮັກຕາ, ສໍາລັບລະດູການທີ່ສອງພວມດໍາເນີນການຈັດຕັ້ງປະຕິບັດ. ຈາກນັ້ນ, ກໍຍັງໄດ້ສືບຕໍ່ຢ້ຽມຊົມສະຖານທີ່ເຂດລຸ່ມເຮືອນຈັກຂອງບໍລິສັດໄຟຟ້ານໍ້າເທີນ 2 ແລະ ແຫຼ່ງທ່ອງທ່ຽວຖໍ້ານາງແອ່ນ, ທ່າຝຣັ່ງ ວັງສີຄາມ ທັງສອງສະຖານທີ່ແມ່ນເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ສວຍງາມ ໄດ້ຮັບຄວາມນິຍົມຊົມຊອບຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ຂ່າວ: ມະນີວັນ




