ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫ້ອງວ່າການ ກະຊວງປ້ອງກັນປະເທດ ປາຖະກະຖາ 2 ວັນປະຫວັດສາດ

Mar 31, 2025

ວັນທີ 31 ມີນາ 2025 ນີ້, ຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີ ປາຖະກະຖາ 2 ວັນປະຫວັດສາດຄື: ວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດເພື່ອປະເທດຊາດ ຄົບຮອບ 79 ປີ (21 ມີນາ 1946-21 ມີນາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ຄະນະອໍານວຍການ ແລະ ພະນັກງານ-ນັກຮົບ ຈາກບັນດາກົມກອງອ້ອມຂ້າງຫ້ອງວ່າການ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ຍົກໃຫ້ເຫັນປະຫວັດ ແຫ່ງການກໍາເນີດ, ເຕີບໃຫຍ່ຂະຫາຍຕົວ ແລະ ຄວາມໝາຍຄວາມສຳຄັນ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ພາຍຫຼັງທີ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ພັກໄດ້ນໍາພາປວງຊົນລາວທັງຊາດ ຕໍ່ສູ້ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຕ່າງຊາດ, ນໍາເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ມາສູ່ປວງຊົນລາວບັນດາເຜົ່າ. ຕະຫຼອດໄລຍະ 70 ຜ່ານມາ, ຂະບວນການຕໍ່ສູ້ ກໍຄືການນໍາພາ-ຊີ້ນໍາຂອງພັກ ກໍຍິ່ງນັບມື້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນໃນແຕ່ລະໄລຍະ ແລະ ໄດ້ຮັບໄຊຊະນະໃນທຸກບັ້ນຮົບ, ພັກປະຊາຊົນປະຕິວັດລາວ ເວລາໃດ ກໍຮັກສາໄດ້ຄຸນທາດການເມືອງ, ທາດແທ້ປະຕິວັດ, ຢຶດໝັ້ນລັດທິ ມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເຮັດໃຫ້ປະຊາຊົນລາວບັນດາເຜົ່າຢູ່ເຢັນເປັນສຸກ, ປະເທດຊາດໄດ້ຮັບການພັດທະນາຢ່າງຮອບດ້ານ.
ພ້ອມນັ້ນ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ທົບທວນຫວນຄືນ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ເຊິ່ງພັກ-ລັດຖະບານ ໄດ້ກຳນົດເອົາວັນທີ່ ປະທານ ສຸພານຸວົງ ຖືກບາດເຈັບໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ໃນວັນທີ 21 ມີນາ 1946 ແລະ ໃຫ້ມີການຈັດຕັ້ງລະນຶກເຖິງວັນດັ່ງກ່າວ ນັບແຕ່ປີ 2014 ເປັນຕົ້ນມາ, ບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບທີ່ສຳຄັນທີ່ສຸດຢູ່ໃນລາວ ບໍ່ພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝຣັ່ງ ແຕ່ຍັງສະແດງເຖິງຄວາມສາມັກຄີຕໍ່ສູ້ຕ້ານສັດຕູໂຕດຽວກັນ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ ເຊິ່ງກາຍເປັນແວ່ນແຍງອັນໃສແຈ້ງ, ຄວາມເສຍສະຫຼະເລືອດເນື້ອເພື່ອຊາດ ຂອງນັກປະຕິວັດຮຸ່ນກ່ອນ, ຄວາມມີນໍ້າໃຈສູ້ຮົບຢ່າງພິລະອາດຫານ, ບໍ່ຍອມຈຳນົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄືການບັນຊາທີ່ເດັດດ່ຽວໜຽວແໜ້ນ ຂອງຄະນະບັນຊາການກຳລັງປະກອບອາວຸດ ທີ່ນຳພາໂດຍ ປະທານ ສຸພານຸວົງ.
ທັງນີ້, ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ທົ່ວຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຮັບຮູ້, ເຊື່ອມຊຶມຕໍ່ແນວທາງການນໍາພາອັນປີຊາສາມາດ, ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອລະນຶກເຖິງພະນັກງານ-ນັກຮົບ ແລະ ປະຊາຊົນຊາວເມືອງທ່າແຂກທີ່ໄດ້ເສຍອົງຄະ ແລະ ເສຍສະຫຼະຊີວິດໃນພາລະກິດຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດລ່າເມືອງຂຶ້ນຝຣັ່ງ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ.
ໂດຍ: ສົມຄິດ ພູມີຈິດ