ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫວຽດນາມ ສົ່ງທີມກູ້ໄພກູ້ຊີບຂອງກອງທັບ ໄປຊ່ວຍກູ້ໄພແຜ່ນດິນໄຫວຢູ່ມຽນມາ

Mar 31, 2025

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຕອນບ່າຍວັນທີ 30 ມີນາ ເຮືອບິນນຳສົ່ງກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ໄປຊ່ວຍກູ້ໄພແຜ່ນດິນໄຫວຢູ່ປະເທດ ມຽນມາ ໄດ້ເລີ່ມບິນໃນເວລາ 15 ໂມງ 30 ນາທີ.
ໃນຕອນຄ່ຳວັນດຽວກັນ, ຄະນະຜູ້ແທນຈະແລກປ່ຽນກັບປະເທດເພື່ອນ ແລະ ແລກປ່ຽນໜ້າທີ່ສາກົນ ເພື່ອເປັນເອກະພາບໜ້າທີ່, ກຳນົດແຜນການຮັບມື. ຄາດວ່າ ວັນທີ 31 ມີນາ, ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ຈະເລີ່ມປະຕິບັດໜ້າທີ່.