ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີ ກະຊວງຍຸຕິທຳ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາເອກອັກຄະລັດຖະທູດລາວທີ່ຈະໄປປະຈຳການຢູ່ຕ່າງປະເທດ

Mar 31, 2025

ໃນຕອນເຊົ້າຂອງວັນທີ 31 ມີນາ 2025, ທີ່ຫ້ອງຮັບແຂກ ກະຊວງຍຸຕິທຳ ທ່ານ ໄພວີ ສີບົວລີພາ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາທ່ານເອກ ອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ຈະໄປປະຈຳການຢູ່ຕ່າງປະ ເທດ ຄື: ປະເທດຍີ່ປຸ່ນ, ສິງກະໂປ, ອົດສະຕາລີ, ໂອຕຣິດ, ບູໄນ ແລະ ສຳນັກງານຜູ້ຕາງໜ້າຖາວອນ ສປປ ລາວ ປະຈຳອາຊຽນ.
ການເຂົ້າຢ້ຽມຂ່ຳນັບຂອງບັນດາທ່ານເອກອັກຄະລັດຖະທູດໃນຄັ້ງນີ້ ເປັນໂອກາດທີ່ດີ ເພື່ອຂໍທິດຊີ້ນຳກ່ຽວກັບວຽກງານການ ຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງ ສປປ ລາວ ກັບບັນດາອົງການຈັດຕັ້ງສາກົນ ແລະ ບັນດາປະເທດ ທີ່ກ່ຽວຂ້ອງໂດຍສະເພາະວຽກງານຂະແໜງຍຸຕິທຳ; ຊຶ່ງທ່ານ ລັດຖະມົນຕີ ກະຊວງຍຸຕິທຳ ກໍໄດ້ສະແດງຄວາມຂອບໃຈຕໍ່ການຢ້ຽມຂ່ຳນັບຂອງບັນດາທ່ານເອກອັກຄະລັດຖະທູດ ພ້ອມທັງສະເໜີໃຫ້ບັນດາທ່ານເອກອັກຄະລັດຖະທູດສະເໜີຂໍການສະໜັບສະໜູນ ແລະ ຍົກບົດບາດຂະແໜງການຍຸຕິທຳຕໍ່ສາກົນເພື່ອເສີມສ້າງ ແລະ ສືບຕໍ່ຂະຫຍາຍການຮ່ວມມືກັບບັນດາປະເທດດ້ວຍ.
ໃນຕອນທ້າຍ ທ່ານ ໄພວີ ສີບົວລີພາ, ລັດຖະມົນຕີກະຊວງຍຸຕິທຳ ໄດ້ອວຍພອນໃຫ້ແກ່ບັນທ່ານເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປປະຈຳການຢູ່ຕ່າງປະເທດໂດຍສະ ຫວັດດີພາບ ແລະ ປະຕິບັດໜ້າທີ່ຢ່າງປະສົບຜົນສຳເລັດ ພ້ອມຶທັງໄດ້ມອບປື້ມກົດໝາຍຈໍານວນໜຶ່ງເພື່ອເປັນຂໍ້ມູນໃນການປະ ຕິບັດໜ້າທີ່ອີກດ້ວຍ.
ຂ່າວ-ພາບ: ໄໝສີສົດ ສິນພອນເພັດ