ແຂວງໄຊສົມບູນ ເຂັ້ມງວດການຄຸ້ມຄອງເຄມີ

ທ່ານ ສຸກສະຫວາດ ວວົງພູມເຫຼັກ, ຮອງເຈົ້າແຂວງ, ຫົວໜ້າຄະນະຄຸ້ມຄອງເຄມີແຂວງໄຊສົມບູນ ເປັນປະທານຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄມີ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນທີ່ຫ້ອງວ່າການ ແຂວງໄຊສົມບູນ ເມື່ອບໍ່ດົນມານີ້.
ທ່ານ ພາທໍ່ ຕົງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການ ຄ້າ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ປີຜ່ານມາ ພະແນກອຸດສາຫະກຳ ແລະ ການຄ້າ ໄໄດ້ປະຕິບັດວຽກງານສຳເລັດຫຼາຍດ້ານ ໂດຍໄດ້ອອກແຈ້ງການ ເຖິງບັນດາບໍລິສັດ, ໂຮງງານອຸດສາຫະກຳປຸງແຕ່ງ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງແຮ່ທາດ ທົ່ວແຂວງໄຊສົມບູນ ກ່ຽວກັບການຂໍອະນຸຍາດຂຶ້ນທະບຽນບັນຊີເຄມີ, ການຢັ້ງຢືນແຜນຄວາມຕ້ອງການນໍາເຂົ້າເຄມີ ປະຈຳປີ, ການສະເໜີຂໍອະນຸ ຍາດເຄື່ອນຍ້າຍເຄມີ, ການນໍາເຂົ້າ-ສົ່ງອອກເຄມີ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢຢ່າງເຂັ້ມງວດ.
ພ້ອມດຽວກັນນັ້ນ ການເກັບກຳຂໍ້ມູນສະຖິຕິ ການນໍາເຂົ້າເຄມີ ທົ່ວແຂວງໄຊສົມບູນ ໃນໄລຍະເດືອນກັນຍາ ຫາ ເດືອນທັນວາປີ 2024 ມີການສະເໜີຂໍອະນຸຍາດນໍາເຂົ້າເຄມີ ທັງໝົດ 4 ບໍລິສັດຄື: ບໍລິສັດ ພູເບ້ຍ ມາຍນິ່ງ ຈຳກັດ ນໍາເຂົ້າທັງໝົດ 26 ທາດ ຈໍານວນ 190,472 ໂຕ່ນ, ບໍລິສັດ ຮ່ວມມືພັດທະນາບໍ່ແຮ່ ໄຊສົມບູນ ຈຳກັດ ນໍາເຂົ້າ 1 ທາດ ຈໍານວນ 250 ໂຕນ, ບໍລິສັດ ລາວໄທຊານ ຈິວຈິວ ມາຍນິ້ງ ຈຳກັດ ນໍາເຂົ້າ 7 ທາດ ຈໍານວນ 443 ກວ່າ ໂຕ່ນ ແລະ ບໍລິສັດ ຫຼົງຈ່ຽງ ມາຍນຶ່ງ ຈຳກັດ ນໍາເຂົ້າ 4 ທາດ ຈໍານວນ 157 ກວ່າໂຕນ. ລວມທາດເຄມີ ທີ່ນໍາເຂົ້າມາແຂວງໄຊສົມບູນ ມີທັງໝົດ 38 ທາດ, ນໍ້າໜັກລວມ 191,323 ກວ່າໂຕນ.
ທີ່ມາ: ຈົດໝາຍຂ່າວແຂວງ ໄຊສົມບູນ




