ຫວ່າງມໍ່ໆມານີ້, ການໄລສົດຢູ່ຈີນຂອງຜູ້ທີ່ໄດ້ຮັບຄວາມນິຍົມທາງອິນເຕີເນັດ ຫຼື ເນັດໄອດໍຣຄົນໜຶ່ງຂອງອາເມຣິກາໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງຈາກພາຍໃນ ແລະ ຕ່າງປະເທດ. ເນັດໄອດໍຣຄົນນີ້ຊື່ວ່າ Speed, ມີຜູ້ຕິດຕາມລາຍການ 37 ລ້ານຄົນຢູ່ທາງ YouTube. ທ້າວ Speed ໄດ້ສະແດງໃຫ້ໂລກໄດ້ເຫັນຄວາມເປັນຈິງຂອງປະເທດຈີນທີ່ມີຄວາມທັນສະໄໝ ແລະ ເຕັມໄປດ້ວຍພະລັງຊີວິດ ໂດຍຜ່ານການໄລສົດຢູ່ຈີນເປັນເວລາ 6 ຊົ່ວໂມງ. ການເດີນທາງມາທ່ອງທ່ຽວຈີນຂອງທ້າວ Speed ບໍ່ພຽງແຕ່ໄດ້ທຳລາຍຮູບແບບການລາຍງານຂ່າວແບບຕາຍໂຕຂອງສື່ມວນຊົນຝ່າຍຕາເວັນຕົກກ່ຽວກັບຈີນເທົ່ານັ້ນ, ແຕ່ຍັງໄດ້ເຮັດໃຫ້ພວກເຮົາໄດ້ເຫັນສະເໜ່ ແລະ ຄວາມໝັ້ນໃຈຂອງການເປີດປະຕູສູ່ພາຍນອກຂອງຈີນອີກດ້ວຍ.
ໃນການໄລສົດຂອງທ້າວ Speed ໄດ້ສະແດງໃຫ້ໂລກໄດ້ເຫັນໂສມໜ້າຕົວຈິງຂອງຈີນ ຍົກຕົວຢ່າງ: ພະລາຊະວັງບູຮານ, ກຳແພງເມືອງຈີນ, ນະຄອນຊຽງໄຮ້, ງິ້ວປັກກິ່ງແບບດັ້ງເດີມ, ລົດໄຟຄວາມໄວສູງ, ການສະແກນຊຳລະເງິນ, ອິນເຕີເນັດຄວາມໄວສູງ ແລະ ຄວາມມີໄມຕີຈິດທີ່ດີຂອງປະຊາຊົນຈີນ. ປະສົບການຕົວຈິງເຫຼົ່ານີ້ມີຄວາມແຕກຕ່າງກັນຢ່າງຊັດເຈນກັບການລາຍງານຂ່າວແບບຕາຍໂຕຂອງສື່ມວນຊົນຕາເວັນຕົກ ເຊິ່ງເຮັດໃຫ້ຊາວເນັດຕ່າງປະເທດຫຼວງຫຼາຍພາກັນອຸທານວ່າ: “ນີ້ຈຶ່ງແມ່ນປະເທດຈີນທີ່ແທ້ຈິງ!”
ການທ່ອງທ່ຽວຈີນຂອງທ້າວ Speed ບໍ່ພຽງແຕ່ແມ່ນການເດີນທາງທ່ຽວສ່ວນຕົວຄັ້ງໜຶ່ງຂອງລາວເທົ່ານັ້ນ, ແຕ່ຍັງແມ່ນໜຶ່ງໃນແບບຢ່າງທີ່ດີຂອງການແລກປ່ຽນວັດທະນະທຳພາຍໃຕ້ນະໂຍບາຍຍົກເວັ້ນວີຊາຂອງຈີນອີກດ້ວຍ. ນັບແຕ່ວັນທີ 17 ທັນວາ ປີ 2024 ເປັນຕົ້ນມາ, ຈີນໄດ້ຂະຫຍາຍເວລາຍົກເວັ້ນວີຊາເຂົ້າເມືອງຈີນອອກເປັນ 240 ຊົ່ວໂມງ, ດ່ານທີ່ປະຕິບັດນະໂຍບາຍດັ່ງກ່າວໄດ້ເພີ່ມຂຶ້ນຈາກ 39 ແຫ່ງເປັນ 60 ແຫ່ງ, ແຂວງທີ່ປະຕິບັດນະໂຍບາຍດັ່ງກ່າວໄດ້ເພີ່ມຂຶ້ນຈາກ 19 ແຂວງເປັນ 24 ແຂວງ. ນັບມາຮອດເດືອນມັງກອນປີ 2025, ຈີນໄດ້ບັນລຸການຍົກເວັ້ນວີຊາເຊິ່ງກັນແລະກັນຢ່າງຮອບດ້ານກັບ 26 ປະເທດ, ປະຕິບັດນະໂຍບາຍທົດລອງຍົກເວັ້ນວີຊາຝ່າຍດຽວກັບ 38 ປະເທດ ແລະ ປະຕິບັດນະໂຍບາຍຍົກເວັ້ນວີຊາຜ່ານແດນຈີນຕໍ່ 54 ປະເທດ. ພາຍໃຕ້ເງື່ອນໄຂທີ່ຂອບເຂດຍົກເວັ້ນວີຊາຂອງຈີນນັບມື້ນັບຂະຫຍາຍວົງກວ້າງອອກ, ໃນປີ 2024, ຈຳນວນຊາວຕ່າງປະເທດທີ່ເດີນທາງເຂົ້າປະເທດຈີນຜ່ານດ່ານຕ່າງໆໃນທົ່ວປະເທດໂດຍຍົກເວັ້ນວີຊາໄດ້ບັນລຸເຖິງ 20.115.000 ເທື່ອຄົນ, ເພີ່ມຂຶ້ນ 112,3% ເມື່ອທຽບໃສ່ປີ 2023. ໃນປີ 2024, ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວຈີນມີລາຍຈ່າຍເຖິງ 94,2 ຕື້ໂດລາ, ເພີ່ມຂຶ້ນ 77,8% ເມື່ອທຽບໃສ່ປີ 2023.
ການປັບປຸງນະໂຍບາຍຍົກເວັ້ນວີຊາຂອງຈີນເຮັດໃຫ້ການເດີນທາງມາຈີນຂອງຊາວຕ່າງປະເທດສະດວກສະບາຍກວ່າເກົ່າ. ໃນຂະນະດຽວກັນ, ທ້ອງຖິ່ນຕ່າງໆຂອງຈີນກໍໄດ້ປັບປຸງກໍ່ສ້າງພື້ນຖານໂຄງລ່າງດ້ານການທ່ອງທ່ຽວໃຫ້ດີຂຶ້ນ ເພື່ອສ້າງຄວາມສະດວກສະບາຍດ້ານການເດີນທາງ, ການຊຳລະເງິນ, ການສື່ສານ, ກິນຢູ່ພັກເຊົາ ແລະ ດ້ານອື່ນໆໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ມາທ່ອງທ່ຽວຈີນ ເຊິ່ງຈີນພ້ອມທີ່ເປີດປະຕູສູ່ພາຍນອກກຳລັງອ້າແຂນຕ້ອນຮັບນັກທ່ອງທ່ຽວຈາກທຸກມຸມໂລກມາທ່ຽວຈີນດ້ວຍຄວາມສຸກ.





