ກອງປະຊຸມ ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ VI ຂອງເມືອງເງິນ, ແຂວງໄຊຍະບູລີ ໄຂຂຶ້ນໃນຕອນເຊົ້າ ວັນທີ 1 ເມສາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ໄຊຍະບູລີ.
ກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ພິຈາລະນາຮັບຮອງເອົາບົດລາຍງານການເມືອງທັງສອງພາກ, ແຜນພັດທະນາເສດຖະກິດ- ສັງຄົມ 5 ປີຜ່ານມາ ແລະ ວາງທິດທາງຄາດໝາຍສູ້ຊົນໃນຊຸມປີຕໍ່ໜ້າ (2024-2029), ຮັບຟັງການປະກອບຄຳຄິດຄຳເຫັນຈາກບັນດາພາກສ່ວນຕ່າງໆ, ຄອບຄົວຕົວແບບ ແລະ ບັນດາເມືອງອ້ອມຂ້າງ, ຮັບຟັງບົດສຳຫຼວດການນຳພາລວມຂອງອົງຄະນະພັກເມືອງ ສະໄໝທີ V.
ກອງປະຊຸມຈະໄດ້ພ້ອມກັນດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ເລືອກເອົາຜູ້ແທນເພຶ່ອໄປຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ VIII, ເລືອກເອົາຄະນະປະຈໍາພັກ, ເລຂາ, ຮອງເລຂາ, ປະທານ ແລະ ຮອງຄະນະປະທານກວດກາພັກ, ພິເສດກອງປະຊຸມໃຫຍ່ຄັ້ງນີ້ຍັງຈະໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ.
ໃນບົດລາຍງານການເມືອງທີ່ສະເໜີໂດຍ ສະຫາຍ ທອງພັນ ສຸກສະຫວັດ ຄະນະປະຈໍາພັກເມືອງ ໄດ້ຍົກໃຫ້ເຫັນວ່າ: ໂດຍລວມແລ້ວເສດຖະກິດຂອງເມືອງຂະຫຍາຍຕົວສະເລ່ຍ 5,47% ຕໍ່ປີ, ລວມຍອດມູນຄ່າການຜະລິດທັງໝົດຮອດປີ 2025 ບັນ ລຸ 576,46 ຕື້ກີບ, ສະເລ່ຍໃສ່ຫົວຄົນບັນລຸໄດ້ 28,85 ລ້ານກີບ, ສາມາດຈັດເກັບລາຍຮັບໄດ້ທັງໝົດ 31,30 ຕື້ກີບ ເທົ່າກັບ 146,58% ແລະ ອື່ນໆ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ.




