ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ. ຫວຽດນາມ

Apr 1, 2025

ໃນຕອນບ່າຍຂອງວັນທີ 31 ມີນາ 2025, ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມັງ ເກືອງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ ໃນໂອກາດນໍາພາຄະນະກະກຽມລ່ວງໜ້າຈາກກະຊວງການຕ່າງປະເທດ ຫວຽດນາມ ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ເພື່ອກະກຽມໃຫ້ແກ່ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ສະຫາຍ ປະທານປະເທດ ແຫ່ງ ສສ. ຫວຽດນາມ ໃນລະຫວ່າງວັນທີ 8-9 ເມສາ 2025 ທີ່ຈະມາເຖິງນີ້.
ໃນໂອກາດນີ້, ສະຫາຍ ລັດຖະມົນຕີກະຊວງການຕ່າງປະເທດ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາກະກຽມເຮັດວຽກລ່ວງໜ້າຂອງຄະນະໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ຫງວຽນ ແມັງ ເກືອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ. ພ້ອມນັ້ນ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນສໍາຄັນ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ໃນຕະຫຼອດໄລຍະເວລາທີ່ຜ່ານມາ, ພ້ອມທັງໄດ້ແຈ້ງໃຫ້ຊາບວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຄອງຄອຍທີ່ຈະໄດ້ຕ້ອນຮັບ ສະຫາຍ ເລືອງ ເກືອງ, ກໍາມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສສ. ຫວຽດນາມ ໃນທ່າມກາງບັນຍາກາດ ທີ່ທົ່ວປວງຊົນລາວທັງຊາດ ພວມກະກຽມຕ້ອນຮັບບຸນປີໃໝ່ລາວ ພສ 2568 ນີ້.
ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ທີ່ສືບຕໍ່ມີການພັດທະນາຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ. ອັນພົ້ນເດັ່ນ, ສອງຝ່າຍໄດ້ສໍາເລັດການຈັດກອງປະຊຸມສອງກົມການເມືອງ ປະຈໍາປີ 2024 ແລະ 2025, ແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງສຸດ ເຖິງຂັ້ນທ້ອງຖິ່ນ, ເຊິ່ງເປັນການສະແດງໃຫ້ເຫັນໄດ້ເຖິງ ສາຍພົວພັນແບບພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ວຽກງານ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນກະກຽມການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ໃນອະນາຄົດອັນໃກ້ນີ້ ກໍຄືບັນດາກົນໄກການຮ່ວມມືສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ.
ໃນຂະນະດຽວກັນ, ສະຫາຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນ ແມັງ ເກືອງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້.