ອະນາຄົດດ້ານດິຈິຕອຍທີ່ຮວມເຂົ້າກັນຢ່າງແທ້ຈິງ ຕ້ອງການການຮ່ວມມືກັນ, ການຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ມີວິໃສທັດຮ່ວມກັນ ເພາະເຕັກໂນໂລຊີບໍ່ໄດ້ມີໄວ້ພຽງແຕ່ສອງ ຫລື ສາມຄົນ ເທົ່ານັ້ນ, ແຕ່ມີໄວ້ສໍາລັບທຸກຄົນ. ໃນຂະນະທີ່ປະເທດເສດຖະກິດພັດທະນາ ແລະ ເສດຖະກິດກໍາລັງເກີດຂຶ້ນໃໝ່ ພວມພະຍາຍາມນໍາໃຊ້ປະໂຫຍດຈາກເຕັກໂນໂລຊີເພື່ອການພັດທະນາທີ່ຍືນຍົງ. ຄໍາຖາມທີ່ກ່ຽວຂ້ອງຫລາຍຂຶ້ນ ນັ້ນຄື: ເຕັກໂນໂລຊີຂອງຈີນ ສາມາດຊ່ວຍເຫລືອອະນາຄົດດິຈິຕອນທົ່ວໂລກ ໄດ້ ຫຼື ບໍ່?.
ການຂະຫຍາຍການເຂົ້າເຖິງ: ຈີນ ໄດ້ປະສົມປະສານເຕັກໂນໂລຊີເຂົ້າກັບບູລິມະສິດສໍາຄັນຕ່າງໆ ໃນລະ ດັບຊາດຂອງຕົນໂດຍການສົ່ງອອກເຕັກໂນໂລຊີ, ການຮ່ວມ ມືຂ້າມຊາຍແດນ ແລະ ໂຄງການໂຄງສ້າງພື້ນຖານດ້ານດິຈິຕອນທີ່ມີບົດບາດຫລາຍຂຶ້ນໃນການມີສ່ວນຮ່ວມທົ່ວໂລກ. ໜຶ່ງໃນບັນຫາໂດດເດັ່ນທີ່ສຸດທີ່ຈີນມີສ່ວນຊ່ວຍໃນເສດຖະກິດດິຈິຕອນທີ່ກວມລວມຫລາຍຂຶ້ນທັງມີລາຄາບໍ່ແພງ ແລະ ສາມາດຂະຫຍາຍໄດ້. ລະບົບ AI ຈໍານວນຫລາຍໃນປັດຈຸບັນ ຕ້ອງການໂຄງສ້າງພື້ນຖານລະດັບສູງ ແລະ ກໍາລັງການຄິດໄລ່ທີ່ມີລາຄາແພງເຮັດໃຫ້ຜູ້ຫລີ້ນຂະໜາດນ້ອຍບໍ່ສາມາດເຂົ້າເຖິງໄດ້. ຢ່າງໃດກໍຕາມ ບໍລິສັດ AI ຂອງຈີນ ກໍາລັງປ່ຽນແປງສິ່ງນີ້ດ້ວຍການລົງ ທຶນໃນແບບຈຳລອງ AI ທີ່ສາມາດເປີດເຜີຍຊັບພະຍາກອນເພື່ອການພັດ ທະນາຮ່ວມກັນ (open-source platforms) ເຊິ່ງຊ່ວຍຫລຸດຜ່ອນສິ່ງກີດຂວາງສໍາລັບທຸລະກິດ ແລະ ນັກຄົ້ນຄວ້າທົ່ວໂລກ.
ທ່ານ Bill Thomas, ປະທານ ແລະ ຫົວໜ້າຜູ້ບໍລິຫານບໍລິສັດ KPMG International ກ່າວໃນກອງປະຊຸມເວທີປຶກສາຫາລືຂັ້ນສູງການພັດທະນາຈີນ ປະຈຳປີ 2025 ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງໃນລະຫວ່າງວັນທີ 23-24 ມີນາ 2025 ວ່າ: “ຖ້າຫາກບາງປະເທດ ຫຼື ພາກພື້ນມີຄວາມຫຍຸ້ງຍາກໃນການກໍ່ສ້າງໂຄງສ້າງພື້ນຖານ AI ແລ້ວ, ພວກເຮົາຄວນສົ່ງເສີມການແບ່ງປັນຊັບພະຍາກອນຄອມພີວເຕີຊາຍແດນ (Cross-border Computing power) ຢ່າງເຂັ້ມແຂງ ເພື່ອສະໜັບສະໜູນການນຳໃຊ້ AI ຢ່າງຂະໜາດໃຫຍ່”.
ທ່ານ Thomas ໄດ້ເນັ້ນໜັກວ່າ: ຄວາມກ້າວໜ້າຢ່າງວ່ອງໄວຂອງຈີນໃນດ້ານ AI ໄດ້ປ່ຽນແປງການສົນ ທະນາໂລກກ່ຽວກັບເຕັກໂນໂລຊີນີ້ຢ່າງບໍ່ຕ້ອງສົງໃສ. ຍົກຕົວຢ່າງ: DeepSeek ທີ່ໄດ້ເຮັດໃຫ້ແບບຈຳລອງ open-source models ມີຄວາມສາມາດປັບໂຕໃຫ້ເຂົ້າກັບສະຖານະການໄດ້ຫຼາຍຂຶ້ນ, ຊ່ວຍໃຫ້ການນຳໃຊ້ ແລະ ນໍາ AI ເປັນໄປນໍາໃຊ້ໄດ້ງ່າຍຂຶ້ນ ພ້ອມທັງຫຼຸດຜ່ອນຄ່າໃຊ້ຈ່າຍໄດ້ຢ່າງຫຼວງຫຼາຍ.
ນອກຈາກນີ້, ຜ່ານບັນດາບໍລິສັດ AI ເຊັ່ນ: Huawei, Alibaba, and Tencent, ຈີນ ໄດ້ຈັດຫາເຄືອຂ່າຍ 5 G, ການແກ້ໄຂລະບົບຄອມພີວເຕແບບຄຼາວ (cloud computing) ແລະ ແອັບພີເຄເຊິ່ນທີ່ຂັບເຄື່ອນດ້ວຍ AI ໃຫ້ແກ່ຕະຫລາດຕ່າງໆ ໃນທະວີບອາຊີ, ເອີຣົບ, ອາຟຼິກາ ແລະ ອາເມ ລິກາລາຕິນ.
ນອກເໜືອຈາກ AI, ການລົງທຶນຂອງຈີນໃນດ້ານການເງິນດິຈິຕອນ ໄດ້ປ່ຽນ ແປງວິທີທີ່ບັນດາທຸລະກິດເຂົ້າເຖິງເງິນທຶນໃນພາກພື້ນທີ່ມີໂຄງສ້າງພື້ນຖານທາງດ້ານທະນາຄານແບບດັ້ງເດີມຈຳກັດ. ຮູບແບບການບໍລິການການເງິນເຊັ່ນ Ant Group ໄດ້ຊ່ວຍໃຫ້ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໃນຕະຫຼາດຕ່າງໆ ສາ ມາດນຳໃຊ້ເຕັກໂນໂລຊີການເງິນ (fintech) ໄດ້ຢ່າງມີປະສິດທິຜົນ ແລະ ສ້າງຄວາມສາມດເຂົ້າເຖິງດ້ານການເງິນໃນລະ ດັບໂລກ. ນອກຈາກການເຊື່ອມໂຍງການເຂົ້າ ເຖິງແລ້ວ, ຄວາມກ້າວໜ້າທາງເຕັກໂນໂລຊີຂອງຈີນຍັງກຳລັງປ່ຽນ ແປງວິທີການ ດໍາເນີນທຸລະກິດ ແລະ ເສດຖະກິດທົ່ວໂລກໃຫ້ດີຂຶ້ນ.
ແບບຈຳລອງເສດຖະກິດດິຈິຕອນຂອງຈີນທີ່ປະສົມປະສານລະຫວ່າງເວທີເຕັກໂນໂລຊີຂະໜາດໃຫຍ່, ທຸລະກິດຂະໜາດນ້ອຍ ແລະ ນະວັດຕະກຳທີ່ຂັບເຄື່ອນໂດຍຜູ້ບໍລິໂພກກຳລັງດຶງ ດູດຄວາມສົນໃຈຈາກຜູ້ກໍານົດນະ ໂຍບາຍ ແລະ ນັກທຸລະກິດທົ່ວໂລກ. ຜ່ານການສ້າງລະບົບນິເວດທີ່ເຊື່ອມໂຍງສູງ, ຈີນ ໄດ້ສະແດງໃຫ້ເຫັນວ່າ ເຕັກໂນໂລຊີສາມາດຊຸກຍູ້ແບບຈຳລອງທຸລະ ກິດໃໝ່, ຍົກສູງປະສິດທິພາບ ແລະ ສ້າງໂອກາດທາງດ້ານເສດຖະ ກິດໄດ້ຢ່າງຈະແຈ້ງ.
ອີງຕາມຂໍ້ມູນຈາກບົດລາຍງານຂອງ PwC ເຊິ່ງເປັນໜຶ່ງໃນສີ່ບໍລິສັດກວດສອບບັນຊີທີ່ໃຫຍ່ທີ່ສຸດໃນໂລກ ຫລ້າສຸດເນັ້ນ ໜັກວ່າ: ໂຄງລ່າງພື້ນຖານດິຈິຕອນ ແລະ ເຄືອຂ່າຍການຄ້າຂອງຈີນ ກຳລັງປ່ຽນແປງຕ່ອງໂສ້ການສະໜອງທົ່ວໂລກ ເຊິ່ງເປີດໂອ ກາດໃຫ້ວິສາຫະກິດຂະໜາດໃຫຍ່ຫຼຸດຜ່ອນຄ່າໃຊ້ຈ່າຍ. ດັ່ງທີ່ບົດລາຍງານກ່າວໄວ້: “ການນຳໃຊ້ສັນຍາການພົວພັນຄູ່ຮ່ວມເສດຖະ ກິດແບບຮອບດ້ານລະດັບພາກພື້ນ ຫຼື RCEP ແລະ ບັນດາໂຄງການພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative) ຂອງຈີນ ບໍ່ພຽງແຕ່ຂະຫຍາຍອິດທິພົນທາງດ້ານທຸລະກິດ ແຕ່ຍັງຊ່ວຍເຫລືອວິສາຫະກິດຂ້າມຊາດຫຼຸດຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດທົ່ວໂລກ”.
ຍົກຕົວຢ່າງ: ການຄ້າອອນລາຍຂ້າມຊາຍແດນ, ການຂະຫຍາຍຕົວຂອງ Alibaba ໄດ້ຊ່ວຍໃຫ້ທຸລະກິດຂະໜາດນ້ອຍ, ລວມທັງນັກທຸລະກິດໃນຕະຫຼາດເກີດໃໝ່ສາມາດເຂົ້າເຖິງລູກຄ້າໄດ້ທົ່ວ ໂລກ ໂດຍການທຳລາຍອຸປະສັກດ້ານການຄ້າແບບດັ້ງເດີມ. ໃນຂະນະດຽວກັນ, ຄວາມກ້າວໜ້າຂອງຈີນໃນດ້ານລະບົບຂົນສົ່ງອັດສະລິຍະ(smart logistics) ແລະ ການເຮັດວຽກແບບອັດຕະໂນມັດ ກຳລັງຖືກນຳໃຊ້ໃນເອີຣົບ ແລະ ຕາເວັນກາງ ເຮັດໃຫ້ຕ່ອງໂສ້ການສະໜອງຄ່ອງຕົວ ແລະ ຫລຸດຜ່ອນຕົ້ນທຶນໃນການດຳເນີນງານ.
ເມື່ອເວົ້າເຖິງຕົວເລກ, ສາງສິນຄ້າຢູ່ຕ່າງປະເທດຂອງ Amazon China ໄດ້ປັບປຸງເວລາຕອບສະໜອງການສັ່ງຊື້ໃຫ້ໄວຂຶ້ນ 60% ໃນອາຊີຕາເວັນອອກສຽງໃຕ້, ຂະນະທີ່ໂຮງງານ Siemens ໃນເມືອງເສິງຕູ(Chengdu) ສາມາດສົ່ງສິນຄ້າໄປເຖິງເອີຣົບໄດ້ໃນເວລາ 72 ຊົ່ວໂມງ ໂດຍຜ່ານຂະບວນລົດໄຟຈີນ (China Railway Express).
ມາດຕະຖານການເຊື່ອມໂຍງ: ເຖິງວ່າເຕັກໂນໂລຊີຈີນ ສາ ມາດໄດ້ເຂົ້າສູ່ຕະຫຼາດໂລກຢ່າງກວ້າງຂວາງ, ແຕ່ການກຳນົດມາດຕະຖານ ແລະ ການເຊື່ອມຕໍ່ຮ່ວມກັນຍັງເປັນສິ່ງທ້າທາຍສໍາຄັນ. ຂໍ້ກຳນົດການຄຸ້ມຄອງທີ່ແຕກຕ່າງກັນໃນແຕ່ລະພາກພື້ນ ເຮັດໃຫ້ເກີດຄຳຖາມວ່າ ລະບົບນິເວດເຕັກໂນໂລຊີຂອງຈີນຈະສາມາດປັບຕົວເຂົ້າກັບການບໍລິຫານດິຈິຕອນລະດັບໂລກໄດ້ແນວໃດ.
ຍົກຕົວຢ່າງ: ການນຳພາຂອງຈີນໃນເຕັກໂນໂລຊີ 5G ແລະ ການຄົ້ນຄວ້າ 6G ໄດ້ເນັ້ນໃຫ້ເຫັນເຖິງຄວາມຕ້ອງການໃນການ ຮັບປະກັນມາດຕະຖານດ້ານໂທລະຄົມ ມະນາຄົມທີ່ສອດຄ່ອງກັນທົ່ວໂລກຫລາຍຂຶ້ນ. ຈີນ ໄດ້ຮ່ວມມືຢ່າງເຂັ້ມແຂງກັບສະຫະພາບໂທລະຄົມສາກົນ (ITU) ແລະ ອົງການກຳນົດມາດຕະຖານອື່ນໆ ເພື່ອຮັບປະກັນວ່າການພັດທະນາ 5G ແລະ 6G ຂອງຕົນແມ່ນສອດຄ່ອງກັບມາດຕະ ຖານສາກົນ.
ຢ່າງໃດກໍຕາມ, ສິ່ງທ້າທາຍບໍ່ໄດ້ຢູ່ພຽງແຕ່ເຕັກໂນໂລຊີເອງເທົ່ານັ້ນ, ແຕ່ຍັງລວມເຖິງສະພາບແວດລ້ອມດ້ານລະບຽບການທີ່ແຕກຕ່າງກັນ ແລະ ສາມາດປະ ສານງານກັນເພື່ອຮັບປະກັນການ ຮ່ວມມືດ້ານດິຈິຕອນທີ່ຍຸຕິທຳ ແລະ ປອດໄພ.
ທ່ານ Duane Kuang, ຜູ້ຮ່ວມກໍ່ຕັ້ງ ແລະ ຄູ່ຮ່ວມງານຈາກ Qiming Venture Partners ໄດ້ເວົ້າວ່າ: “ຈະມີຂົງເຂດອ່ອນໄຫວທີ່ AI ຈະຖືກນຳໃຊ້. ໃນຂົງເຂດທີ່ອ່ອນໄຫວ ເຊັ່ນ: ຄວາມໝັ້ນຄົງແຫ່ງຊາດ, ທຸກຝ່າຍຄວນມີການໂອ້ລົມປຶກສາຫາລື ແລະ ວາງຂອບເຂດ. ສ່ວນໃນການນຳໃຊ້ຂອງພົນລະເມືອງ ແລະ ການ ລົງທຶນ, ທຸກພາກ ສ່ວນຄວນແຂ່ງຂັນກັນຢ່າງຍຸຕິທຳ ແລະ ຮຽນຮູ້ຈາກກັນແລະກັນ. ພຽງແຕ່ດ້ວຍວິທີນີ້, ພວກເຮົາຈຶ່ງຈະສາມາດສ້າງຜົນປະໂຫຍດສູງສຸດຈາກ AI ໃຫ້ແກ່ທຸກປະເທດ ແລະ ມວນມະນຸດໂດຍລວມ”.
ບໍລິສັດຈີນ ໄດ້ມີສ່ວນຮ່ວມເຂົ້າໃນຄວາມພະຍາຍາມກຳນົດມາດຕະຖານສາກົນຫຼາຍຂຶ້ນ ໂດຍມີສ່ວນຮ່ວມໃນການສົນທະນາລະດັບໂລກກ່ຽວກັບຈັນຍາບັນAI, ຄວາມປອດໄພດ້ານອິນເຕີເນັດ ແລະ ການຄຸ້ມຄອງຄວາມເປັນສ່ວນຕົວ. ຢ່າງໃດກໍຕາມ, ເສັ້ນທາງສູ່ການຈັດຕໍາແໜ່ງກົດລະບຽບທີ່ເລິກເຊິ່ງໃນດ້ານກົດ ໝາຍຍັງຄົງມີຄວາມສັບສົນ ເຊິ່ງຈໍາເປັນຕ້ອງມີການສົນທະນາປຶກສາຫາລືກັນຢ່າງຕໍ່ເນື່ອງ, ລວມເຖິງຄວາມໂປ່ງໃສ ແລະ ການ ຮ່ວມມືກັບພາກສ່ວນກ່ຽວຂ້ອງທົ່ວໂລກ.
ອະນາຄົດດິຈິຕອນຮ່ວມກັນ: ການມີສ່ວນຮ່ວມຂອງຈີນໃນດ້ານ AI ລາຄາຖືກ, ການເງິນດິຈິຕອນ ແລະ ໂຄງລ່າງພື້ນຖານດ້ານເຕັກໂນໂລຊີ ເປັນບົດຮຽນທີ່ມີຄຸນຄ່າທີ່ສຸດສຳລັບປະ ເທດອື່ນໆ ທີ່ຕ້ອງການເລັ່ງການປ່ຽນແປງດິຈິຕອນ. ຢ່າງໃດກໍຕາມ, ການບັນລຸຄວາມສະເໝີພາບທາງເຕັກໂນໂລຊີຢ່າງແທ້ຈິງ ແມ່ນຕ້ອງການການຮ່ວມມືຫຼາຍຝ່າຍ, ການຮັບຮອງກົດໝາຍທີ່ສອດ ຄ່ອງກັນ ແລະ ຄວາມມຸ່ງໝັ້ນຕໍ່ນະວັດຕະກຳທີ່ມີຈັນຍາບັນ ແລະ ຄວາມຍືນຍົງ. ໃນຂະນະທີ່ເຕັກໂນໂລຊີ ສືບຕໍ່ໄດ້ຮັບການພັດທະ ນາຢ່າງຕໍ່ເນື່ອງ, ຄຳຖາມສຳຄັນທີ່ຄົງຄ້າງຄື: ໂລກຈະສາມາດຮັບປະກັນອະນາຄົດດິຈິຕອນທີ່ບໍ່ມີໃຜຖືກຖິ້ມໄວ້ທາງຫລັງໄດ້ຄືແນວໃດ?.
ທ່ານ Bill Thomas ໄດ້ເນັ້ນວ່າ: “ບໍ່ມີວິທີທີ່ທີ່ເໝາະສົມສຳລັບທຸກຄົນ, ທຸກປະ ເທດບໍ່ຈໍາເປັນຕ້ອງກາຍເປັນມະຫາ ອຳນາດດ້ານ AI ແລະ ບໍ່ຄວນເປັນຄວາມຄາດຫວັງ, ທຸກຄົນຄວນມີໂອກາດໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າແຕ່ບໍ່ວ່າຈະຢູ່ໃສໃນໂລກ, ທຸກຄົນຄວນມີໂອກາດໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າ AI ນໍາມາໃຫ້”.






