ຕອນເຊົ້າຂອງວັນທີ 1 ເມສາ 2025 ຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ມຽນມາ ປະຈໍາ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຊັນປຶ້ມໄວ້ອາໄລ ຕໍ່ເຫດ ການແຜ່ນດິນໄຫວ ທີ່ ສສ ມຽນມາ ໃນວັນທີ 28 ມີນາ 2025 ຜ່ານມາ ຊຶ່ງມີເນື້ອໃນດັ່ງນີ້:
ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວແລະ ໃນນາມສ່ວນຕົວ ຂ້າພະເຈົ້າຂໍສະແດງຄວາມເສຍໃຈ ແລະ ຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງມາຍັງລັດຖະບານ ແລະ ປະຊາຊົນ ແຫ່ງສາທາລະນະລັດ ສະຫະພາບ ມຽນມາ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຫດການແຜ່ນ ດິນໄຫວໃນຄັ້ງນີ້.
ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ຄວາມເອົາໃຈໃສ່ຢ່າງເຂັ້ມແຂງ ຂອງລັດຖະ ບານ, ປະຊາຊົນແຫ່ງສາທາລະນະລັດ ສະຫະພາບ ມຽນມາ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູເຂດພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ດ້ວຍຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ.





