ຮື້ມ້າງສິ່ງປຸກສ້າງກວມເອົາເຂດສະຫງວນ ຕາມແລວທາງໃນ 22 ບ້ານເທດສະບານເມືອງໄຊ

(1.4.25) ໜ່ວຍງານສະເພາະກິດຂັ້ນແຂວງອຸດົມໄຊ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດຮື້ມ້າງສິ່ງປຸກສ້າງກວມເອົາເຂດສະຫງວນ ຕາມແລວທາງຕ່າງໆ ພາຍໃນ 22 ບ້ານເທດສະບານເມືອງໄຊ ເຊິ່ງນອນຢູ່ໃນຂດຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງໄຊ. ໃນນີ້ ລວມມີ:
– ເສັ້ນທາງ 13N ເລີ່ມແຕ່ 4 ແຍກທາງເວັ້ນ ບ້ານ ຫ້ວຍຂຸມ – ຫຼັກສູນ – ທາງເວັ້ນບ້ານຫຼັກ4;
– ເສັ້ນທາງ 2E ເລີ່ມແຕ່ 4 ແຍກໄຟແດງອະນຸສອນ ປະທານ ໄກສອນ ພົມວິຫານ – ບ້ານວຽງສາ;
– ເສັ້ນທາງເວັ້ນເມືອງ ແຕ່ຂົວນໍ້າກໍ 3 – ສີ່ແຍກບ້ານດອນແກ້ວ – ບ້ານດອນໄຊ – ບ້ານຫ້ວຍຂຸມ;
– ເສັ້ນທາງເບີ 5 ເລີ່ມແຕ່ 4 ແຍກຄິວລົດເກົ່າ – ທາງເຂົ້າໂຮງຮຽນວິຊາຊີບ;
– ເສັ້ນທາງ ເລີ່ມແຕ່ທາງເຂົ້າໂຮງຮຽນວິຊາຊີບ- ບ້ານບໍ່; ເສັ້ນທາງເຂົ້າສະໜາມບິນແຂວງອຸດົມໄຊ;
– ເສັ້ນທາງ ຫຼັກສູນ (ບ້ານ ເຈງ) – ວົງວຽນໜ້າພະແນກກະສິກຳ ແລະ ປ່າໄມ້;
– ເສັ້ນທາງ ເລີ່ມແຕ່ 4 ແຍກໄຟແດງອະນຸສອນ ປະທານ ໄກສອນ ພົມວິຫານ ຕະຫຼາດບ້ານຖິ່ນ -ສະຖານີລົດໄຟ;
– ເສັ້ນທາງອ້ອມຕະຫຼາດໜອງແມງດາ;
– ເສັ້ນທາງ ເລີ່ມແຕ່ວົງວຽນບ້ານເຈງ – ປໍ້ານໍ້າມັນສົມຈິດ;
– ເສັ້ນທາງອ້ອມພູທາດບ້ານນາຫວານນ້ອຍ (ຫຼັກສູນ – ປໍ້ານໍ້າມັນພູໄຊເກົ່າ)
– ເສັ້ນທາງຮ່ອມທາງຊອຍພາຍໃນບ້ານ 22 ບ້ານໃນຕົວເມືອງ.
ຈຸດປະສົງ ເພື່ອເຮັດໃຫ້ຕົວເມືອງໄຊ ແຂວງອຸດົມໄຊ ເຊິ່ງເປັນສູນກາງທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ, ເປັນທີ່ຕັ້ງຂອງສຳນັກງານປົກຄອງແຂວງ ມີຄວາມເປັນລະບຽບຮຽບຮ້ອຍ, ສວຍງາມ ແລະ ປອດໄພ, ເປັນຕົວເມືອງທີ່ໜ້າຢູ່ໜ້າທ່ຽວຊົມເພື່ອດຶງດູດເອົານັກທ່ອງທ່ຽວ ແລະ ການລົງທຶນ ດ້ານຕ່າງໆມາສູ່ແຂວງອຸດົມໄຊໃຫ້ນັບມື້ຫຼາຍຂຶ້ນ
ຂ່າວ: ວິທະຍຸ-ໂທລະພາບແຂວງອຸດົມໄຊ





