ຜູ້ແທນອົງຄະນະພັກເມືອງພູຄູນ ເລືອກເອົາ ສະຫາຍ ອົ່ງຊົ່ງ ໄຊຍະວົງ ເປັນເລຂາຄະນະບໍລິຫານງານພັກເມືອງ ສະໄໝທີ V

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງພູຄູນ ແຂວງຫຼວງພະບາງ ຄັ້ງທີ V ໄດ້ສຳເລັດໃນ ວັນທີ 2 ເມສານີ້. ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ພ້ອມກັນພິຈາລະນາ, ຄົ້ນຄວ້າ ແລະ ເປັນເອກະສັນກັນ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມທັງ 2 ພາກ ແລະ ບົດສໍາຫຼວດການນໍາພາລວມ ຂອງຂອງຄະນະບໍລິຫານງານພັກເມືອງ ຊຸດທີ IV ຊຶ່ງໄດ້ຍົກໃຫ້ເຫັນໝາກຜົນແຫ່ງການນຳພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງອົງຄະນະພັກເມືອງ ຕະຫຼອດໄລຍະ 5 ປີຜ່ານມາ ລວມທັງດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ເພື່ອມີທິດໃນການປັບປຸງແກ້ໄຂ ຢ່າງຈິງຈັງ ແລະ ເດັດຂາດ ເພື່ອສຸມໃສ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ໃຫ້ມີປະສິດທິຜົນ. ພ້ອມນີ້ ໄດ້ກໍານົດຄຳຂັວນຂອງເມືອງ ແຕ່ນີ້ຮອດປີ 2029 ຄື: “ຍົກສູງການນໍາພາຂອງຄະນະພັກທຸກຂັ້ນ, ປົກປັກຮັກສາເມືອງໃຫ້ມີຄວາມສະຫງົບໜັກແໜ້ນ, ສູ້ຊົນພັດທະນາເສດຖະກິດຕາມທ່າແຮງ, ສຸມໃສ່ການຜະລິດກະສິກໍາສະອາດ ຕິດພັນກັບການບໍລິການທາງຜ່ານ, ສ້າງເງື່ອນໄຂໃຫ້ແກ່ການຫຼຸດພົ້ນອອກຈາກຄວາມທຸກຍາກ”. ຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ ແລະ ບັນດາໜ້າວຽກຈຸດສຸມ ຄື: ຮັບປະກັນໃຫ້ທົ່ວເມືອງ ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ, ຮັບປະກັນໃຫ້ເສດຖະກິດ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະໝັ້ນທ່ຽງ ໃນລະດັບສະເລ່ຍ 5.5% ຕໍ່ປີ, ລວມຍອດມູນຄ່າຜະລິດຕະພັນພາຍໃນ ປີ 2029 ໃຫ້ໄດ້ 630 ຕຶ້ກວ່າກີບຕໍ່ປີ, ສະເລ່ຍລາຍຮັບໃຫ້ໄດ້ 19 ລ້ານ 8 ແສນກວ່າກີບຕໍ່ຄົນຕໍ່ປີ. ຮອດປີ 2029 ບ້ານພົ້ນທຸກໃຫ້ກວມເອົາຫຼາຍກວ່າ 64%, ບ້ານພັດທະນາໃຫ້ກວມເອົາ 12% ຂອງຈໍານວນບ້ານໃນທົ່ວເມືອງ.
ກອງປະຊູມຄັ້ງນີ້, ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຊຸດທີ V ຈໍານວນ 27 ສະຫາຍ ຍິງ 3 ສະຫາຍ, ປ່ອນບັດເລືອກຕັ້ງ ເອົາຜູ້ແທນອົງຄະນະພັກເມືອງພູຄູນ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຫຼວງພະບາງ ຄັ້ງທີ່ IX, ຜ່ານການປ່ອນບັດ ແລະ ດຳເນີນກອງປະຊຸມຄັ້ງປະຖົມມະລືກ ໄດ້ເລືອກເອົາ ຄະນະປະຈຳພັກເມືອງ ຈຳນວນ 9 ສະຫາຍ ຍີງ 1 ສະຫາຍ. ໃນນັ້ນ, ໄດ້ເລືອກເອົາ ສະຫາຍ ອົ່ງຊົ່ງ ໄຊຍະວົງ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ທອງເຊື່ອນ ອ້ວນທະວິນສັກ ເປັນຮອງເລຂາ ແລະ ສະຫາຍ ບຸນມີ ວິໄລພອນ ເປັນຮອງເລຂາ ທັງເປັນປະທານກວດກາຄະນະບໍລິຫານງານພັກເມືອງ.
ສະຫາຍ ຄໍາຂັນ ຈັນທະວີສຸກ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ເນັ້ນໜັກ ໃຫ້ຄະນະພັກບໍລິຫານງານເມືອງພູຄູນ ສະໄໝທີ V ສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ການພັດທະນາເສດຖະກິດ-ສັງຄົມ, ການພັດທະນາຂົງເຂດອົງການຈັດຕັ້ງມະຫາຊົນ ຕາມຄວາມອາດສາມາດ ແລະ ສອດຄ່ອງກັບທ່າແຮງຂອງທ້ອງຖິ່ນ ຕິດພັນກັບການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ການບຳລຸງກໍ່ສ້າງພັກ, ພະນັກງານ ແລະ ລະບອບແບບແຜນວິທີການນຳພາຂອງອົງຄະນະພັກ ອັນໄດ້ເປັນທິດຊີ້ນຳໃຫ້ແກ່ຄະນະພັກ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງ ໃຫ້ປະກົດຜົນເປັນຈິງ.
ຂ່າວ-ພາບ: ອາພຸດເດດ ບຸບຜາ




