ຄະນະຜູ້ແທນ ແຂວງຮ່າຕິ່ງ ອວຍພອນການນໍາ ແຂວງຄຳມ່ວນ ໃນໂອກາດປີໃໝ່ລາວ

ຄະນະຜູ້ແທນ ແຂວງຮ່າຕິ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ເຈີນ ຕູ້ແອັງ ກຳມະການປະຈຳພັກແຂວງ, ຮອງປະທານຜູ້ປະຈໍາການ ສະພາປະຊາຊົນແຂວງຮ່າຕິ່ງ ພ້ອມດ້ວຍຄະນະ ເຂົ້າອວຍພອນການນໍາ ພັກ-ລັດ ແຂວງຄຳມ່ວນ ໃນວັນທີ 1 ເມສາ 2025 ໃນໂອກາດປີໃໝ່ລາວ ພສ 2568 ທີ່ແຂວງຄຳມ່ວນ ໂດຍການຕ້ອນຮັບຂອງ ສະຫາຍ ບຸນມີ ພິມມະສອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມຄະນະນໍາຂອງແຂວງເຂົ້າຮ່ວມ.
ສະຫາຍ ເຈີນ ຕູ້ແອັງ ໄດ້ກ່າວອວຍພອນໄຊອັນປະເສີດມາຍັງ ສະຫາຍ ບຸນມີ ພິມມະສອນ ພ້ອມດ້ວຍບັນດາການນຳຂອງແຂວງ, ພະນັກງານ-ສະມາຊິກພັກ, ທະຫານ, ຕຳຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າແຂວງຄຳມ່ວນ ເນື່ອງໃນໂອກາດປີໃໝ່ລາວ ທີ່ໃກ້ຈະມາເຖິງໃນມໍ່ໆນີ້ ຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ແຂງແຮງ, ມີຜົນສໍາເລັດໃນໜ້າທີ່ວຽກງານອັນສູງສົ່ງ, ມີຄວາມເບີກບານມ່ວນຊື່ນ ສືບຕໍ່ພັດທະນາແຂວງຄຳມ່ວນ ໃຫ້ຈະເລີນກ້າວໜ້າຍິ່ງຂຶ້ນ. ພ້ອມນີ້, ຍັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຮ່າຕິ່ງ ແລະ ແຂວງຄໍາມ່ວນ ຈົ່ງນັບມື້ນັບໝັ້ນຄົງຂະໜົງແກ່ນ ຊົ່ວກາລະນານ.
ໂອກາດນີ້, ສະຫາຍ ບຸນມີ ພິມມະສອນ ກໍໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງ ສະຫາຍ ຮອງປະທານຜູ້ປະຈໍາການສະພາປະຊາຊົນ ແຂວງຮ່າຕິ່ງ ທີ່ໄດ້ນຳເອົາຄຳອວຍພອນໄຊອັນປະເສີດ, ຄວາມສາມັກຄີອັນສະໜິດແໜ້ນ ແລະ ມິດຕະພາບອັນອົບອຸ່ນ ຈາກຄະນະບໍລິຫານງານພັກແຂວງ, ສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າແຂວງຮ່າຕິ່ງ ມາສູ່ການນຳ ແລະ ປະຊາຊົນບັນດາເຜົ່າແຂວງຄຳມ່ວນໃນຄັ້ງນີ້ ເຊິ່ງສະແດງເຖິງໄມຕີຈິດມິດຕະພາບອັນດູດດຶ່ມ ທີ່ການນຳແຂວງຮ່າຕິ່ງ ມີຕໍ່ການນຳແຂວງຄຳມ່ວນ, ໃນນາມຕາງໜ້າຄະນະບໍລິຫານງານພັກແຂວງ, ອົງການປົກຄອງແຂວງ ຂໍຝາກຄຳຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີອັນສະໜິດສະໜົມ ແບບພິເສດ ຜ່ານບັນດາສະຫາຍດັ່ງກ່າວ ໄປຍັງບັນດາສະຫາຍຄະນະບໍລິຫານງານພັກແຂວງ ພ້ອມດ້ວຍປະຊາຊົນແຂວງຮ່າຕິ່ງທຸກທົ່ວໜ້າມານະໂອກາດນີ້ດ້ວຍ.
ຂ່າວ: ມະນີວັນ



