ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຈໍາປາສັກ​ ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກໍາລັງ​ ປກສ ປະຊາຊົນ​ ຄົບຮອບ 64 ປີ​

Apr 2, 2025

ແຂວງຈໍາປາສັກ​ ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກໍາລັງ​ ປກສ ປະຊາຊົນ​ ຄົບຮອບ 64 ປີ​
ວັນທີ​ 2 ເມສາ​ 2025,​ ແຂວງ​ຈໍາປາສັກ​ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງກໍາລັງ​ປ້ອງກັນ​ຄວາມສະຫງົບ (ປກສ)​ ປະຊາຊົນ​ ຄົບຮອບ 64 ປີ​(5/4/1961​ -​ 5/4/2025). ພິທີ​ຈັດຂຶ້ນ​ຢູ່ຫ້ອງປະຊຸມກອງບັນຊາການ​ ປກສ​ ແຂວງ​ ໂດຍການ​ໃຫ້ກຽດ​ເຂົ້າຮ່ວມ​ ທ່ານ​ ອາລຸນໄຊ​ ສູນນະລາດ​ ກໍາມະການ​ສູນກາງ​ພັກ​ ເລຂາຄະນະບໍລິຫານງານພັກແຂວງ​ ເຈົ້າແຂວງ​ຈໍາປາສັກ​ ປະທານຄະນະກໍາມະການປ້ອງກັນຊາດ -​ ປ້ອງກັນ​ຄວາມ​ສະຫງົບ​ແຂວງ.​ ມີທ່ານ​ ພົນຈັດຕະວາ ສຸກພະຈັັນ ສີລາເພັດ ກໍາມະການ​ພັກ​ແຂວງ​ ເລຂາ​ອົງຄະນະພັກ​ ຫົວໜ້າ​ກອງບັນຊາການ ປກສ​ ແຂວງ​ ພ້ອມດ້ວຍ​ການນໍາແຂວງ, ການນໍາ​ພະແນກການ​ກົມກອງ​ອ້ອມຂ້າງ​ແຂວງ, ຄະນະພັກ​ -​ ຄະນະບັນຊາກອງບັນຊາການທະຫານແຂວງ,​ ຄະນະພັກ​ -​ ຄະນະບັນຊາ,​ ນາຍ​ ແລະ​ ພົນ​ທະຫານ​ຕໍາຫຼວດກອງບັນຊາການ​ ປກສ​ ແຂວງ​ ເຂົ້າຮ່ວມ.​
ໃນພິທີ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ໄດ້ໃຫ້ກຽດບັນລະຍາຍເອກະສານເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງກໍາລັງ​ ປກສ​ ປະຊາຊົນ​ ຄົບຮອບ​ 64​ ປີ​ (5/4/1961 -​ 5/4/2025)​ ໂດຍຍົກໃຫ້ເຫັນປະຫວັດການການກໍາເນີດ​ ແລະ​ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງ ປກສ​ ປະຊາຊົນ,​ ສະພາບແວດລ້ອມກ່ອນການສ້າງຕັ້ງກໍາລັງ​ ປກສ​ ປະຊາຊົນ​ ກ່ອນປີ 1961,​ ສາເຫດ​ -​ ຄວາມໝາຍສໍາຄັນຂອງການສ້າງຕັ້ງ​ ກໍາ​ລັງ​ ປກສ​ ປະຊາຊົນ​; ການກໍາເນີດ ແລະ​ ການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງ​ ປກສ​ ປະຊາຊົນ​ ໃນແຕ່ລະໄລຍະ,​ ນັບແຕ່ໄລຍະການກໍາເນີດຂອງກໍາລັງ​ ປກສ​ ປະຊາຊົນ​ ໃນປີ​ 1961,​ ກໍາ​ລັງ​ ປກສ​ ປະຊາຊົນ​ ກັບ​ ພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ​ ໄລຍະປີ 1961​ -​ 1975,​ ກໍາ​ລັງ​ ປກສ​ ປະຊາຊົນ​ ກັບ​ ການປົກປັກຮັກສາ ແລະ​ ບູລະນະລະບອບໃໝ່ ໄລຍະປີ​ 1976 -​ 2985, ກໍາ​ລັງ​ ປກສ​ ປະຊາຊົນ​ ກັບ​ ການປົກປັກຮັກສາ​ ແລະ​ ພັດທະນາ​ປະເທດຊາດ​ ໄລຍະປີ​ 1986 -​ 2016, ໄລຍະ​ 2017 -​ ປັດຈຸບັນ.​ ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຂອງກໍາ​ລັງ​ ປກສ​ ປະຊາຊົນ, ທາດແທ້ ແລະ​ ມູນເຊື້ອອັນສະຫງ່າງາມ​ຂອງ​ ກໍາ​ລັງ​ ປກສ​ ປະຊາຊົນ.
ພ້ອມນີ້,​ ທ່ານ​ ອາລຸນໄຊ​ ສູນນະລາດ ຍັງມີຄໍາເຫັນເນັ້ນໜັກ​ ສູນນະລາດ​ ຍັງມີຄໍາເຫັນເນັ້ນໜັກໃຫ້ ຄະນະພັກ​ -​ ຄະນະ​ບັນຊາ,​ ນາຍ​ ແລະ​ ພົນຕໍາຫຼວດ ເອົາໃຈໃສ່ເສີມຂະຫຍາຍທາດແທ້ຂອງກໍາລັງ​ ປກສ​ ປະຊາຊົນ, ເພີ່ມທະວີການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ​ -​ ປ້ອງກັນ​ຄວາມ​ສະຫງົບ​ ທົ່ວປວງຊົນຮອບດ້ານຂອງພັກ​ ໃຫ້ມີທັງປະລິມານ ແລະ​ ຄຸນນະພາບ,​ ມີ​ຜົນສໍາເລັດ​ຕາມ​ຄາດໝາຍ; ຕັ້ງໜ້າແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຖັນແຖວການຈັດຕັ້ງ​ ແລະ​ ໃນສັງຄົມ​ ເພື່ອເປັນແບບຢ່າງໃຫ້ແກ່ສັງຄົມ, ຫັນລົງກໍ່ສ້າງຮາກຖານຢ່າງແຂງແຮງ​; ເປັນເຈົ້າການຊອກຮູ້ກໍາແໜ້ນກົນອຸບາຍມ້າງເພທໍາລາຍຂອງສັດຕູ​ ແລະ​ ກຸ່ມ​ຄົນບໍ່ດີ,​ ກໍາແໜ້ນສະພາບການສາກົນ​ ແລະ​ ພາກພື້ນ,​ ຊອກຮູ້ຮໍ່າຮຽນ,​ ກໍາແໜ້ນການເຄື່ອນໄຫວຂອງພົນລະເມືອງ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ 3 ທາດແທ້,​ 7​ ມູນເຊື້ອ​ ຕາມທິດ​ກໍ່ສ້າງ​ ແລະ​ ປັບປຸງ​ກໍາ​ລັງ​ ປກສ​ ປະຊາຊົນ​ ໃຫ້ມີຄວາມປອດ​ໃສ,​ ເຂັ້ມແຂງ​ ແລະ​ ໜັກ​ແໜ້ນ​; ຍົກສູງປະສິດທິພາບ ແລະ​ ປະສິດທິຜົນ​ ໃນການເຄື່ອນໄກວວຽກງານ​ ປກຊ​ -​ ປກສ​ ໃຫ້ນັບມື້ສູງຂຶ້ນ; ຄົ້ນຄວ້າ​ປັດໄຈທຶນຮອນປະກອບສ່ວນໃນການພັດທະນາພື້ນຖານວັດຖຸເຕັກນິກ,​ ວັດຖຸອຸປະກອນທີ່ທັນສະໄໝ ຮັບໃຊ້ໃນການເຄື່ອນໄຫວວຽກງານ; ເຊື່ອມຊຶມມູນເຊື້ອ​ ແລະ ອອກແຮງຄົ້ນຄວ້າສຶກສາຮໍ່າຮຽນບໍາລຸງກໍາລັງ​ ໃຫ້ມີລະດັບຄວາມຮູ້,​ ຄວາມສາມາດ​ ໃຫ້ສົມຄູ່ກັບໜ້າທີ່ວຽກງານ,​ ມີຄຸນທາດການເມືືງທີ່ໜັກແໜ້ນ; ຫັນແຜນງານ -​ ໂຄງການ​ ທີ່ກະຊວງ​ ປກສ​ ປະຊາຊົນ​ ວາງອອກ​ ມາເປັນແຜນງານ,​ ແຜນການອັນລະອຽດ ແລະ​ ພ້ອມກັນ​ຈັດຕັ້ງ​ປະຕິບັດ​ ໃຫ້ມີ​ຜົນສໍາເລັດ.​ ສ້າງວຽກງານພາລາທິການກັບທີ່ ຕາມທິດ​ ສອຈ,​ ເພິ່ງຕົນເອງ,​ ກຸ້ມ​ຕົນເອງ​ ແລະ​ ສ້າງຄວາມ​ເຂັ້ມແຂງ​ດ້ວຍຕົນເອງ​ ເພື່ອພັດທະນາ​ຊີວິດການເປັນຢູ່ຂອງອ້າຍນ້ອງໃນກໍາລັງ​ ໃຫ້ມີຢູ່ມີກິນ; ເອົາໃຈໃສ່ການພົວພັນຮ່ວມມືກັບປະເທດເພື່ອມິດຍຸດທະສາດ​ ທີ່ຮັກຫອມສັນຕິພາບ​ ແລະ​ ປະເທດບ້ານໃກ້ເຮືອນຄຽງ​ ຕື່ມອີກ.​
ຕອນທ້າຍ,​ ທ່ານ​ ອາລຸນໄຊ​ ສູນນະລາດ​ ເລຂາຄະນະບໍລິຫານງານພັກແຂວງ​ ເຈົ້າແຂວງ​ຈໍາປາສັກ​ ປະທານຄະນະກໍາມະການປ້ອງກັນຊາດ -​ ປ້ອງກັນ​ຄວາມ​ສະຫງົບ​ແຂວງ​ ກໍໄດ້​ມອບເງິນ​ 110​ ລ້ານກີບ​ ແລະ​ ຄອມພິວເຕີຕັ້ງໂຕະ 10 ຊຸດ​ ມູນຄ່າ​ 150​ ລ້ານກີບ​ ລວມມູນຄ່າ 260​ ລ້ານກີບ​ ໃຫ້ແກ່ກອງບັນຊາການ​ ປກສ​ ແຂວງ​ ເພື່ອປະກອບສ່ວນໃນການເຄື່ອນໄຫວວຽກງານ ປກສ​ ໃຫ້ມີຄວາມ​ສະດວກສະບາຍ​ ແລະ​ ນັບມື້ເຕີບໃຫຍ່ຂະຫຍາຍຕົວ.
ຂ່າວ​-ພາບ​: ທູນທອງໃຈ