ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຫົວໜ້າ ອອປສ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ສ ກູບາ

Apr 2, 2025

ໂອກາດເຄື່ອນໄຫວຢ້ຽມຢາມ ອົງການໄອຍະການປະຊາຊົນສູງສຸດ ສ ກູບາ ໃນວັນທີ 31 ມີນາ 2025 ຜ່ານມາ, ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ Miguel Díaz-Canel (ມີແກນ ດຽກ-ກາແນນ) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ປະທານປະເທດ ແຫ່ງ ສາທາລະນະລັດ ກູບາ.​
ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ສ ກູບາ ໃນຄັ້ງນີ້, ພ້ອມທັງລາຍງານສະພາບການພົວພັນຮ່ວມມື ຂອງສອງອົງການໄອຍະການປະຊາຊົນສູງສຸດ ຂອງສອງປະເທດ ໃນໄລຍະຜ່ານມາ ແລະ ແຜນການຮ່ວມມືໃນອະນາຄົດ ເຊິ່ງອົງການໄອຍະການປະຊາຊົນຂອງ ສປປ ລາວ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ ກໍໄດ້ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນການປະຕິບັດໜ້າທີ່ຕິດຕາມກວດກາ ການປະຕິບັດກົດໜາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ໃຫ້ກ້າວເຂົ້າສູ່ຄຸນນະພາບ, ເຮັດໃຫ້ການພົວພັນຮ່ວມມືຂອງ ສອງອົງການໄອຍະການປະຊາຊົນສູງສຸດ ຂອງສອງປະເທດມີຄວາມແໜ້ນແຟ້ນ ແລະ ກ້າວເຂົ້າສູ່ລວງເລີກເທື່ອລະກ້າວ.
ທ່ານ Miguel Díaz-Canel (ມີແກນ ດຽກ-ກາແນນ) ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມໃນຄັ້ງນີ້ ແມ່ນໜາກຜົນຂອງການຮ່ວມມືຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດກູບາ ທີ່ມີມູນເຊື້ອອັນດີ ງາມມາເປັນເວລາຍາວນານ ແລະ ພວມແຕກດອກອອກຜົນ. ພ້ອມກັນນັ້ນ, ຍັງຕີລາຄາສູງ ຕໍ່ການຮ່ວມມື ຂອງສອງພັກ, ສອງຊາດ ລາວ-ກູບາ, ກູບາ-ລາວ ແມ່ນການພົວພັນຂອງຄູ່ຮ່ວມອຸດົມການສັງຄົມນິ ຍົມອັນດຽວກັນ ແລະ ສອງພັກ, ສອງຊາດແມ່ນໄດ້ຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ທັງໄລຍະຕໍ່ສູ້ປົດປ່ອຍຊາດ ແລະ ໄລຍະສ້າງສາພັດທະນາປະເທດຊາດ. ພ້ອມນີ້, ທ່ານປະທານປະເທດ ສ ກູບາ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງປະເທດກູບາ ໃຫ້ຄະນະຜູ້ແທນອົງການໄອຍະການປະຊາຊົນສູງສຸດ ຂອງ ສປປ ລາວ ຮັບຊາບ, ທັງໄດ້ສະແດງຄວາມຂອບໃຈມາຍັງພັກ ແລະ ປະຊາຊົນລາວ ເຊິ່ງຍາມໃດກໍໄດ້ໃຫ້ການສະໜັບສະໜູນການຕໍ່ສູ້ທີ່ເປັນທໍາຂອງ ພັກ ແລະ ປະຊາຊົນກູບາ ດ້ວຍດີຕະຫລອດມາ.
ໃນຕອນທ້າຍ ທ່ານປະທານປະເທດ ສ ກູບາ ຍັງໄດ້ມີທິດຊີ້ນໍາ ໃຫ້ສອງອົງການໄອຍະການປະຊາຊົນສູງສຸດ ຂອງ ສປປ ລາວ ແລະ ສ ກູບາ ຈົ່ງສືບຕໍ່ຮັດແໜ້ນການພົວພັນຮ່ວມມືກັນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ໂດຍສະເພາະແມ່ນການສືບຕໍ່ແລກປ່ຽນບົດຮຽນດ້ານວິຊາການໃນຫົວຂໍ້ຕ່າງໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ປະຕິບັດແຜນການຮ່ວມມື ທີ່ສອງຝ່າຍໄດ້ກໍານົດຮ່ວມກັນນັ້ນ ໃຫ້ເກີດດອກອອກຜົນໃນອະນາຄົດ.
ຂ່າວ-ພາບ: ອອປສ