ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປລາວ ປະຈຳຫ້ອງການ ສປຊ ເຂົ້າຍື່ນສານຕາຕັ້ງ

Apr 3, 2025

ເມື່ອບໍ່ດົນມານີ້, ທີ່ສໍານັກງານໃຫຍ່ອົງການການຄ້າໂລກ (WTO) ທີ່ເຊີແນວປະເທດສະວິດ, ທ່ານ ດາວວີວົງໄຊ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປລາວ ປະຈຳຫ້ອງການ ສປຊແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ເຊີແນວໄດ້ເຂົ້າພົບປະ ແລະ ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ເອັນໂກຊີໂອກົນໂຈອີວຽນລາ (Ngozi Okonjo-Iweala), ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ ເພື່ອດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປລາວ ປະຈໍາອົງການການຄ້າໂລກ.
ໃນໂອກາດດັ່ງກ່າວ, ທ່ານຜູ້ອໍານວຍການໃຫຍ່ ອົງການການຄ້າໂລກໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ທ່ານ ດາວວີ ວົງໄຊ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປລາວ ປະຈຳອົງການການຄ້າໂລກໃນຄັ້ງນີ້ ພ້ອມທັງໄດ້ຢືນຢັນທີ່ຈະໃຫ້ການຮ່ວມມືຢ່າງໃກ້ຊິດ ເພື່ອສະຫນັບສະຫນູນຄວາມພະຍາຍາມຂອງລັດຖະບານລາວ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະວຽກງານການຄ້າ ລວມທັງການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຕໍ່ຫນ້າ ພາຍໃຕ້ຂອບວຽກຂອງອົງການການຄ້າໂລກ.
ພ້ອມກັນນີ້, ທ່ານ ດາວວີ ວົງໄຊ ກໍໄດ້ສົ່ງຄວາມຢື້ຢາມຖາມຂ່າວ ແລະ ຄໍາຊົມເຊີຍຢ່າງຈິງໃຈຈາກການນຳຂອງ ສປປລາວ ມາຍັງ ທ່ານນາງ ເອັນໂກຊີ ໂອກົນໂຈ ອີວຽນລາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ສືບ ຕໍ່ດຳລົງຕໍາແໜ່ງເປັນຜູ້ອໍານວຍການໃຫຍ່ອົງການການຄ້າໂລກເປັນສະໄໝທີສອງ, ເຊິ່ງເປັນຜູ້ຍິງຄົນທໍາອິດຈາກທະວີບອາຟຣິກກາທີ່ໄດ້ຮັບຕໍາແໜ່ງດັ່ງກ່າວ. ພ້ອມກັນນີ້,ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈອົງການການຄ້າໂລກ ທີ່ໄດ້ປະຕິບັດພາລະບົດບາດອັນສໍາຄັນຍິ່ງໃນການສົ່ງເສີມວຽກງານດ້ານການຄ້າໂລກ ແລະ ວຽກງານທີ່ປິ່ນອ້ອມໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກ ໂດຍສະເພາະການສະຫນັບສະຫນູນຊ່ວຍ ເຫລືອ ສປປ ລາວ ນັບແຕ່ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ ໃນປີ 2013 ເປັນຕົ້ນມາ.ນອກ ຈາກນັ້ນ, ທ່ານ ດາວວີ ວົງໄຊ ກໍ່ໄດ້ຢືນຢັນຄືນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງລັດຖະບານແຫ່ງ ສປປລາວ ໃນການສະໜັບສະໜູນລະບົບການຄ້າແບບຫຼາຍຝ່າຍບົນພື້ນຖານລະບຽບຫລັກການສາກົນ ແລະ ສະແດງຄວາມພ້ອມທີ່ຈະຮ່ວມເຮັດວຽກກັບອົງການການຄ້າໂລກໃຫ້ໃກ້ຊິດ ແລະ ມີປະສິດທິຜົນຍິ່ງຂຶ້ນ ລວມທັງການກະກຽມໃຫ້ແກ່ການທົບທວນນະໂຍບາຍດ້ານການຄ້າ ຮອບວຽນທີ2ຂອງ ສປປລາວ ໃນປີ 2026.
May be an image of 2 people and text that says 'ORGANISATION MONDIALE DU COMMERCE WTO OMC WORLD TRADE ORGANIZATION 30 WTO OMC GANIZACION MUNDIAL DEL COMERCIO WTO DMC W 30 ORGANISATION MONDIALE DU COMMERCE O OMC WTO WIO OMC WORLD TRADE ORGANI 30 OMC w OMC ORGANISATION ORGANIZACIÓN DEI COMERCIO WTCAMC WTC M WTO OMC GANIZATION WIO OMC 30 ANIZACION MUNT ORGAI 30 O OMO ALEDUCOMMERO ALE DU COMMERC WORLD TRADE ORO WTO ORGANI COMERCIO'